ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 133

ນະມັດສະການ​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ໜຸ່ມ

ນະມັດສະການ​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ໜຸ່ມ

(ຜູ້​ເທສະໜາ​ປ່າວ​ປະກາດ 12:1)

  1. 1. ເດັກ​ນ້ອຍ​ຊາຍ​ຍິງ​ມີ​ຄ່າ​ແທ້​ຕໍ່​ພະເຈົ້າ

    ທັງ​ໜຸ່ມ​ສາວ​ທີ່​ຮັບໃຊ້​ດ້ວຍ​ຄວາມ​ສັດ​ຊື່

    ພະອົງ​ຮັກ​ແລະ​ສົນ​ໃຈ​ພວກ​ເຂົາ​ທຸກ​ຄົນ

    ແລະ​ອວຍ​ພອນ​ພວກ​ເຂົາ​ທຸກ​ວັນ​ຕະຫຼອດ​ໄປ

  2. 2. ໃຫ້​ນັບຖື​ພໍ່​ແມ່​ຜູ້​ທີ່​ເບິ່ງ​ແຍງ​ເຮົາ

    ບອກ​ຄວາມ​ຮູ້ສຶກ​ພາຍ​ໃນ​ຂອງ​ເຮົາ​ທີ່​ມີ

    ເປັນ​ສິ່ງ​ທີ່​ພະເຈົ້າ​ແລະ​ຄົນ​ອື່ນ​ຊື່ນຊົມ

    ໃຫ້​ຜູກ​ພັນ​ກັບ​ເຢໂຫວາ​ແລະ​ພີ່​ນ້ອງ

  3. 3. ໃຫ້​ຄິດ​ເຖິງ​ພະເຈົ້າ​ໃນ​ຕອນ​ທີ່​ຍັງ​ໜຸ່ມ

    ໃຫ້​ຄວາມ​ຮັກ​ຕໍ່​ຄວາມ​ຈິງ​ເຕີບ​ໃຫຍ່​ທຸກ​ວັນ

    ດ້ວຍ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະເຈົ້າ

    ຍິນດີ​ໃນ​ກະສັດ​ເຢໂຫວາ​ຂອງ​ເຮົາ