ເພງທີ 59
ມາສັນລະເສີນພະເຢໂຫວາຮ່ວມກັນ
-
1. ມາຮ່ວມສັນເສີນ ພະເຢໂຫວາ
ຜູ້ໃຫ້ຊີວິດລົມຫາຍໃຈແລະທຸກສິ່ງ
ທຸກວັນທຸກຄືນ ເຮົາສັນເສີນນາມ
ເຊີດຊູຄວາມຮັກຄວາມຍິ່ງໃຫຍ່ຂອງພະເຈົ້າ
ໃຫ້ເຮົາມາຮ້ອງສັນລະເສີນຊື່ພະອົງ
-
2. ມາຮ່ວມສັນເສີນ ຜູ້ທີ່ໄດ້ຟັງ
ຄຳທູນອ້ອນວອນທີ່ພວກເຮົານັ້ນຕ້ອງການ
ອຳນາດພະເຈົ້າ ຊ່ວຍຄົນອ່ອນແຮງ
ພະລັງພະອົງຄ້ຳຈຸນຄົນທີ່ຖ່ອມຕົວ
ເຮົາປະກາດອຳນາດແລະຊື່ສຽງພະອົງ
-
3. ມາຮ່ວມສັນເສີນ ພະເຈົ້າຂອງເຮົາ
ຜູ້ປອບໂຍນເຮົາຜູ້ທີ່ເຮົາວາງໃຈໄດ້
ພ້ອມຈະອະໄພ ຮັກສາແຜໃຈ
ໄດ້ພອນມາກລົ້ນໂດຍລາຊະອານາຈັກ
ໃຫ້ເຮົາສັນເສີນພະເຈົ້າດ້ວຍຄວາມຍິນດີ
(ເບິ່ງຕື່ມ ເພງ. 94:18, 19; 145:21; 147:1; 150:2; ກິດ. 17:25)