ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 136

ລາງວັນ​ທີ່​ດີ​ທີ່​ສຸດ​ຈາກ​ພະ​ເຢໂຫວາ

ລາງວັນ​ທີ່​ດີ​ທີ່​ສຸດ​ຈາກ​ພະ​ເຢໂຫວາ

(ລຶດ 2:12)

  1. 1. ເຢໂຫວາ​ສັດ​ຊື່ ໂດຍ​ສົນ​ໃຈ​ຢ່າງ​ເຕັມ​ທີ

    ຕໍ່​ຜູ້ ທີ່​ຮັບໃຊ້ ສຸດ​ຫົວໃຈ

    ພະອົງ ຮູ້​ວ່າ​ການ ອຸທິດ​ຕົວ ໃຫ້​ພະອົງ

    ຈະ​ຕ້ອງ ໄດ້​​ສະລະ ໃນ​ຫຼາຍ​ຢ່າງ

    ຖ້າ​ເຈົ້າ ເສຍ​ສະລະ ເຮືອນ​ຫຼື​ຄອບຄົວຫຼື​ໝູ່

    ໃຫ້​ຮູ້ ວ່າ​ພະເຈົ້າ ນັ້ນ​ບໍ່​ລືມ

    ພະອົງ ຕອບ​ແທນ​ເຈົ້າ ໃຫ້​ມີ​ສັງຄົມ​ພີ່​ນ້ອງ

    ພ້ອມ​ທັງ ມີ​ຊີວິດ ໃນ​ໂລກ​ໃໝ່

    (ທ່ອນ​ຊ້ຳ)

    ເຢໂຫວາ​ຈະ​ຕອບ​ແທນ​ສິ່ງ​ທີ່​ເຈົ້າ​ເຮັດ ພະອົງ​ຈະ​ໃຫ້​ລາງວັນ​ທີ່​ດີ​ທີ່​ສຸດ

    ເຈົ້າ​ຈະ​ປອດໄພ​ໃຕ້​ປີກ​ຂອງ​ພະອົງ ເຢໂຫວາ​ຜູ້​ຊອບທຳ ພະເຈົ້າ​ຜູ້​ສັດ​ຈິງ

  2. 2. ເຮົາ​ອາດ​ຮູ້ສຶກ​ວ່າ ຊີວິດ​ສູນ​ເສຍ​ຫຼາຍ​ຢ່າງ

    ເຮັດໃຫ້ ຕ້ອງບາກບັ່ນ ແລະ​ດີ້ນຮົນ

    ບາງ​ຄັ້ງ ກໍ​ມີ​ເລື່ອງ ໃຫ້​ກັງວົນ ແລະເມື່ອຍໃຈ

    ຈົນ​ເກີນ ກຳລັງ​ເຮົາ ຈະ​ຮັບ​ມື

    ພະເຈົ້າ ຜູ້​ປອບ​ໂຍນ ຮູ້​ຄວາມ​ຕ້ອງການ​ຂອງ​ເຈົ້າ

    ພະອົງ ໄດ້​ຍິນ​ເຈົ້າ ອະທິດຖານ

    ພະລັງ ບໍລິສຸດ ຄວາມ​ຈິງ​ແລະ​ເພື່ອນ​ທີ່​ຮັກ

    ຈະ​ໃຫ້ ການ​ປອບ​ໂຍນ ແລະ​ດູ​ແລ

    (ທ່ອນ​ຊ້ຳ)

    ເຢໂຫວາ​ຈະ​ຕອບ​ແທນ​ສິ່ງ​ທີ່​ເຈົ້າ​ເຮັດ ພະອົງ​ຈະ​ໃຫ້​ລາງວັນ​ທີ່​ດີ​ທີ່​ສຸດ

    ເຈົ້າ​ຈະ​ປອດໄພ​ໃຕ້​ປີກ​ຂອງ​ພະອົງ ເຢໂຫວາ​ຜູ້​ຊອບທຳ ພະເຈົ້າ​ຜູ້​ສັດ​ຈິງ

(ເບິ່ງ​ຕື່ມ ຕັດສິນ. 11:38-40; ເອຊາ. 41:10)