ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 141

ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ

ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ

(ຄຳເພງ 36:9)

  1. 1. ແສງ​ແດດ​ສ່ອງ​ລົງ​ມາ ເຂົ້າ​ໃນ​ນາ​ທຸກ​ຮວງ

    ເດັກ​ນ້ອຍ​ທີ່​ເກີດ​ໃໝ່​ທຸກ​ຄົນ ຝົນ​ທີ່​ຕົກ​ມາ

    ທັງ​ໝົດ​ເປັນ​ຂອງ​ຂວັນ ຈາກ​ພະ​ເຢໂຫວາ

    ພະອົງ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ເພື່ອ​ເຮົາ​ທຸກ​ວັນ

    (ທ່ອນ​ຊ້ຳ)

    ເຮົາ​ຕ້ອງ ຕອບ​ແທນ​ແນວ​ໃດ ກັບ​ຂອງ​ຂວັນ ມີ​ຄ່າ

    ຕ້ອງ​ຮັກສາ ແລະ​ສະແດງ​ຄວາມ​ຮັກ ຕໍ່​ຜູ້​ມອບ​ໃຫ້​ເຮົາ

    ເຖິງ​ວ່າ ຈະ​ເຮັດ​ສິ່ງ​ໃດ ເຮົາ​ກໍ​ບໍ່​ຄູ່​ຄວນ​ກັບ

    ຊີວິດ ທີ່​ເປັນ​ຂອງ​ຂວັນ ທີ່​ອັດສະຈັນ ແທ້​ຈິງ

  2. 2. ຫຼາຍ​ຄົນ​ໄດ້​ຍອມ​ແພ້ ເລີກ​ລົ້ມ​ຄວາມ​ຕັ້ງ​ໃຈ

    ເປັນ​ເຊັ່ນ​ດັ່ງ​ເມຍ​ໂຢບ​ທີ່​ໃຫ້ “ປ້ອຍ​ດ່າ​ພະເຈົ້າ”

    ເຮົາ​ບໍ່​ເປັນ​ເຊັ່ນ​ນັ້ນ ຕ້ອງ​ເຊີດຊູ​ພະເຈົ້າ

    ເຮົາ​ຂອບໃຈ​ພະອົງ​ສຳລັບ​ຊີວິດ​ທີ່​ມີ​ຄ່າ

    (ທ່ອນ​ຊ້ຳ)

    ເຮົາ​ຕ້ອງ ຕອບ​ແທນ​ແນວ​ໃດ ກັບ​ຂອງ​ຂວັນ ມີ​ຄ່າ

    ຕ້ອງ​ຮັກສາ ແລະ​ສະແດງ​ຄວາມ​ຮັກ ຕໍ່​ຜູ້​ມອບ​ໃຫ້​ເຮົາ

    ເຖິງ​ວ່າ ຈະ​ເຮັດ​ສິ່ງ​ໃດ ເຮົາ​ກໍ​ບໍ່​ຄູ່​ຄວນ​ກັບ

    ຊີວິດ ທີ່​ເປັນ​ຂອງ​ຂວັນ ທີ່​ອັດສະຈັນ ແທ້​ຈິງ