ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 105

“ພະເຈົ້າ​ເປັນ​ຄວາມ​ຮັກ”

“ພະເຈົ້າ​ເປັນ​ຄວາມ​ຮັກ”

(1 ໂຢຮັນ 4:7, 8)

  1. 1. ພະເຈົ້າ​ເປັນ​ຄວາມ​ຮັກ​ເຊີນ​ເຮົາ​ໃຫ້: ‘ເດີນ​ໃນ​ທາງ​ແລະ​ຮັກ​ພະອົງ’

    ເມື່ອ​ເຮົາ​ຮັກ​ພະເຈົ້າ​ແລະ​ຜູ້​ອື່ນ ກໍ​ຄື​ເຮົາ​ເຮັດ​ດີ​ທຸກ​ວັນ

    ນີ້​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ ຄື​ສິ່ງ​ທີ່​ພວກ​ເຮົາ​ຕ້ອງການ

    ຮັກ​ຂອງ​ພະ​ຄລິດ​ຈະ​ບໍ່​ສູນ​ໄປ ໃຫ້​ປະກາດ​ຮັກ​ຂອງ​ພະ​ຄລິດ

  2. 2. ຄວາມ​ຮັກ​ຕໍ່​ຄວາມ​ຈິງ​ແລະ​ພະເຈົ້າ ກະຕຸ້ນ​ເຮົາ​ສະແດງ​ຄວາມ​ຮັກ

    ເມື່ອ​ເຮົາ​ລົ້ມ​ພະອົງ​ຈະ​ຊ່ວຍ​ເຮົາ ໃຫ້​ເຮົາ​ມີ​ກຳລັງ​ຂຶ້ນ​ມາ

    ຄວາມ​ຮັກ​ບໍລິສຸດ​ກະລຸນາ ບໍ່​ອິດສາ​ແລະ​ທົນ​ທຸກ​ສິ່ງ

    ໃຫ້​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ເພີ່ມ​ຂຶ້ນ ສຳຜັດ​ຄວາມ​ຮັກ​ທີ່​ແທ້​ຈິງ

  3. 3. ຢ່າ​ປ່ອຍ​ໃຫ້​ຄວາມ​ຂຸ່ນ​ເຄືອງ​ໃນ​ໃຈ ໃຫ້​ເຮົາ​ເຮັດ​ສິ່ງ​ບໍ່​ສົມຄວນ

    ເພິ່ງ​ພະເຈົ້າ​ພະອົງ​ຈະ​ຊີ້​ນຳ ຈະ​ສັ່ງ​ສອນ​ແລະ​ເຕືອນ​ເຈົ້າ​ວ່າ:

    ໃຫ້​ຮັກ​ພະເຈົ້າ​ແລະ​ຮັກ​ເພື່ອນ​ບ້ານ ຮັກ​ທຸກ​ສິ່ງ​ທີ່​ຄວນ​ຈະ​ຮັກ

    ໃຫ້​ເຮົາ​ຮັກ​ຄົນ​ອື່ນ​ສະເໝີ​ໄປ ຄື​ກັບ​ທີ່​ພະເຈົ້າ​ຮັກ​ເຂົາ