ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 64

ຮ່ວມ​ເຮັດ​ວຽກ​ເກັບ​ກ່ຽວ​ດ້ວຍ​ຄວາມ​ຍິນດີ

ຮ່ວມ​ເຮັດ​ວຽກ​ເກັບ​ກ່ຽວ​ດ້ວຍ​ຄວາມ​ຍິນດີ

(ມັດທາຍ 13:1-23)

  1. 1. ເຮົາ​ກຳລັງ​ຢູ່​ໃນ​ເວລາ​ເກັບ​ກ່ຽວ

    ເປັນ​ສິດທິ​ພິເສດ​ເໜືອ​ສິ່ງ​ໃດ

    ທົ່ງ​ນາ​ກໍ​ເຫຼືອ​ງ​ພ້ອມ​ທີ່​ເຮົາ​ຕ້ອງ​ໄປ

    ເກັບ​ກ່ຽວ​ຮ່ວມ​ກັນ​ດ້ວຍ​ຄວາມ​ຂະຫຍັນ

    ພະ​ເຍຊູ​ຄລິດ​ເປັນ​ແບບ​ຢ່າງ​ທີ່​ດີ

    ໄດ້​ຊີ້​ນຳ​ວຽກ​ຂອງ​ເຮົາ​ທຸກ​ວັນ

    ພວກ​ເຮົາ​ຮູ້ສຶກ​ມີ​ກຽດ​ມີ​ຄວາມ​ສຸກ​ສັນ

    ທີ່​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ພະອົງ

  2. 2. ຮັກ​ແທ້​ຕໍ່​ເພື່ອນ​ບ້ານ​ແລະ​ຕໍ່​ພະເຈົ້າ

    ຊ່ວຍ​ໃຫ້​ວຽກ​ຂອງ​ເຮົາ​ກ້າວ​ໜ້າ​ໄປ

    ປະກາດ​ແລະ​ສັ່ງ​ສອນ​ດ້ວຍ​ຄວາມ​ຕັ້ງ​ໃຈ

    ເພາະ​ອະວະສານ​ໃກ້​ເຂົ້າ​ມາ​ແລ້ວ

    ຄວາມ​ສຸກ​ແລະ​ຄວາມ​ຍິນດີ​ເປັນ​ພະ​ພອນ

    ທີ່​ເຢໂຫວາ​ໄດ້​ໃຫ້​ກັບ​ເຮົາ

    ຄວາມ​ເຊື່ອ​ຊ່ວຍ​ເຮົາ​ອົດ​ທົນ​ຈົນ​ວັນ​ສຸດ​ທ້າຍ

    ຍິນດີ​ໄດ້​ຮ່ວມ​ງານ​ກັບ​ພະອົງ

(ເບິ່ງ​ຕື່ມ ມັດ. 24:13; 1 ໂກ. 3:9; 2 ຕີໂມ. 4:2)