ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 81

ຊີວິດ​ຂອງ​ໄພໂອເນຍ

ຊີວິດ​ຂອງ​ໄພໂອເນຍ

(ຜູ້​ເທສະໜາ​ປ່າວ​ປະກາດ 11:6)

  1. 1. ຕັ້ງ​ແຕ່​ເຊົ້າ ຂອງ​ທຸກ​ວັນ ກ່ອນ​ອາທິດ ສ່ອງ​ແສງ​ມາ

    ເຮົາ​ກຽມ​ພ້ອມ ຈະ​ອອກ​ໄປ

    ເຮົາ​ຈຶ່ງ​ໄດ້ ອະທິດຖານ ເພື່ອ​ຂໍ​ພອນ

    ໃນ​ບ່ອນ​ທີ່ ພວກ​ເຮົາ​ໄປ ເຮົາ​ສົ່ງ​ຍິ້ມ​ໃຫ້​ທຸກ​ຄົນ

    ບາງ​ຄົນ​ຟັງ ທີ່​ເຮົາ​ເວົ້າ

    ແຕ່​ບາງ​ຄົນ ກໍ​ບໍ່​ເອົາ ເຮົາ​ບໍ່​ເຊົາ

    (ທ່ອນ​ຊ້ຳ)

    ຊີວິດ​ເຮົາ ທີ່​ເລືອກ​ເອງ

    ວ່າ​ຢູ່​ເພື່ອ ເຢໂຫວາ

    ເຮົາ​ສັນຍາ ເຮັດ​ທຸກ​ສິ່ງ ເພື່ອ​ພະອົງ

    ຈະ​ເຮັດ​ວຽກ ຢ່າງ​ອົດ​ທົນ

    ບໍ່​ວ່າ​ຝົນ ຫຼື​ວ່າ​ແດດ

    ເຮົາ​ສະແດງ​ໃຫ້​ພະອົງ​ເຫັນ​ວ່າ​ເຮົາ ຮັກ​ພະອົງ

  2. 2. ຈົນ​ຕາເວັນ ດັບ​ແສງ​ໄປ ໄດ້​ຮັບໃຊ້ ໝົດ​ທັງ​ວັນ

    ມີ​ຄວາມ​ສຸກ ແລະ​ກໍ​ເມື່ອຍ

    ແຕ່​ໃນ​ໃຈ ມີ​ພະລັງ ອະທິດຖານ

    ເປັນ​ຊີວິດ ທີ່​ເຮົາ​ຮັກ ໄດ້​ເຮັດ​ສິ່ງ​ດີ​ທີ່​ສຸດ

    ເຮົາ​ຂອບໃຈ ເຢໂຫວາ

    ທີ່​ພະອົງ ໄດ້​ອວຍ​ພອນ ເຮົາ​ທຸກ​ວັນ

    (ທ່ອນ​ຊ້ຳ)

    ຊີວິດ​ເຮົາ ທີ່​ເລືອກ​ເອງ

    ວ່າ​ຢູ່​ເພື່ອ ເຢໂຫວາ

    ເຮົາ​ສັນຍາ ເຮັດ​ທຸກ​ສິ່ງ ເພື່ອ​ພະອົງ

    ຈະ​ເຮັດ​ວຽກ ຢ່າງ​ອົດ​ທົນ

    ບໍ່​ວ່າ​ຝົນ ຫຼື​ວ່າ​ແດດ

    ເຮົາ​ສະແດງ​ໃຫ້​ພະອົງ​ເຫັນ​ວ່າ​ເຮົາ ຮັກ​ພະອົງ

(ເບິ່ງ​ຕື່ມ ຢຊວຍ. 24:15; ເພງ. 92:2; ໂລມ 14:8)