ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 97

ຊີວິດ​ເຮົາ​ຕ້ອງ​ອາໄສ​ຄຳ​ສອນ​ຂອງ​ພະເຈົ້າ

ຊີວິດ​ເຮົາ​ຕ້ອງ​ອາໄສ​ຄຳ​ສອນ​ຂອງ​ພະເຈົ້າ

(ມັດທາຍ 4:4)

  1. 1. ຊີວິດ​ເຮົາ​ຂຶ້ນ​ກັບ​ເຢໂຫວາ ທຸກ​ສິ່ງ​ທີ່​ພະອົງ​ສອນ

    ບໍ່​ແມ່ນ​ດ້ວຍ​ພຽງ​ອາຫານ​ເທົ່ານັ້ນ ແຕ່​ດ້ວຍ​ຄຳ​ສອນ​ພະເຈົ້າ

    ເຮົາ​ຍິນດີ​ແລະ​ມີ​ສັນຕິສຸກ ອະນາຄົດ​ຈະ​ໄດ້​ພອນ

    (ທ່ອນ​ຊ້ຳ)

    ເຮົາ​ບໍ່​ຢູ່​ດ້ວຍ​ອາຫານ​ຢ່າງ​ດຽວ

    ແຕ່​ດ້ວຍ​ຄຳ​ສອນ​ພະເຈົ້າ

    ຊອກ​ຫາ​ສິ່ງ​ທີ່​ຈຳເປັນ​ທຸກ​ວັນ

    ມີ​ຊີວິດ​ດ້ວຍ​ພະຄຳ

  2. 2. ຄຳພີ​ຂຽນ​ເລື່ອງ​ລາວ​ຊີວິດ​ຈິງ ຂອງ​ຄົນ​ໃນ​ສະໄໝ​ກ່ອນ

    ທັງ​ຊາຍ​ຍິງ​ຜູ້​ທີ່​ມີ​ຄວາມ​ເຊື່ອ ເຂົາ​ສັດ​ຊື່​ແລະ​ກ້າຫານ

    ພວກ​ເຮົາ​ໄດ້​ກຳລັງ​ໃຈ​ເມື່ອ​ອ່ານ ສິ່ງ​ເຂົາ​ເຮັດ​ແລະ​ອົດ​ທົນ

    (ທ່ອນ​ຊ້ຳ)

    ເຮົາ​ບໍ່​ຢູ່​ດ້ວຍ​ອາຫານ​ຢ່າງ​ດຽວ

    ແຕ່​ດ້ວຍ​ຄຳ​ສອນ​ພະເຈົ້າ

    ຊອກ​ຫາ​ສິ່ງ​ທີ່​ຈຳເປັນ​ທຸກ​ວັນ

    ມີ​ຊີວິດ​ດ້ວຍ​ພະຄຳ

  3. 3. ເຮົາ​ອ່ານ​ພະ​ຄຳ​ພະເຈົ້າ​ທຸກ​ວັນ ໃຫ້​ຄວາມ​ຫວັງ​ແລະ​ປອບ​ໂຍນ

    ເມື່ອ​ຊີວິດ​ເຮົາ​ຖືກ​ການ​ທົດ​ສອບ ພະອົງ​ໃຫ້​ມີ​ປັນຍາ

    ສິ່ງ​ທີ່​ເຮົາ​ໄດ້​ອ່ານ​ແລະ​ໄດ້​ຍິນ ເກັບ​ຮັກສາ​ໄວ້​ໃນ​ໃຈ

    (ທ່ອນ​ຊ້ຳ)

    ເຮົາ​ບໍ່​ຢູ່​ດ້ວຍ​ອາຫານ​ຢ່າງ​ດຽວ

    ແຕ່​ດ້ວຍ​ຄຳ​ສອນ​ພະເຈົ້າ

    ຊອກ​ຫາ​ສິ່ງ​ທີ່​ຈຳເປັນ​ທຸກ​ວັນ

    ມີ​ຊີວິດ​ດ້ວຍ​ພະຄຳ

(ເບິ່ງ​ຕື່ມ ຢຊວຍ. 1:8; ໂລມ 15:4)