ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 82

‘ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ອອກ​ໄປ’

‘ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ອອກ​ໄປ’

(ມັດທາຍ 5:16)

  1. 1. ພະ​ເຍຊູ​ໄດ້​ແນະນຳ ໃຫ້​ເຮົາ​ສ່ອງ​ແສງ​ໄປ

    ດັ່ງ​ຕາເວັນ​ທີ່​ສ່ອງ​ມາ ສົດ​ຊື່ນ​ແລະ​ສະຫວ່າງ

    ຄຳພີ​ບໍລິສຸດ​ໃຫ້ ເຮົາ​ມີ​ສັນຕິສຸກ

    ເຮົາ​ສະທ້ອນ​ແສງ​ຂອງ​ພະເຈົ້າ ເມື່ອ​ສອນ​ພະ​ຄຳພີ

  2. 2. ຂ່າວ​ລາຊະອານາຈັກ ເຮົາ​ປະກາດ​ດ້ວຍ​ໃຈ

    ໃຫ້​ເລື່ອງ​ນີ້​ສ່ອງ​ນຳ​ໄປ ເມື່ອ​ເຮັດ​ສ່ວນ​ຂອງ​ເຮົາ

    ແສງ​ແຫ່ງ​ພະ​ຄຳ​ຊີ້​ນຳ ເມື່ອ​ປະກາດ​ຂ່າວ​ດີ

    ແບ່ງ​ປັນ​ຄວາມ​ຈິງ​ກັບ​ທຸກ​ຄົນ ໃຫ້​ເຂົາ​ເລືອກ​ຄວາມ​ຈິງ

  3. 3. ແສງ​ແຫ່ງ​ຄວາມ​ກະ​ລຸ​ນາ ເຮັດ​ໃຫ້​ໂລກ​ສົດ​ໃສ

    ຄຳ​ເວົ້າ​ທີ່​ດີ​ຂອງ​ເຮົາ ດັ່ງ​ໄຂ່​ມຸກ​ເມັດ​ງາມ

    ໃຫ້​ເຮົາ​ສ່ອງ​ແສງ​ຕໍ່​ໄປ ໂດຍ​ເຮັດ​ສິ່ງ​ທີ່​ດີ

    ວຽກ​ທີ່​ພວກ​ເຮົາ​ເຮັດ​ຈະ​ໃຫ້ ເຢໂຫວາ​ພໍ​ໃຈ