ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 12

ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ

ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ

1 ເທຊະໂລນີກ 2:7, 8

ຈຸດ​ສຳຄັນ: ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ ເຮັດ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ເຈົ້າ​ຮັກ​ແລະ​ຢາກ​ຊ່ວຍ​ເຂົາ​ເຈົ້າ.

ສິ່ງ​ທີ່​ຄວນ​ເຮັດ:

  • ຄິດ​ເຖິງ​ຜູ້​ຟັງ. ຕອນ​ທີ່​ກຽມ​ໃຫ້​ຄິດ​ເຖິງ​ຜູ້​ຟັງ​ວ່າ​ເຂົາ​ເຈົ້າ​ປະສົບ​ກັບ​ບັນຫາ​ຫຍັງ​ແດ່. ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ.

  • ເລືອກ​ຄຳ​ເວົ້າ​ທີ່​ດີ. ເລືອກ​ຄຳ​ເວົ້າ​ທີ່​ຈະ​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ສົດ​ຊື່ນ ສະບາຍ​ໃຈ ແລະ​ໄດ້​ຮັບ​ກຳລັງ​ໃຈ. ບໍ່​ເວົ້າ​ເລື່ອງ​ທີ່​ເຮັດ​ໃຫ້​ຜູ້​ຟັງ​ບໍ່​ສະບາຍ​ໃຈ​ຖ້າ​ບໍ່​ຈຳເປັນ ຫຼີກ​ລ່ຽງ​ການ​ເວົ້າ​ໃນ​ແງ່​ລົບ​ກ່ຽວ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ພະ​ເຢໂຫວາ ຫຼື​ເວົ້າ​ດູຖູກ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ.

  • ສະແດງ​ຄວາມ​ສົນ​ໃຈ. ໃຊ້​ນ້ຳ​ສຽງ​ທີ່​ອົບອຸ່ນ​ແລະ​ທ່າ​ທາງ​ທີ່​ເໝາະ​ສົມ ເຮັດ​ໃຫ້​ຜູ້​ຟັງ​ເຫັນ​ວ່າ​ເຈົ້າ​ສົນ​ໃຈ​ລາວ​ແທ້ໆ. ເອົາໃຈໃສ່​ການ​ສະແດງ​ອອກ​ທາງ​ສີ​ໜ້າ ແລະ​ຍິ້ມ​ເລື້ອຍໆ.