ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 71

ເຮົາ​ເປັນ​ກອງທັບ​ຂອງ​ພະ​ເຢໂຫວາ!

ເຮົາ​ເປັນ​ກອງທັບ​ຂອງ​ພະ​ເຢໂຫວາ!

(ເອເຟໂຊ 6:11-14)

  1. 1. ເຮົາ​ເປັນ​ກອງທັບ​ເຢໂຫວາ

    ພະ​ຄລິດ​ເປັນ​ຜູ້​ນຳ

    ເຖິງ​ວ່າ​ມານ​ຂັດ​ຂວາງ​ພຽງ​ໃດ

    ເຮົາ​ຮ່ວມ​ກັນ​ເປັນ​ໜຶ່ງ​ດຽວ

    ເຮົາ​ຮັບໃຊ້​ສັດ​ຊື່​ບໍ່​ຂາດ

    ປະກາດ​ໃກ້​ແລະ​ໄກ

    ເຮົາ​ມຸ່ງ​ໝັ້ນ​ແລະ​ຕັ້ງ​ໃຈ

    ບໍ່​ຢ້ານ​ກົວ​ສິ່ງ​ໃດ

    (ທ່ອນ​ຊ້ຳ)

    ເຮົາ​ເປັນ​ກອງທັບ​ເຢໂຫວາ

    ໜຶ່ງ​ດຽວ​ກັບ​ພະ​ຄລິດ

    ເຮົາ​ຍິນດີ​ຈະ​ບອກ​ຂ່າວ

    ພະເຈົ້າ​ເລີ່ມ​ປົກຄອງ

  2. 2. ເຮົາ​ຜູ້​ຮັບໃຊ້​ເຢໂຫວາ

    ຊອກ​ຫາ​ແກະ​ພະອົງ

    ແກະ​ທີ່​ຫຼົງ​ທາງ​ແລະ​ຫາຍ​ໄປ

    ຄົນ​ຮ້ອງໄຫ້​ແລະ​ສິ້ນ​ຫວັງ

    ໄປ​ຕາມ​ຫາ​ເພື່ອ​ເບິ່ງ​ແຍງ

    ແລະ​ຢ້ຽມ​ຢາມ​ປະຈຳ

    ໝັ່ນ​ເຊີນ​ຊວນ​ໃຫ້​ເຂົາ​ມາ

    ມາ​ທີ່​ຫໍ​ປະຊຸມ

    (ທ່ອນ​ຊ້ຳ)

    ເຮົາ​ເປັນ​ກອງທັບ​ເຢໂຫວາ

    ໜຶ່ງ​ດຽວ​ກັບ​ພະ​ຄລິດ

    ເຮົາ​ຍິນດີ​ຈະ​ບອກ​ຂ່າວ

    ພະເຈົ້າ​ເລີ່ມ​ປົກຄອງ

  3. 3. ເຮົາ​ເປັນ​ກອງທັບ​ເຢໂຫວາ

    ໃຕ້​ພະ​ຄລິດ​ສັ່ງ​ການ

    ເຮົາ​ຕຽມ​ພ້ອມ​ໃນ​ການ​ຕໍ່​ສູ້

    ເຮົາ​ຢືນຢັດ​ຢ່າງ​ໝັ້ນ​ຄົງ

    ພວກ​ເຮົາ​ຕ້ອງ​ເປັນ​ຄົນ​ສະຫຼາດ

    ແລະ​ສັດ​ຊື່​ໝັ້ນ​ຄົງ

    ເມື່ອ​ປະເຊີນ​ອັນຕະລາຍ

    ບໍ່​ປະ​ຖິ້ມ​ຄວາມ​ຈິງ

    (ທ່ອນ​ຊ້ຳ)

    ເຮົາ​ເປັນ​ກອງທັບ​ເຢໂຫວາ

    ໜຶ່ງ​ດຽວ​ກັບ​ພະ​ຄລິດ

    ເຮົາ​ຍິນດີ​ຈະ​ບອກ​ຂ່າວ

    ພະເຈົ້າ​ເລີ່ມ​ປົກຄອງ

(ເບິ່ງ​ຕື່ມ ຟີລິບ 1:7; ຟີເລ. 2)