ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 6

ອະທິບາຍ​ຂໍ້​ຄຳພີ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ

ອະທິບາຍ​ຂໍ້​ຄຳພີ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ

ໂຢຮັນ 10:33-36

ຈຸດ​ສຳຄັນ: ຢ່າ​ພຽງ​ແຕ່​ອ່ານ​ຂໍ້​ຄຳພີ​ແລ້ວ​ເວົ້າ​ເຖິງ​ຈຸດ​ຕໍ່​ໄປ​ທັນທີ ແຕ່​ຄວນ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ​ວ່າ​ຂໍ້​ຄຳພີ​ທີ່​ເຈົ້າ​ອ່ານ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ທີ່​ເຈົ້າ​ເວົ້າ​ແນວ​ໃດ.

ສິ່ງ​ທີ່​ຄວນ​ເຮັດ:

  • ເນັ້ນ​ຄຳ​ສຳຄັນ. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ ໃຫ້​ເນັ້ນ​ຄຳ​ທີ່​ເປັນ​ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ເວົ້າ. ເຈົ້າ​ອາດ​ເວົ້າ​ຄຳ​ນັ້ນ​ຊ້ຳ​ອີກ​ເທື່ອ​ໜຶ່ງ ຫຼື​ຖາມ​ເພື່ອ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ຄຳ​ໃດ​ເປັນ​ຄຳ​ສຳຄັນ.

  • ເນັ້ນ​ຈຸດ​ສຳຄັນ​ທີ່​ຢາກ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ. ຖ້າ​ເຈົ້າ​ອ່ານ​ຂໍ້​ຄຳພີ​ເພື່ອ​ຫາ​ເຫດຜົນ ເຈົ້າ​ຕ້ອງ​ອະທິບາຍ​ວ່າ​ຈຸດ​ສຳຄັນ​ຂອງ​ຂໍ້​ຄຳພີ​ສະໜັບສະໜູນ​ເຫດຜົນ​ນັ້ນ​ແນວ​ໃດ.

  • ອະທິບາຍ​ໃຫ້​ເຂົ້າ​ໃຈ​ງ່າຍໆ. ໃຫ້​ເວົ້າ​ສະເພາະ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ແລະ​ສະໜັບສະໜູນ​ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ເວົ້າ. ໂດຍ​ອາໄສ​ຄວາມ​ຮູ້​ທີ່​ຜູ້​ຟັງ​ມີ​ຢູ່​ແລ້ວ ເຈົ້າ​ຕ້ອງ​ຕັດສິນ​ໃຈ​ໃຫ້​ດີ​ວ່າ​ຈະ​ໃຫ້​ຂໍ້​ມູນ​ສ່ຳ​ໃດ ເພື່ອ​ເຮັດ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ງ່າຍ.