ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 110

ຄວາມ​ຍິນດີ​ໃນ​ພະ​ເຢໂຫວາ

ຄວາມ​ຍິນດີ​ໃນ​ພະ​ເຢໂຫວາ

(ເນເຫມີ 8:10)

  1. 1. ສິ່ງ​ທີ່​ເກີດ​ຂຶ້ນ ບອກ​ເລື່ອງ​ລາຊະອານາຈັກ

    ເຮົາ​ບອກ​ຂ່າວ​ດີ ໃຫ້​ຄົນ​ໄດ້​ຍິນ

    ເງີຍ​ໜ້າ​ຂຶ້ນ​ໄປ ເບິ່ງ​ທີ່​ຄວາມ​ລອດ​ຂອງ​ພວກ​ເຮົາ

    ເວລາ ແຫ່ງ​ຄວາມ​ພົ້ນ​ມາ​ໃກ້​ແລ້ວ

    (ທ່ອນ​ຊ້ຳ)

    ຄວາມ​ຍິນດີ​ເຢໂຫວາ​ເປັນ​ກຳລັງ​ເຮົາ

    ຮ້ອງ​ເພງ​ໃຫ້​ດັງ​ດ້ວຍ​ຄວາມ​ສຸກ​ໃຈ

    ຍິນດີ​ໃນ​ຄວາມ​ຫວັງ ໂດຍ​ສະແດງ​ຄວາມ​ຂອບໃຈ

    ໃຫ້​ທຸກ​ສິ່ງ​ຍົກຍ້ອງ​ສັນ​ເສີນ​ພະເຈົ້າ

    ຄວາມ​ຍິນດີ​ເຢໂຫວາ​ເປັນ​ກຳລັງ​ເຮົາ

    ພະອົງ​ຍິ່ງໃຫຍ່​ທຸກ​ຄົນ​ຕ້ອງ​ຮູ້

    ເຫຼື້ອມ​ໃສ​ຕໍ່​ກະສັດ​ຜູ້​ເປັນ​ພະເຈົ້າ​ຂອງ​ເຮົາ

    ມາ​ຮັບໃຊ້​ພະອົງ​ດ້ວຍ​ຄວາມ​ຍິນດີ

  2. 2. ວາງໃຈ​ພະເຈົ້າ ພະ​ເຢໂຫວາ​ທີ່​ເຮົາ​ຮັກ

    ຢ່າ​ໄດ້​ຫວັ່ນໄຫວ ໃຫ້​ເພິ່ງ​ພະອົງ

    ໃຫ້​ເຮົາ​ຢືນ​ຂຶ້ນ ແລະ​ຮ້ອງ​ໃຫ້​ດັງ​ໄປ​ທົ່ວ​ຟ້າ

    ສັນ​ເສີນ ພະເຈົ້າ​ດ້ວຍ​ຄວາມ​ຍິນດີ

    (ທ່ອນ​ຊ້ຳ)

    ຄວາມ​ຍິນດີ​ເຢໂຫວາ​ເປັນ​ກຳລັງ​ເຮົາ

    ຮ້ອງ​ເພງ​ໃຫ້​ດັງ​ດ້ວຍ​ຄວາມ​ສຸກ​ໃຈ

    ຍິນດີ​ໃນ​ຄວາມ​ຫວັງ ໂດຍ​ສະແດງ​ຄວາມ​ຂອບໃຈ

    ໃຫ້​ທຸກ​ສິ່ງ​ຍົກຍ້ອງ​ສັນ​ເສີນ​ພະເຈົ້າ

    ຄວາມ​ຍິນດີ​ເຢໂຫວາ​ເປັນ​ກຳລັງ​ເຮົາ

    ພະອົງ​ຍິ່ງໃຫຍ່​ທຸກ​ຄົນ​ຕ້ອງ​ຮູ້

    ເຫຼື້ອມ​ໃສ​ຕໍ່​ກະສັດ​ຜູ້​ເປັນ​ພະເຈົ້າ​ຂອງ​ເຮົາ

    ມາ​ຮັບໃຊ້​ພະອົງ​ດ້ວຍ​ຄວາມ​ຍິນດີ