ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 125

ຄົນ​ທີ່​ເມດຕາ​ກໍ​ມີ​ຄວາມ​ສຸກ

ຄົນ​ທີ່​ເມດຕາ​ກໍ​ມີ​ຄວາມ​ສຸກ

(ມັດທາຍ 5:7)

  1. 1. ເຮົາ​ດີ​ໃຈ​ທີ່​ພະເຈົ້າ​ເມດຕາ

    ພະອົງ​ເມດຕາ​ດ້ວຍ​ຄວາມ​ຮັກ​ແທ້

    ມີ​ຄວາມ​ກະລຸນາ​ຕໍ່​ທຸກ​ຄົນ

    ໂດຍ​ໃຫ້​ສິ່ງ​ຈຳເປັນ​ເຮົາ​ທຸກ​ວັນ

    ຄົນ​ທີ່​ກັບ​ໃຈ​ສາມາດ​ໝັ້ນ​ໃຈ

    ວ່າ​ພະອົງ​ຟັງ​ຄຳ​ຂໍ​ເມດຕາ

    ພະອົງ​ຮູ້​ວ່າ​ເຮົາ​ເປັນ​ແຕ່​ດິນ

    ເຕັມ​ໃຈ​ເມດຕາ​ກະລຸນາ​ເຮົາ

  2. 2. ເມື່ອ​ເຮົາ​ໂສກ​ເສົ້າ​ເພາະ​ພາດ​ຜິດ​ໄປ

    ພະເຈົ້າ​ອະໄພ​ເມື່ອ​ເຮົາ​ອ້ອນ​ວອນ

    ເຍຊູ​ຄລິດ​ວາງ​ແບບ​ຢ່າງ​ໃຫ້​ເຮົາ

    ເລື່ອງ​ອະທິດຖານ​ຂໍ​ຄວາມ​ເມດຕາ

    ຂໍ​ໃຫ້​ພະເຈົ້າ​ອະໄພ​ໃຫ້​ເຮົາ

    ດັ່ງ​ທີ່​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ

    ບໍ່​ຄິດ​ແຄ້ນ​ເຄືອງ​ອະໄພ​ໃຫ້​ກັນ

    ໃຫ້​ເຮົາ​ມີ​ຄວາມ​ສະຫງົບ​ໃນ​ໃຈ

  3. 3. ໄດ້​ຄວາມ​ເມດຕາ​ເມື່ອ​ໃຫ້​ອະໄພ

    ສະແດງ​ຜົນ​ພະລັງ​ບໍລິສຸດ

    ເຮັດ​ໂດຍ​ບໍ່​ຫວັງ​ໃຫ້​ຄົນ​ຊື່ນຊົມ

    ເຮົາ​ເຕັມ​ໃຈ​ເຮັດ​ຢ່າງ​ມີ​ຄວາມ​ສຸກ

    ພະເຈົ້າ​ເຫັນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ

    ພະອົງ​ຈະ​ຕອບ​ແທນ​ເຮົາ​ແນ່ນອນ

    ຄວາມ​ເມດຕາ​ໃຫ້​ເຮົາ​ມີ​ຄວາມ​ສຸກ

    ງົດງາມ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ

(ເບິ່ງ​ຕື່ມ ມັດ. 6:2-4, 12-14)