ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 99

ພີ່​ນ້ອງ​ເປັນ​ແສນ​ເປັນ​ລ້ານ​ຄົນ

ພີ່​ນ້ອງ​ເປັນ​ແສນ​ເປັນ​ລ້ານ​ຄົນ

(ຄຳປາກົດ 7:9, 10)

  1. 1. ພວກ​ພີ່​ນ້ອງ​ນັບ​ແສນ​ນັບ​ລ້ານ​ຄົນ ຜູ້​ຄົນ​ເຫັນ​​ເຮົາ​ເຂົ້າ​ມາ

    ເປັນ​ພະຍານ​ຂອງ​ເຢໂຫວາ ໝັ້ນ​ຄົງ​ໃນ​ຄວາມ​ສັດ​ຊື່

    ເຮົາ​ເປັນ​ໜຶ່ງ​ໃນ​ຫຼາຍ​ລ້ານ​ຄົນ ທີ່​ກຳລັງ​ເພີ່ມ​ທະວີ

    ຈາກ​ທຸກ​ຊາດ​ທຸກ​ພາສາ​ແລະ​ຊົນ​ເຜົ່າ ເຂົ້າ​ມາ​ສັນ​ເສີນ​ພະເຈົ້າ

  2. 2. ພວກ​ພີ່​ນ້ອງ​ນັບ​ແສນ​ນັບ​ລ້ານ​ຄົນ ປະກາດ​ໄປ​ທົ່ວ​ທຸກ​ແຫ່ງ

    ຂ່າວ​ດີ​ເລື່ອງ​ສິ່ງ​ທີ່​ດີ​ກວ່າ ໃຫ້​ຄົນ​ເປັນ​ລ້ານ​ໄດ້​ຟັງ

    ເຖິງ​ແມ່ນ​ຕອນ​ທີ່​ເຮົາ​ລຳບາກ ເຮົາ​ຈະ​ປະກາດ​ຕໍ່​ໄປ

    ພະ​ເຍຊູ​ເສີມ​ກຳລັງ​ເມື່ອ​ເຮົາ​ເມື່ອຍ ໃຫ້​ເຮົາ​ມີ​ຄວາມ​ສົດ​ຊື່ນ

  3. 3. ພວກ​ພີ່​ນ້ອງ​ນັບ​ແສນ​ນັບ​ລ້ານ​ຄົນ ຢູ່​ໃນ​ສາຍ​ຕາ​ພະເຈົ້າ

    ພະອົງ​ປົກ​ປ້ອງ​ໃຫ້​ພົ້ນໄພ ຮັບໃຊ້​ທັງ​ເວັນ​ທັງ​ຄືນ

    ເຮົາ​ເປັນ​ໜຶ່ງ​ໃນ​ຫຼາຍ​ລ້ານ​ຄົນ ປະກາດ​ເລື່ອງ​ການ​ປົກຄອງ

    ເຮົາ​ໄດ້​ເປັນ​ຜູ້​ຮ່ວມ​ງານ​ກັບ​ພະເຈົ້າ ຮັບໃຊ້​ພະອົງ​ເລື້ອຍ​ໄປ