ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 98

ພະ​ຄຳພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ

ພະ​ຄຳພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ

(2 ຕີໂມເຕ 3:16, 17)

  1. 1. ພະ​ຄຳພີ​ປຽບ​ດັ່ງ​ແສງ​ສະຫວ່າງ

    ສ່ອງ​ນຳ​ທາງ​ໃນ​ໂລກ​ມືດ​ມົນ

    ຖ້າ​ຕິດ​ຕາມ​ດ້ວຍ​ຄວາມ​ຮັກ​ພັກດີ

    ຈະ​ມີ​ຊີວິດ​ທີ່​ອິດ​ສະຫຼະ

  2. 2. ຄຳ​ພະອົງ​ທີ່​ໃຫ້​ດ້ວຍ​ດົນ​ໃຈ

    ໃຫ້​ຮູ້​ສິ່ງ​ພະອົງ​ຕ້ອງການ

    ສິ່ງ​ທີ່​ຂຽນ​ສາມາດ​ກະຕຸ້ນ​ເຮົາ

    ໃຫ້​ເຮັດ​ສິ່ງ​ດີ​ແລະ​ສອນ​ຄົນ​ອື່ນ

  3. 3. ພະ​ຄຳ​ຂອງ​ພະເຈົ້າ​ນັ້ນ​ສອນ​ເຮົາ

    ໃຫ້​ຮູ້ຈັກ​ຄວາມ​ຮັກ​ພະອົງ

    ຖ້າ​ເຮົາ​ອ່ານ​ພະ​ຄຳພີ​ທຸກ​ວັນ

    ຈະ​ຊ່ວຍ​ເຮົາ​ເດີນ​ໃນ​ທາງ​ພະອົງ

(ເບິ່ງ​ຕື່ມ ເພງ. 119:105; ສຸພາ. 4:13)