ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 72

ເຮັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ

ເຮັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ

(ກິດຈະການ 20:20, 21)

  1. 1. ຜ່ານ​ມາ​ພວກ​ເຮົາ ບໍ່​ເຄີຍ​ຮູ້ຈັກ

    ໃນ​ເລື່ອງ​ແນວ​ທາງ ຂອງ​ຄລິດສະຕຽນ

    ເຢໂຫວາ ເຮັດ​ໃຫ້​ເຮົາ​ປ່ຽນ

    ໃຫ້​ຮູ້​ເລື່ອງ​ລາຊະອານາຈັກ

    ຮູ້ຈັກ​ແນວ​ທາງ ພະ​ເຢໂຫວາ

    ໄດ້​ມາ​ຮັບໃຊ້ ຮ່ວມ​ກັບ​ອົງການ

    ໄດ້​ປະກາດ ຊື່​ເຢໂຫວາ

    ໄດ້​ຮ່ວມ​ສັນ​ເສີນ​ຊື່​ບໍລິສຸດ​ພະອົງ

    ໄດ້​ບອກ​ຄວາມ​ຈິງ ໃຫ້​ກັບ​ທຸກ​ຄົນ

    ຢູ່​ຕາມ​ຖະໜົນ ແລະ​ຕາມ​ບ້ານ​ເຮືອນ

    ເຮົາ​ໃຊ້​ເວລາ ຊ່ວຍ​ຄົນ​ໃຫ້​ຮູ້

    ວ່າ​ຄວາມ​ຈິງ​ຈະ​ຊ່ວຍ​ໃຫ້​ເສລີ

    ເຮົາ​ພະຍາຍາມ ໃຫ້​ທຸກ​ດິນແດນ

    ນະມັດສະການ ພະ​ເຢໂຫວາ

    ມາ​ຮັບໃຊ້ ຢ່າງ​ພ້ອມ​ພຽງ​ກັນ

    ຈົນ​ເຖິງ​ພະເຈົ້າ​ຈະ​ບອກ​ພວກ​ເຮົາ​ວ່າ​ພໍ