ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 134

ລູກ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ລູກ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

(ຄຳເພງ 127:3-5)

  1. 1. ເມື່ອ​ຜູ້​ຊາຍ ໄດ້​ກາຍ​ເປັນ​ພໍ່​ຄົນ

    ເມື່ອ​ຜູ້​ຍິງ​ໄດ້​ໃຫ້​ກຳເນີດ ລູກ​ອອກ​ມາ

    ເຂົາ​ທັງ​ສອງ​ຕ້ອງ​ຈື່​ແລະ​ວາງໃຈ​ວ່າ

    ລູກ​ບໍ່​ໄດ້​ເປັນ ຂອງ​ຕົນ ເທົ່າ​ນັ້ນ

    ແຕ່​ເປັນ​ຂອງ​ຂວັນ ຈາກ​ພະ​ເຢໂຫວາ

    ຜູ້​ທີ່​ເປັນ​ແຫຼ່ງ ຄວາມ​ຮັກ​ແລະ​ໃຫ້​ຊີວິດ

    ເປັນ​ຜູ້​ທີ່​ໃຫ້ ຄຳ​ແນະນຳ​ພໍ່​ແມ່

    ເພື່ອ​ໃຫ້​ເຮັດ​ຕາມ ທາງ​ຂອງ​ຄວາມ ປັນຍາ

    (ທ່ອນ​ຊ້ຳ)

    ສິດທິ​ພິເສດ​ທີ່​ເຈົ້າ​ໄດ້​ຮັບ​ນີ້ ເຈົ້າ​ມີ​ຂອງ​ຂວັນ​ມີ​ຄ່າ​ໃນ​ມື

    ໃຫ້​ສິ່ງ​ທີ່​ດີ​ມີ​ຄ່າ​ກວ່າ​ສິ່ງ​ໃດ ຄື​ສອນ​ໃຫ້​ລູກ​ເຊື່ອ​ຟັງ​ພະເຈົ້າ

  2. 2. ຄຳ​ສັ່ງ​ສອນ ທຸກ​ຢ່າງ​ຂອງ​ພະເຈົ້າ

    ຕ້ອງ​ໃຫ້​ຢູ່​ໃນ​ຫົວໃຈ​ຂອງ ເຈົ້າ​ສະເໝີ

    ເພື່ອ​ເຈົ້າ​ຈະ​ສອນ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ

    ເຈົ້າ​ຕ້ອງ​ວາງ​ໃຈ ເຮັດ​ຕາມ ໜ້າ​ທີ່

    ໃຫ້​ສອນ​ລູກ​ໃນ ເວລາ​ເຈົ້າ​ເດີນ​ທາງ

    ເວລາ​ຕື່ນ​ນອນ ແລະ​ຕອນ​ທີ່​ເຈົ້າ​ພັກຜ່ອນ

    ເຖິງ​ເວລາ​ຜ່ານ ລູກ​ກໍ​ຍັງ​ຈື່​ໄດ້

    ໃຫ້​ເຂົາ​ເຊື່ອ​ຟັງ ເພື່ອ​ຈະ​ໄດ້ ຊີວິດ

    (ທ່ອນ​ຊ້ຳ)

    ສິດທິ​ພິເສດ​ທີ່​ເຈົ້າ​ໄດ້​ຮັບ​ນີ້ ເຈົ້າ​ມີ​ຂອງ​ຂວັນ​ມີ​ຄ່າ​ໃນ​ມື

    ໃຫ້​ສິ່ງ​ທີ່​ດີ​ມີ​ຄ່າ​ກວ່າ​ສິ່ງ​ໃດ ຄື​ສອນ​ໃຫ້​ລູກ​ເຊື່ອ​ຟັງ​ພະເຈົ້າ