ບົດຮຽນທີ 20
ຄຳລົງທ້າຍທີ່ມີປະສິດທິພາບ
ຜູ້ເທສະໜາປ່າວປະກາດ 12:13, 14
ຈຸດສຳຄັນ: ໃນຄຳລົງທ້າຍເຮັດໃຫ້ຜູ້ຟັງຍອມຮັບແລະນຳເອົາສິ່ງທີ່ໄດ້ຮຽນໄປໃຊ້.
ສິ່ງທີ່ຄວນເຮັດ:
-
ເຊື່ອມໂຍງຄຳລົງທ້າຍກັບຈຸດສຳຄັນຂອງເລື່ອງ. ເວົ້າຈຸດສຳຄັນ ແລະຫົວເລື່ອງອີກຄັ້ງ.
-
ກະຕຸ້ນໃຈຜູ້ຟັງ. ໃຫ້ຜູ້ຟັງຮູ້ວ່າຄວນເຮັດຫຍັງ ໃຫ້ເຫດຜົນທີ່ດີວ່າເປັນຫຍັງຈຶ່ງຄວນເຮັດສິ່ງນັ້ນ ເວົ້າແບບທີ່ສະແດງວ່າເຈົ້າເຊື່ອໃນສິ່ງທີ່ເຈົ້າເວົ້າ ແລະເຫັນວ່າເລື່ອງນັ້ນສຳຄັນ.
-
ເວົ້າໃຫ້ສັ້ນແລະງ່າຍໆ. ບໍ່ຕ້ອງເວົ້າຈຸດສຳຄັນໃໝ່ອີກ. ແຕ່ໃຫ້ເວົ້າໜ້ອຍທີ່ສຸດ ແລະເວົ້າແບບຂໍຮ້ອງໃຫ້ຜູ້ຟັງນຳເລື່ອງທີ່ຮຽນໄປໃຊ້.