ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 131

ພະເຈົ້າ​ໄດ້​ເຮັດ​ໃຫ້​ຜູກ​ພັນ​ກັນ​ແລ້ວ

ພະເຈົ້າ​ໄດ້​ເຮັດ​ໃຫ້​ຜູກ​ພັນ​ກັນ​ແລ້ວ

(ມັດທາຍ 19:5, 6)

  1. 1. ເຮົາ​ຍິນດີ​ແລະຊື່ນບານ

    ສານ​ສາມ​ກຽວ​ເຂົ້າ​ດ້ວຍ​ກັນ

    ຕໍ່​ໜ້າ​ພະເຈົ້າ​ແລະ​ພະຍານ

    ກ່າວ​ຄຳ​ສາບານ​ອອກ​ມາ

    (ທ່ອນ​ຊ້ຳ 1)

    ເຈົ້າ​ບ່າວ​ສາບານ​ຕໍ່​ພະເຈົ້າ

    ຈະ​ຮັກ​ເຈົ້າ​ສາວ​ສຸດ​ໃຈ

    ທີ່​ພະເຈົ້າ​ໃຫ້​ຜູກ​ພັນ​ກັນ

    ຢ່າ​ໃຫ້​ໃຜ​ມາ​ທຳລາຍ

  2. 2. ຊອກ​ຫາ​ຄຳ​ສອນ​ພະເຈົ້າ

    ຮຽນ​ຮູ້​ເຊື່ອ​ຟັງ​ເຮັດ​ຕາມ

    ຂໍ​ການ​ອວຍ​ພອນ​ຈາກ​ພະອົງ

    ເຕັມ​ໃຈ​ເຮັດ​ຕາມ​ສັນຍາ

    (ທ່ອນ​ຊ້ຳ 2)

    ເຈົ້າ​ສາວ​ສາບານ​ຕໍ່​ພະເຈົ້າ

    ຈະ​ຮັກ​ເຈົ້າ​ບ່າວ​ສຸດ​ໃຈ

    ທີ່​ພະເຈົ້າ​ໃຫ້​ຜູກ​ພັນ​ກັນ

    ຢ່າ​ໃຫ້​ໃຜ​ມາ​ທຳລາຍ