ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 94

ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ພະ​ຄຳພີ

ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ພະ​ຄຳພີ

(ຟີລິບ 2:16)

  1. 1. ເຢໂຫວາ​ພໍ່​ທີ່​ຮັກ ຈາກ​ໃຈ​ຈິງ​ຂອງ​ເຮົາ

    ຢາກ​ຂອບໃຈ​ທີ່​ພໍ່​ໃຫ້​ເຮົາ​ມີ​ພະ​ຄຳພີ

    ເປັນ​ຄວາມ​ຈິງ​ທີ່​ໃຫ້​ເສລີ ໂດຍ​ການ​ດົນ​ໃຈ​ທຸກ​ຄຳ

    ເປັນ​ແສງ​ສະຫວ່າງ​ໃຫ້​ມີ​ຄວາມ​ຮູ້​ແລະປັນຍາ

  2. 2. ຄຳ​ພະອົງ​ມີ​ພະລັງ ຢັ່ງ​ເລິກ​ເຖິງ​ຫົວໃຈ

    ໃຫ້​ຮູ້ຈັກ​ຄວາມ​ຄິດ​ກັບ​ສິ່ງ​ທີ່​ຢູ່​ໃນ​ໃຈ

    ກົດ​ໝາຍ​ພະອົງ​ນັ້ນ​ສົມບູນ ຄຳ​ຕັດສິນ​ລ້ວນ​ຊອບທຳ

    ຫຼັກ​ການ​ພະອົງ​ຊີ້​ນຳ​ພວກ​ເຮົາ​ໄດ້​ທຸກ​ຢ່າງ

  3. 3. ຄຳ​ສອນ​ພະ​ເຢໂຫວາ ມີ​ເລື່ອງ​ຂອງ​ຫຼາຍ​ຄົນ

    ເປັນ​ຜູ້​ຮັບໃຊ້​ທີ່​ມີ​ຄວາມ​ຮູ້ສຶກ​ຄື​ເຮົາ

    ຂໍ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ ເພື່ອ​ເຮັດ​ຕາມ​ໃຈ​ພະອົງ

    ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ພະ​ຄຳພີ