ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 135

ພະ​ເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ‘ລູກ​ຂອງ​ເຮົາ​ເອີຍ​ຈົ່ງ​ເປັນ​ຄົນ​ມີ​ປັນຍາ​ເຖີດ’

ພະ​ເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ‘ລູກ​ຂອງ​ເຮົາ​ເອີຍ​ຈົ່ງ​ເປັນ​ຄົນ​ມີ​ປັນຍາ​ເຖີດ’

(ສຸພາສິດ 27:11)

  1. 1. ໜຸ່ມ​ສາວ​ທັງ​ຫຼາຍ ຈົ່ງ​ມອບ​ຫົວໃຈ ຂອງ​ເຈົ້າ​ໃຫ້​ເຮົາ

    ໃຫ້​ພວກ​ສັດຕູ​ຂອງ​ເຮົາ​ໄດ້​ຮູ້ ແລະ​ເຫັນ​ດ້ວຍ​ຕາ

    ວ່າ​ເຈົ້າ​ເຕັມ​ໃຈ​ມອບ​ຄວາມ​ເປັນ​ໜຸ່ມ ຂອງ​ເຈົ້າ​ໃຫ້​ເຮົາ

    ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ຮູ້​ວ່າ​ເຈົ້າ ຈະ​ຢູ່​ເພື່ອ​ເຮົາ

    (ທ່ອນ​ຊ້ຳ)

    ລູກ​ຊາຍ​ທີ່​ຮັກ ລູກ​ສາວ​ທີ່​ມີ​ຄ່າ

    ສຸຂຸມ ເຮັດ​ໃຫ້​ໃຈ​ເຮົາ​ຊື່ນ​ບານ

    ທີ່​ເຈົ້າ​ຮັບໃຊ້​ເຮົາ​ດ້ວຍ​ສຸດ​ຫົວໃຈ

    ແລະ​ເຈົ້າ​ສັນ​ເສີນ​ເຮົາ​ດ້ວຍ​ເລືອກ​ເອງ

  2. 2. ຈົ່ງ​ມີ​ຄວາມ​ສຸກ ກັບ​ທຸກ​ສິ່ງ​ທີ່ ເຈົ້າ​ເຮັດ​ເພື່ອ​ເຮົາ

    ຖ້າ​ເຈົ້າ​ອ່ອນແອ​ແລະ​ລົ້ມ​ລົງ​ເຮົາ ກໍ​ຈະ​ຊ່ວຍ​ເຈົ້າ

    ເຖິງ​ເຈົ້າ​ອາດ​ຜິດ​ຫວັງ​ຈາກ​ບາງ​ຄົນ ທີ່​ບໍ່​ຈິງ​ໃຈ

    ແຕ່​ເຈົ້າ​ຢ່າ​ທໍ້​ແທ້​ຈົ່ງ​ຮູ້​ວ່າ ເຮົາ​ຫ່ວງໃຍ​ເຈົ້າ

    (ທ່ອນ​ຊ້ຳ)

    ລູກ​ຊາຍ​ທີ່​ຮັກ ລູກ​ສາວ​ທີ່​ມີ​ຄ່າ

    ສຸຂຸມ ເຮັດ​ໃຫ້​ໃຈ​ເຮົາ​ຊື່ນ​ບານ

    ທີ່​ເຈົ້າ​ຮັບໃຊ້​ເຮົາ​ດ້ວຍ​ສຸດ​ຫົວໃຈ

    ແລະ​ເຈົ້າ​ສັນ​ເສີນ​ເຮົາ​ດ້ວຍ​ເລືອກ​ເອງ