ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 111

ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

(ມັດທາຍ 5:12)

  1. 1. ເຫດຜົນ​ທີ່​ໃຫ້​ເຮົາ​ມີ​ຄວາມ​ຍິນດີ

    ດັ່ງ​ມີ​ຊັບ​ສິນ​ທີ່​ເພີ່ມ​ເຂົ້າ​ມາ

    ມີ​ຄົນ​ຈາກ​ທຸກ​ຊາດ​ມາ​ຫາ​ພະເຈົ້າ

    ກຳລັງ​ມາ​ສົມທົບ​ກັບ​ພວກ​ເຮົາ

    ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ

    ຄື​ເຮົາ​ເຂົ້າ​ໃຈ​ຄຳ​ສອນ​ພະເຈົ້າ

    ໄດ້​ມີ​ສ່ວນ​ໃນ​ການ​ສັ່ງ​ສອນ​ທຸກ​ວັນ

    ເຮົາ​ເຊື່ອ​ແລະ​ເຮັດ​ຕາມ​ທີ່​ໄດ້​ຍິນ

    ທີ່​ເຮົາ​ມີ​ຄວາມ​ສຸກ​ຢູ່​ເລິກ​ໃນ​ໃຈ

    ເໝືອນ​ດັ່ງ​ຖ່ານ​ໄຟ​ເຜົາ​ໄໝ້​ໃນ​ໃຈ

    ເຖິງ​ຈະ​ພົບ​ຄວາມ​ທຸກ​ໜັກ​ແລະ​ບັນຫາ

    ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ

    (ທ່ອນ​ຊ້ຳ)

    ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ສຸກ

    ເຮົາ​ຊື່ນ​ໃຈ​ກັບ​ຜົນ​ງານ​ພະອົງ

    ດ້ວຍ​ລິດເດດ​ຍິ່ງໃຫຍ່ ພະລັງ​ອັນ​ລ້ຳ​ເລີດ

    ປ່ຽມ​ລົ້ນ​ຄວາມ​ປັນຍາ ແລະ​ຄວາມ​ດີ

  2. 2. ເຮົາ​ຊື່ນຊົມ​ໃນ​ຜົນ​ງານ​ຂອງ​ພະອົງ

    ແຜ່ນດິນ​ກັບ​ທ້ອງຟ້າ​ແລະ​ທະເລ

    ເຮົາ​ຮຽນ​ຈາກ​ໜັງສື​ວ່າ​ສິ່ງ​ສ້າງ​ມາ

    ພາ​ກັນ​ຕົບ​ມື​ສັນ​ເສີນ​ພະອົງ

    ເຮົາ​ພູມ​ໃຈ​ໄດ້​ເປັນ​ພະຍານ​ພະອົງ

    ໄດ້​ບອກ​ເລື່ອງ​ລາຊະອານາຈັກ

    ປະກາດ​ເຖິງ​ສິ່ງ​ດີ​ທີ່​ຈະ​ໄດ້​ຮັບ

    ເຮົາ​ຍິນດີ​ໄປ​ບອກ​ທຸກ​ຫົນ​ແຫ່ງ

    ຄວາມ​ສຸກ​ຕະຫຼອດ​ໄປ​ມາ​ໃກ້​ເຮົາ​ແລ້ວ

    ແສງ​ແຫ່ງ​ວັນ​ໃໝ່​ໃກ້​ຈະ​ມາ​ເຖິງ

    ສັນຍາ​ເລື່ອງ​ຟ້າ​ໃໝ່​ແລະ​ໂລກ​ໃໝ່​ນັ້ນ

    ນຳ​ຄວາມ​ສຸກ​ບໍ່​ສິ້ນ​ສຸດ​ເຂົ້າ​ມາ

    (ທ່ອນ​ຊ້ຳ)

    ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ສຸກ

    ເຮົາ​ຊື່ນ​ໃຈ​ກັບ​ຜົນ​ງານ​ພະອົງ

    ດ້ວຍ​ລິດເດດ​ຍິ່ງໃຫຍ່ ພະລັງ​ອັນ​ລ້ຳ​ເລີດ

    ປ່ຽມ​ລົ້ນ​ຄວາມ​ປັນຍາ ແລະ​ຄວາມ​ດີ