ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 5

ການ​ອ່ານ​ຢ່າງ​ຖືກຕ້ອງ

ການ​ອ່ານ​ຢ່າງ​ຖືກຕ້ອງ

1 ຕີໂມເຕ 4:13

ຈຸດ​ສຳຄັນ: ອ່ານ​ອອກ​ສຽງ​ໃຫ້​ຖືກຕ້ອງ​ຕາມ​ຄຳ​ທີ່​ຂຽນ​ໄວ້.

ສິ່ງ​ທີ່​ຄວນ​ເຮັດ:

  • ກຽມ​ຕົວ​ເປັນ​ຢ່າງ​ດີ. ໃຫ້​ຄິດ​ເຖິງ​ເຫດຜົນ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ການ​ຂຽນ​ຂໍ້​ຄວາມ​ທີ່​ເຈົ້າ​ອ່ານ. ຝຶກ​ອ່ານ​ເປັນ​ກຸ່ມ​ຄຳ ບໍ່​ແມ່ນ​ອ່ານ​ເປັນ​ຄຳໆ. ລະວັງ​ຢ່າ​ຕື່ມ​ຄຳ ຂ້າມ​ຄຳ ຫຼື​ປ່ຽນ​ຄຳ​ໃດ​ຄຳ​ໜຶ່ງ. ໃຫ້​ເບິ່ງ​ເຄື່ອງ​ໝາຍ​ວັກ​ຕອນ​ທັງ​ໝົດ​ທີ່​ຢູ່​ໃນ​ຂໍ້​ຄວາມ​ທີ່​ເຈົ້າ​ອ່ານ.

  • ອອກ​ສຽງ​ແຕ່​ລະ​ຄຳ​ໃຫ້​ຖືກຕ້ອງ. ຖ້າ​ເຈົ້າ​ບໍ່​ຮູ້​ວ່າ​ຄຳ​ນັ້ນ​ອອກ​ສຽງ​ແນວ​ໃດ ໃຫ້​ເບິ່ງ​ຈາກ​ວັດຈະນານຸກົມ ຟັງ​ສຽງ​ບັນທຶກ​ການ​ອ່ານ​ຂອງ​ປຶ້ມ​ນັ້ນ ຫຼື​ຖາມ​ຄົນ​ທີ່​ອອກ​ສຽງ​ໄດ້​ດີ.

  • ອອກ​ສຽງ​ໃຫ້​ແຈ້ງ. ອອກ​ສຽງ​ແຕ່​ລະ​ຄຳ​ໃຫ້​ດີ ເງີຍ​ໜ້າ​ຂຶ້ນ ອ້າ​ປາກ​ໃຫ້​ກວ້າງ ແລະ​ພະຍາຍາມ​ອອກ​ສຽງ​ທຸກ​ຄຳ​ໃຫ້​ແຈ້ງ.