ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 3

ການ​ໃຊ້​ຄຳຖາມ

ການ​ໃຊ້​ຄຳຖາມ

ມັດທາຍ 16:13-16

ຈຸດ​ສຳຄັນ: ໃຊ້​ຄຳຖາມ​ທີ່​ເໝາະ​ສົມ​ເພື່ອ​ກະຕຸ້ນ​ຄວາມ​ສົນ​ໃຈ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຫາ​ເຫດຜົນ​ກັບ​ຜູ້​ຟັງ ແລະ​ເພື່ອ​ເນັ້ນ​ຈຸດ​ສຳຄັນ.

ສິ່ງ​ທີ່​ຄວນ​ເຮັດ:

  • ກະຕຸ້ນ​ຄວາມ​ສົນ​ໃຈ​ຢ່າງ​ຕໍ່​ເນື່ອງ. ໃຊ້​ຄຳຖາມ​ທີ່​ກະຕຸ້ນ​ໃຫ້​ຜູ້​ຟັງ​ຄິດ​ຫຼື​ສົນ​ໃຈ​ຢາກ​ຮູ້​ຄຳຕອບ.

  • ຖາມ​ເພື່ອ​ຫາ​ເຫດຜົນ. ໃຊ້​ຄຳຖາມ​ຕໍ່​ເນື່ອງ​ເປັນ​ຈຸດໆ ເພື່ອ​ຊ່ວຍ​ຜູ້​ຟັງ​ໃຫ້​ຄິດ​ຫາ​ເຫດຜົນ ແລະ​ໄດ້​ຂໍ້​ສະຫຼຸບ​ທີ່​ສົມ​ເຫດ​ສົມ​ຜົນ.

  • ຖາມ​ເພື່ອ​ເນັ້ນ​ຈຸດ​ສຳຄັນ. ໃຊ້​ຄຳຖາມ​ເພື່ອ​ກະຕຸ້ນ​ຄວາມ​ສົນ​ໃຈ​ກ່ອນ​ຈະ​ເວົ້າ​ເຖິງ​ຈຸດ​ສຳຄັນ ເພື່ອ​ທົບ​ທວນ​ຫຼັງ​ຈາກ​ເວົ້າ​ຈຸດ​ສຳຄັນ ແລະ​ເພື່ອ​ສະຫຼຸບ​ຄຳ​ບັນລະຍາຍ.