ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 87

ເຊີນ​ມາ​ຮັບ​ຄວາມ​ສົດ​ຊື່ນ​ຈາກ​ການ​ປະຊຸມ

ເຊີນ​ມາ​ຮັບ​ຄວາມ​ສົດ​ຊື່ນ​ຈາກ​ການ​ປະຊຸມ

(ເຫບເລີ 10:24, 25)

  1. 1. ເຮົາ​ຢູ່​ໃນ​ໂລກ​ທີ່​ວຸ່ນວາຍ​ແລະ​ແຕກ​ແຍກ​ກັນ

    ຜູ້​ຄົນ​ບໍ່​ຮູ້​ທາງ​ຂອງ​ພະເຈົ້າ

    ເພື່ອ​ໄດ້​ການ​ປົກ​ປ້ອງ​ເຮົາ​ຕ້ອງ​ມີ​ຄຳ​ແນະນຳ

    ເຮົາ​ເຮັດ​ດ້ວຍ​ຕົວ​ເຮົາ​ເອງ​ບໍ່​ໄດ້

    ການ​ປະຊຸມ​ຊ່ວຍ​ໃຫ້​ຄວາມ​ຫວັງ​ຂອງ​ເຮົາ​ສົດ​ໃສ

    ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ

    ມີ​ຄຳ​ກະຕຸ້ນ​ໃຈ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ດີ

    ຊ່ວຍ​ໃຫ້​ເຮົາ​ມີ​ກຳລັງ​ຕໍ່​ໄປ

    ເຮົາ​ຈະ​ບໍ່​ຖິ້ມ​ຄຳ​ສັ່ງ​ສອນ​ຂອງ​ເຢໂຫວາ

    ຈະ​ເຮັດ​ສິ່ງ​ທີ່​ພະອົງ​ຕ້ອງການ

    ທຸກ​ສ່ວນ​ການ​ປະຊຸມ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຄົງ

    ຮັກ​ຄວາມ​ຈິງ​ແລະ​ໄດ້​ຄວາມ​ສົດ​ຊື່ນ

  2. 2. ພະ​ເຢໂຫວາ​ຮູ້​ຄວາມ​ຕ້ອງການ​ຂອງ​ພວກ​ເຮົາ

    ຕ້ອງ​ຟັງ​ຄຳ​ແນະນຳ​ຂອງ​ພະອົງ

    ເຮົາ​ຕ້ອງ​ຍາດ​ເວລາ​ເພື່ອ​ທີ່​ຈະ​ມາ​ປະຊຸມ

    ສຸຂຸມ​ແລະ​ວາງໃຈ​ໃນ​ພະເຈົ້າ

    ຟັງ​ຜູ້​ເຖົ້າ​ແກ່​ບັນຍາຍ​ຫຼັກ​ການ​ຂອງ​ພະເຈົ້າ

    ໃຫ້​ຮູ້​ວິທີ​ສະແດງ​ຄວາມ​ເຊື່ອ

    ຮັບ​ການ​ຊ່ວຍ​ເຫຼືອ​ດ້ວຍ​ຄວາມ​ຮັກ​ຈາກ​ພີ່​ນ້ອງ​ເຮົາ

    ຮູ້​ວ່າ​ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ

    ລໍ​ຄອຍ​ຄວາມ​ຫວັງ​ທີ່​ເຮົາ​ຈະ​ໄດ້​ມີ​ຄວາມ​ສຸກ

    ທີ່​ຈະ​ໄດ້​ພົບ​ຄົນ​ທີ່​ເຮົາ​ຮັກ

    ການ​ປະຊຸມ​ຊ່ວຍ​ເຮົາ​ຮູ້​ວິທີ​ໃຊ້​ຊີວິດ

    ດ້ວຍ​ປັນຍາ​ທີ່​ມາ​ຈາກ​ພະເຈົ້າ