ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ​ທີ 15

ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ

ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ

1 ເທຊະໂລນີກ 1:5

ຈຸດ​ສຳຄັນ: ສະແດງ​ຄວາມ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ​ວ່າ​ເປັນ​ຄວາມ​ຈິງ​ແລະ​ເປັນ​ສິ່ງ​ທີ່​ສຳຄັນ.

ສິ່ງ​ທີ່​ຄວນ​ເຮັດ:

  • ກຽມ​ຕົວຢ່າງ​ດີ. ສຶກສາ​ເລື່ອງ​ທີ່​ຈະ​ເວົ້າ​ຈົນ​ເຂົ້າ​ໃຈ​ວ່າ ຄຳພີ​ໄບເບິນ​ມີ​ຂໍ້​ພິສູດ​ແນວ​ໃດ​ວ່າ​ເລື່ອງ​ນັ້ນ​ເປັນ​ຄວາມ​ຈິງ. ພະຍາຍາມ​ອະທິບາຍ​ຈຸດ​ສຳຄັນ​ໂດຍ​ໃຊ້​ຄຳ​ເວົ້າ​ງ່າຍໆບໍ່​ເທົ່າ​ໃດ​ຄຳ. ເນັ້ນ​ໃຫ້​ຜູ້​ຟັງ​ເຫັນ​ວ່າ​ເລື່ອງ​ທີ່​ເວົ້າ​ເປັນ​ປະໂຫຍດ​ແນວ​ໃດ​ກັບ​ເຂົາ​ເຈົ້າ. ອະທິດຖານ​ຂໍ​ພະລັງ​ບໍລິສຸດ.

  • ໃຊ້​ຄຳ​ທີ່​ສະແດງ​ເຖິງ​ຄວາມ​ໝັ້ນ​ໃຈ. ໃຊ້​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ແທນ​ທີ່​ຈະ​ເວົ້າ​ຫຼື​ອ່ານ​ຕາມ​ປຶ້ມ. ເລືອກ​ໃຊ້​ຄຳ​ເວົ້າ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ.

  • ສະແດງ​ຄວາມ​ຈິງ​ຈັງ​ແລະ​ຈິງ​ໃຈ. ໃຊ້​ສຽງ​ດັງ​ຢ່າງ​ເໝາະ​ສົມ. ສົບ​ຕາ​ຜູ້​ຟັງ​ຢູ່​ສະເໝີ ຖ້າ​ບໍ່​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ອຶດ​ອັດ.