ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 67

‘ຈົ່ງ​ປະກາດ​ພະ​ຄຳ’

‘ຈົ່ງ​ປະກາດ​ພະ​ຄຳ’

(2 ຕີໂມເຕ 4:2)

  1. 1. ນີ້​ເປັນ​ວັນ​ທີ່​ພະເຈົ້າ​ບັນຊາ

    ພະອົງ​ຕ້ອງການ​ໃຫ້​ພວກ​ເຮົາ​ນັ້ນ​ເຊື່ອ​ຟັງ

    ໃຫ້​ເຮົາ​ພ້ອມ​ຈະ​ເວົ້າ​ຢູ່​ທຸກ​ເວລາ

    ເຫດຜົນ​ທີ່​ເຮົາ​ມີ​ຄວາມ​ຫວັງ​ໃນ​ຫົວໃຈ

    (ທ່ອນ​ຊ້ຳ)

    ຕ້ອງ​ໄປ​ປະກາດ ເພື່ອ​ຈະ​ໃຫ້​ຜູ້​ຄົນ​ໄດ້​ຍິນ

    ຕ້ອງ​ປະກາດ ອະວະສານ​ກຳລັງ​ໃກ້​ມາ

    ຕ້ອງ​ປະກາດ ຊ່ວຍ​ຄົນ​ຖ່ອມ​ໃຫ້​ເຂົາ​ເຂົ້າ​ໃຈ

    ຕ້ອງ​ປະກາດ ໃຫ້​ທົ່ວ​ທຸກ​ບ່ອນ

  2. 2. ນີ້​ເປັນ​ເວລາ​ລຳບາກ​ແນ່ນອນ

    ເພາະ​ເຮົາ​ມີ​ສັດຕູ​ຕໍ່​ຕ້ານ​ແລະ​ດູ​ໝິ່ນ

    ເຖິງ​ວ່າ​ການ​ປະກາດ​ເປັນ​ເລື່ອງ​ລຳບາກ

    ແຕ່​ເຮົາ​ກໍ​ວາງໃຈ​ໃນ​ພະເຈົ້າ​ສູງ​ສຸດ

    (ທ່ອນ​ຊ້ຳ)

    ຕ້ອງ​ໄປ​ປະກາດ ເພື່ອ​ຈະ​ໃຫ້​ຜູ້​ຄົນ​ໄດ້​ຍິນ

    ຕ້ອງ​ປະກາດ ອະວະສານ​ກຳລັງ​ໃກ້​ມາ

    ຕ້ອງ​ປະກາດ ຊ່ວຍ​ຄົນ​ຖ່ອມ​ໃຫ້​ເຂົາ​ເຂົ້າ​ໃຈ

    ຕ້ອງ​ປະກາດ ໃຫ້​ທົ່ວ​ທຸກ​ບ່ອນ

  3. 3. ຈະ​ມີ​ເວລາ​ເຮົາ​ໄດ້​ຍິນດີ

    ແລະ​ກໍ​ເປັນ​ເວລາ​ທີ່​ເຮົາ​ຈະ​ຕ້ອງ​ສອນ

    ເຮົາ​ສອນ​ທາງ​ຄວາມ​ລອດ​ທີ່​ເຮົາ​ປະກາດ

    ໃຫ້​ຊື່​ເຢໂຫວາ​ໄດ້​ຮັບ​ກຽດ​ສູງ​ສຸດ

    (ທ່ອນ​ຊ້ຳ)

    ຕ້ອງ​ໄປ​ປະກາດ ເພື່ອ​ຈະ​ໃຫ້​ຜູ້​ຄົນ​ໄດ້​ຍິນ

    ຕ້ອງ​ປະກາດ ອະວະສານ​ກຳລັງ​ໃກ້​ມາ

    ຕ້ອງ​ປະກາດ ຊ່ວຍ​ຄົນ​ຖ່ອມ​ໃຫ້​ເຂົາ​ເຂົ້າ​ໃຈ

    ຕ້ອງ​ປະກາດ ໃຫ້​ທົ່ວ​ທຸກ​ບ່ອນ