ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 100

ສະແດງ​ນ້ຳໃຈ​ຕ້ອນຮັບ​ແຂກ

ສະແດງ​ນ້ຳໃຈ​ຕ້ອນຮັບ​ແຂກ

(ກິດຈະການ 17:7)

  1. 1. ພະ​ເຢໂຫວາ​ເມດຕາ ມີ​ນ້ຳໃຈ​ເອື້ອ​ເຟື້ອ

    ພະອົງ​ເບິ່ງ​ແຍງ​ທຸກ​ຄົນ ດ້ວຍ​ຄວາມ​ຍຸຕິທຳ

    ພະອົງ​ໃຫ້​ທັງ​ຝົນ​ຕົກ ແລະ​ແສງ​ແດດ​ແກ່​ທຸກ​ຄົນ

    ໃຫ້​ເຮົາ​ມີ​ອາຫານ​ກິນ ທີ່​ຫຼາກ​ຫຼາຍ

    ເມື່ອ​ເຮົາ​ສະແດງ​ນ້ຳໃຈ ຕໍ່​ຄົນ​ທີ່​ລຳບາກ

    ເຮົາ​ກໍ​ຮຽນ​ແບບ​ພະເຈົ້າ ດັ່ງ​ເປັນ​ລູກ​ທີ່​ຮັກ

    ແລ້ວ​ພໍ່​ເຮົາ​ຈະ​ຕອບ​ແທນ ຄວາມ​ດີ​ທີ່​ເຮົາ​ນັ້ນ​ເຮັດ

    ທີ່​ເຮົາ​ສະແດງ​ນ້ຳໃຈ ຈາກ​ໃຈ​ຈິງ

  2. 2. ເຮົາ​ບໍ່​ຮູ້​ວ່າ​ຜົນ​ທີ່ ເຮັດ​ຈະ​ເປັນ​ແນວ​ໃດ

    ເມື່ອ​ເຫັນ​ຄົນ​ທີ່​ລຳບາກ ເຮົາ​ກໍ​ພ້ອມ​ຈະ​ຊ່ວຍ

    ເຖິງ​ວ່າ​ຄົນ​ບໍ່​ຮູ້ຈັກ ເຮົາ​ກໍ​ສະແດງ​ນ້ຳໃຈ

    ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໃນ​ສິ່ງ ທີ່​ຈຳເປັນ

    ເຊັ່ນ​ນາງ​ລີດີ ເຮົາ​ກໍ​ຍິນດີ​ຕ້ອນຮັບ​ແຂກ

    ໃຫ້​ພວກ​ເຂົາ​ມີ​ຄວາມ​ສຸກ ມາ​ທີ່​ເຮືອນ​ຂອງ​ເຮົາ

    ເຢໂຫວາ​ພໍ່​ຂອງ​ເຮົາ ພໍ​ໃຈ​ຄົນ​ມີ​ນ້ຳໃຈ

    ທີ່​ຮຽນ​ແບບ​ຄວາມ​ເມດຕາ ຂອງ​ພະອົງ