ບົດຮຽນທີ 17
ການເວົ້າເພື່ອໃຫ້ຄົນອື່ນເຂົ້າໃຈງ່າຍ
ສິ່ງທີ່ຄວນເຮັດ:
-
ສຶກສາໃຫ້ລະອຽດ. ເຈົ້າຕ້ອງເຂົ້າໃຈເລື່ອງທີ່ເວົ້າເປັນຢ່າງດີເພື່ອຈະສາມາດອະທິບາຍເລື່ອງນັ້ນໃນວິທີທີ່ງ່າຍແລະເປັນຄຳເວົ້າຂອງຕົວເອງ.
-
ໃຊ້ປະໂຫຍກສັ້ນໆແລະຄຳເວົ້າງ່າຍໆ. ເຖິງວ່າເຮົາອາດຕ້ອງເວົ້າປະໂຫຍກທີ່ຍາວ ແຕ່ເມື່ອຖ່າຍທອດຈຸດສຳຄັນກໍຄວນໃຊ້ຄຳເວົ້າຫຼືປະໂຫຍກສັ້ນໆທີ່ເຂົ້າໃຈງ່າຍ.
-
ອະທິບາຍຄຳທີ່ບໍ່ຄຸ້ນເຄີຍ. ຖ້າເປັນໄປໄດ້ບໍ່ຄວນໃຊ້ຄຳທີ່ຜູ້ຟັງບໍ່ຄຸ້ນເຄີຍ ແຕ່ຖ້າຈຳເປັນຕ້ອງເວົ້າຄຳທີ່ບໍ່ຄຸ້ນເຄີຍ ຊື່ຈາກຄຳພີໄບເບິນ ໜ່ວຍວັດແທກບູຮານ ຫຼືຄຳທີ່ກ່ຽວກັບປະເພນີບູຮານ ກໍຄວນອະທິບາຍຕື່ມເພື່ອໃຫ້ຜູ້ຟັງເຂົ້າໃຈ.