ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 142

ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ຂອງ​ເຮົາ

ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ຂອງ​ເຮົາ

(ເຫບເລີ 6:18, 19)

  1. 1. ມະນຸດ​ທຸກ​ຄົນ​ຢູ່​ໃນ​ຄວາມ​ມືດ​ມາ​ຫຼາຍ​ຮ້ອຍ​ປີ

    ບໍ່​ມີ​ສິ່ງ​ດີ​ທີ່​ເຂົາ​ເຮັດ​ດັ່ງ​ໄລ່​ຈັບ​ລົມ

    ທາງ​ຂອງ​ມະນຸດ​ໃນ​ທີ່​ສຸດ​ຄື​ຄວາມ​ທຸກ​ໂສກ

    ທຸກ​ຄົນ​ມີ​ບາບ​ຈຶ່ງ​ບໍ່​ສາມາດ​ຊ່ວຍ

    (ທ່ອນ​ຊ້ຳ)

    ເຮົາ​ຮ້ອງ​ຍິນດີ ທີ່​ພະເຈົ້າ​ໄດ້​ແຕ່ງ​ຕັ້ງ

    ໃຫ້​ພະ​ຄລິດ​ປົກຄອງ ຊ່ວຍ​ເຮົາ​ພົ້ນ​ຈາກ​ຄວາມ​ຢ້ານ

    ໃນ​ວັນ​ສຸດ​ທ້າຍ​ຈະ​ທຳລາຍ​ຄວາມ​ຊົ່ວຊ້າ

    ເຮົາ​ຕ້ອງ​ຍຶດ​ຄວາມ​ຫວັງ​ນີ້​ເອົາ​ໄວ້​ໃຫ້​ໝັ້ນ​ຄົງ

  2. 2. ມີ​ການ​ເຕືອນ​ວ່າ “ວັນ​ໃຫຍ່​ຂອງ​ພະເຈົ້າ​ໃກ້​ເຂົ້າ​ມາ”

    ບໍ່​ມີ​ໃຜ​ຈະ​ຖາມ​ອີກ​ວ່າ​ຈະ​ມາ​ມື້​ໃດ

    ບໍ່​ດົນ​ພະເຈົ້າ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ທຸກ

    ເຮົາ​ຮ້ອງ​ເພງ​ສັນ​ເສີນ​ອຳນາດ​ພະອົງ

    (ທ່ອນ​ຊ້ຳ)

    ເຮົາ​ຮ້ອງ​ຍິນດີ ທີ່​ພະເຈົ້າ​ໄດ້​ແຕ່ງ​ຕັ້ງ

    ໃຫ້​ພະ​ຄລິດ​ປົກຄອງ ຊ່ວຍ​ເຮົາ​ພົ້ນ​ຈາກ​ຄວາມ​ຢ້ານ

    ໃນ​ວັນ​ສຸດ​ທ້າຍ​ຈະ​ທຳລາຍ​ຄວາມ​ຊົ່ວຊ້າ

    ເຮົາ​ຕ້ອງ​ຍຶດ​ຄວາມ​ຫວັງ​ນີ້​ເອົາ​ໄວ້​ໃຫ້​ໝັ້ນ​ຄົງ