ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 75

ຂ້ອຍ​ຢູ່​ນີ້​ຂໍ​ສົ່ງ​ຂ້ອຍ​ໄປ”

ຂ້ອຍ​ຢູ່​ນີ້​ຂໍ​ສົ່ງ​ຂ້ອຍ​ໄປ”

(ເອຊາອີ 6:8)

  1. 1. ມະນຸດ​ດູຖູກ​ຢຽດ​ຫຍາມ​ພະເຈົ້າ

    ໝິ່ນ​ນາມ​ບໍລິສຸດ​ເຢໂຫວາ

    ບາງ​ຄົນ​ບອກ​ວ່າ​ພະອົງ​ບໍ່​ດີ

    ບາງ​ຄົນ​ບອກ​ວ່າ​ບໍ່​ມີ​ພະເຈົ້າ

    ໃຜ​ຈະ​ປົກ​ປ້ອງ​ຊື່ສຽງ​ພະອົງ

    ສັນ​ເສີນ​ພະອົງ​ໃຫ້​ເຂົາ​ໄດ້​ຟັງ

    (ທ່ອນ​ຊ້ຳ 1)

    ຂ້ອຍ​ຢູ່​ທີ່​ນີ້ ຂໍ​ສົ່ງ​ຂ້ອຍ​ໄປ

    ຂ້ອຍ​ຈະ​ສັນ​ເສີນ​ພະອົງ​ສຸດ​ໃຈ

    ບໍ່​ມີ​ກຽດ​ໃດ​ສູງ​ສົ່ງ​ໄປ​ກວ່າ​ນີ້

    ຂ້ອຍ​ຢູ່​ນີ້ ຂໍ​ສົ່ງ​ຂ້ອຍ​ໄປ

  2. 2. ບາງ​ຄົນ​ວ່າ​ພະເຈົ້າ​ຊ້າ​ເກີນ​ໄປ

    ເຂົາ​ບໍ່​ຢຳເກງ​ພະ​ເຢໂຫວາ

    ບາງ​ຄົນ​ເອົາ​ຮູບ​ປັ້ນ​ເປັນ​ພະເຈົ້າ

    ບາງ​ຄົນ​ໃຫ້​ຊີຊາ​ແທນ​ພະອົງ

    ໃຜ​ຈະ​ບອກ​ໃຫ້​ພວກ​ເຂົາ​ໄດ້​ຮູ້?

    ເຕືອນ​ເຂົາ​ເຖິງ​ວັນ​ໃຫຍ່​ຂອງ​ພະເຈົ້າ?

    (ທ່ອນ​ຊ້ຳ 2)

    ຂ້ອຍ​ຢູ່​ທີ່​ນີ້ ຂໍ​ສົ່ງ​ຂ້ອຍ​ໄປ

    ຈະ​ອອກ​ໄປ​ເຕືອນ​ເຂົາ​ຢ່າງ​ກ້າຫານ

    ບໍ່​ມີ​ກຽດ​ໃດ​ສູງ​ສົ່ງ​ໄປ​ກວ່າ​ນີ້

    ຂ້ອຍ​ຢູ່​ນີ້ ຂໍ​ສົ່ງ​ຂ້ອຍ​ໄປ

  3. 3. ຄົນ​ຖ່ອມ​ຕ່າງ​ພາ​ກັນ​ຮ້ອງ​ຄ່ຳຄວນ

    ເພາະ​ຄວາມ​ຊົ່ວ​ທີ່​ມີ​ເພີ່ມ​ທະວີ

    ຄົນ​ທີ່​ສັດ​ຊື່​ຊອກ​ຫາ​ຄວາມ​ຈິງ

    ເພື່ອ​ໃຫ້​ໃຈ​ເຂົາ​ມີ​ສັນຕິສຸກ

    ໃຜ​ຈະ​ປອບ​ໂຍນ​ຄົນ​ທີ່​ຖ່ອມ​ໃຈ?

    ຊ່ວຍ​ເຂົາ​ພົບ​ຄວາມ​ຖືກຕ້ອງ​ຊອບທຳ?

    (ທ່ອນ​ຊ້ຳ 3)

    ຂ້ອຍ​ຢູ່​ທີ່​ນີ້ ຂໍ​ສົ່ງ​ຂ້ອຍ​ໄປ

    ຂ້ອຍ​ຈະ​ອົດ​ທົນ​ສອນ​ຄົນ​ຖ່ອມ​ໃຈ

    ບໍ່​ມີ​ກຽດ​ໃດ​ສູງ​ສົ່ງ​ໄປ​ກວ່າ​ນີ້

    ຂ້ອຍ​ຢູ່​ນີ້ ຂໍ​ສົ່ງ​ຂ້ອຍ​ໄປ

(ເບິ່ງ​ຕື່ມ ເພງ. 10:4; ເອເຊກ. 9:4)