ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 106

ປູກ​ຝັງ​ຄວາມ​ຮັກ​ແບບ​ພະເຈົ້າ

ປູກ​ຝັງ​ຄວາມ​ຮັກ​ແບບ​ພະເຈົ້າ

(1 ໂກລິນໂທ 13:1-8)

  1. 1. ເຮົາ​ຕ້ອງ​ອ່ອນ​ນ້ອມ​ຕອນ​ເຮົາ​ອະທິດຖານ

    ຄວນ​ຮຽນ​ແບບ​ຢ່າງ​ທັງ​ໝົດ​ຂອງ​ພະເຈົ້າ

    ແຕ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື

    ຮັກ​ທີ່​ຊີ້​ນຳ​ໂດຍ​ພະລັງ​ພະອົງ

    ເຮົາ​ອາດ​ສະຫຼາດ​ແລະ​ມີ​ຄວາມ​ກ້າຫານ

    ແຕ່​ຖ້າ​ບໍ່​ມີ​ຮັກ​ກໍ​ບໍ່​ມີ​ຄ່າ

    ຂໍ​ໃຫ້​ເຮົາ​ມີ​ຄວາມ​ຮັກ​ທີ່​ຈິງ​ໃຈ

    ສະແດງ​ໂດຍ​ຄຳ​ເວົ້າ​ແລະ​ການ​ກະທຳ

  2. 2. ຄວາມ​ຮັກ​ຕ້ອງ​ສະແດງ​ຄວາມ​ກະລຸນາ

    ຄວາມ​ຮັກ​ຈະ​ບໍ່​ໃຫ້​ເຮົາ​ເຫັນ​ແກ່​ຕົວ

    ຄວາມ​ຮັກ​ບໍ່​ຈົດ​ຈຳ​ເລື່ອງ​ທີ່​ເຈັບ​ໃຈ

    ອະໄພ​ພີ່​ນ້ອງ​ດັ່ງ​ພະ​ເຍຊູ​ສອນ

    ຄວາມ​ຮັກ​ອົດ​ທົນ​ບໍ່​ເປັນ​ຄົນ​ຄຽດ​ງ່າຍ

    ຄວາມ​ຮັກ​ແບ່ງ​ເບົາ​ພາລະ​ກັນ​ແລະ​ກັນ

    ຄວາມ​ຮັກ​ຊະນະ​ການ​ທົດລອງ​ທຸກ​ຢ່າງ

    ຄວາມ​ຮັກ​ທົນ​ທຸກ​ສິ່ງ​ແລະ​ບໍ່​ສາບ​ສູນ

(ເບິ່ງ​ຕື່ມ ໂຢ. 21:17; 1 ໂກ. 13:13; ຄລາ. 6:2)