ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 117

ປູກ​ຝັງ​ຄວາມ​ດີ​ແບບ​ພະເຈົ້າ

ປູກ​ຝັງ​ຄວາມ​ດີ​ແບບ​ພະເຈົ້າ

(2 ຂ່າວຄາວ 6:41)

  1. 1. ພະ​ເຢໂຫວາ​ປ່ຽມ​ລົ້ນ​ຄວາມ​ດີ ໄດ້​ອວຍ​ພອນ​ພວກ​ເຮົາ​ທຸກ​ວັນ

    ອົງ​ບໍລິສຸດ​ສັດ​ຊື່​ພັກດີ ທາງ​ພະອົງ​ດີ​ເລີດ​ທຸກ​ຢ່າງ

    ຜູ້​ມີ​ຄວາມ​ຮັກ​ຄວາມ​ກະລຸນາ ເຊິ່ງ​ພວກ​ເຮົາ​ນັ້ນ​ບໍ່​ຄູ່​ຄວນ

    ພະອົງ​ສົມຄວນ​ໄດ້​ຄຳ​ສັນ​ເສີນ ເຮົາ​ເຕັມ​ໃຈ​ຮັບໃຊ້​ພະອົງ

  2. 2. ຄວາມ​ດີ​ພະອົງ​ໄດ້​ສະທ້ອນ​ໃນ ຜູ້​ຮັບໃຊ້​ທີ່​ໄດ້​ເລືອກ​ມາ

    ເຫັນ​ໄດ້​ໂດຍ​ການ​ປະພຶດ​ຂອງ​ເຂົາ ແລະ​ຂ່າວ​ດີ​ທີ່​ໄດ້​ປະກາດ

    ເປັນ​ຜູ້​ລ້ຽງ​ແກະ​ແລະ​ຄູ​ທີ່​ດີ ທີ່​ເກີດ​ຜົນ​ຢູ່​ທົ່ວ​ທຸກ​ແຫ່ງ

    ຂໍ​ໃຫ້​ພະລັງ​ບໍລິສຸດ​ເຮົາ ໃຫ້​ຄວາມ​ດີ​ຊີ້​ນຳ​ພວກ​ເຮົາ

  3. 3. ຂໍ​ໃຫ້​ອວຍ​ພອນ​ທີ່​ເຮົາ​ເຮັດ​ດີ ຕໍ່​ພີ່​ນ້ອງ​ບໍ່​ວ່າ​ນ້ອຍ​ໃຫຍ່

    ໃຫ້​ເຮົາ​ສະແດງ​ຄວາມ​ກະລຸນາ ໃຫ້​ເຮົາ​ເຮັດ​ດີ​ກັບ​ທຸກ​ຄົນ

    ແຕ່​ລະ​ຄອບຄົວ​ແລະ​ປະຊາຄົມ ແຕ່​ລະ​ບ້ານ​ແລະ​ແຕ່​ລະ​ເມືອງ

    ຂໍ​ອວຍ​ພອນ​ເຮົາ​ແລະ​ໃຫ້​ພະລັງ ໃຫ້​ເຮົາ​ເຮັດ​ຄວາມ​ດີ​ເລື້ອຍ​ໄປ