ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 130

ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

(ຄຳເພງ 86:5)

  1. 1. ເຢໂຫວາ​ມີ​ຄວາມ​ຮັກ ຍອມ​ສະລະ​ລູກ​ຊາຍ​ຜູ້​ດຽວ

    ເພື່ອ​ໃຫ້​ມາ​ໄຖ່​ບາບ​ຂອງ​ພວກ​ເຮົາ ແລະ​ທຳລາຍ​ຄວາມ​ຕາຍ​ໝົດ​ໄປ

    ເມື່ອ​ເຮົາ​ສຳນຶກ​ຜິດ​ດ້ວຍ​ຫົວໃຈ ພະອົງ​ພ້ອມ​ອະໄພ​ໃຫ້​ເຮົາ

    ຍ້ອນ​ເຮົາ​ມີ​ຄ່າໄຖ່​ຂອງ​ພະ​ຄລິດ ຂໍ​ອະໄພ​ໃນ​ຊື່​ພະອົງ

  2. 2. ເຮົາ​ໄດ້​ຮັບ​ຄວາມ​ເມດຕາ ເມື່ອ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ

    ສະແດງ​ຄວາມ​ຮັກ​ແລະ​ເຫັນ​ໃຈ​ກັນ ເຮົາ​ໃຈ​ກວ້າງ​ອະໄພ​ໃຫ້​ກັນ

    ບໍ່​ເກັບ​ຄວາມ​ຂຸ່ນ​ເຄືອງ​ໄວ້​ຂ້າງ​ໃນ ໃຫ້​ອະໄພ​ກັນ​ດ້ວຍ​ໝົດ​ໃຈ

    ເຮົາ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່ ພ້ອມ​ໃຫ້​ກຽດ​ພີ່​ນ້ອງ​ຂອງ​ເຮົາ

  3. 3. ຄວາມ​ເມດຕາ​ເປັນ​ສິ່ງ​ດີ ເຮົາ​ທຸກ​ຄົນ​ຄວນ​ຈະ​ຝຶກ​ຝົນ

    ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດ​ແກ້ແຄ້ນ​ກັນ ບໍ່​ແຄ້ນ​ເຄືອງ​ແລະ​ຊັງ​ຜູ້​ໃດ

    ເມື່ອ​ເຮົາ​ຮຽນ​ແບບ​ຢ່າງ​ເຢໂຫວາ ຜູ້​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່

    ໃຫ້​ອະໄພ​ກັນ​ດ້ວຍ​ຄວາມ​ເຕັມ​ໃຈ ເຮົາ​ກຳລັງ​ຮຽນ​ແບບ​ພະອົງ