ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 04

ໃຜ​ແມ່ນ​ພະເຈົ້າ?

ໃຜ​ແມ່ນ​ພະເຈົ້າ?

ຕັ້ງ​ແຕ່​ອະດີດ​ມະນຸດ​ຂາບ​ໄຫວ້​ບູຊາ​ຫຼື​ນະມັດສະການ​ເທບ​ພະເຈົ້າ​ຫຼາຍ​ອົງ. ແຕ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະເຈົ້າ​ອົງ​ໜຶ່ງ​ທີ່ “ຍິ່ງໃຫຍ່​ກວ່າ​ພະ​ອື່ນໆ​ທັງ​ໝົດ.” (2 ຂ່າວຄາວ 2:5, ລ.ມ.) ໃຜ​ແມ່ນ​ພະເຈົ້າ​ອົງ​ນັ້ນ? ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຍິ່ງໃຫຍ່​ກວ່າ​ພະ​ອື່ນໆ​ທັງ​ໝົດ​ທີ່​ຜູ້​ຄົນ​ນະມັດສະການ? ໃນ​ບົດ​ນີ້​ເຈົ້າ​ຈະ​ໄດ້​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ.

1. ພະເຈົ້າ​ຊື່​ຫຍັງ ແລະ​ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ຊື່​ນັ້ນ?

ໃນ​ຄຳພີ​ໄບເບິນ​ພະເຈົ້າ​ບອກ​ເຮົາ​ໃຫ້​ຮູ້ຈັກ​ຊື່​ຂອງ​ເພິ່ນ. ເພິ່ນ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. ນີ້​ເປັນ​ຊື່​ຂອງ​ເຮົາ.” (ອ່ານ​ເອຊາອີ 42:5, 8, ລ.ມ.) “ເຢໂຫວາ” ແມ່ນ​ຊື່​ທີ່​ແປ​ມາ​ຈາກ​ພາສາ​ເຮັບເຣີ​ເຊິ່ງ​ໝາຍ​ເຖິງ “ເພິ່ນ​ເຮັດ​ໃຫ້​ເປັນ.” ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ຊື່​ຂອງ​ເພິ່ນ. (ອົບພະຍົບ 3:15) ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ຊື່​ຂອງ​ເພິ່ນ? ໃນ​ຄຳພີ​ໄບເບິນ​ມີ​ຊື່​ຂອງ​ເພິ່ນ​ຫຼາຍ​ກວ່າ 7.000 ເທື່ອ! a ເຢໂຫວາ​ເປັນ​ຊື່​ຂອງ “ພະເຈົ້າ​ທ່ຽງ​ແທ້ ພະອົງ​ເປັນ​ພະເຈົ້າ​ທັງ​ໃນ​ສະຫວັນ​ແລະ​ເທິງ​ໂລກ.”—ພະບັນຍັດ 4:39, ລ.ມ.

2. ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ?

ຄຳພີ​ໄບເບິນ​ເວົ້າ​ວ່າ​ໃນ​ບັນດາ​ພະເຈົ້າ​ທີ່​ມະນຸດ​ນະມັດສະການ ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ​ທ່ຽງ​ແທ້. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ມີ​ຫຼາຍ​ເຫດຜົນ. ພະ​ເຢໂຫວາ​ມີ​ອຳນາດ​ປົກຄອງ​ສູງ​ສຸດ​ແລະ​ເພິ່ນ​ຜູ້​ດຽວ​ທີ່​ເປັນ “ພະເຈົ້າ​ອົງ​ສູງ​ສຸດ​ແຕ່​ອົງ​ດຽວ​ທີ່​ປົກຄອງ​ທົ່ວ​ທັງ​ໂລກ.” (ອ່ານ​ຄຳເພງ 83:18, ລ.ມ.) ເພິ່ນ​ມີ “ລິດເດດ​ສູງ​ສຸດ” ເຊິ່ງ​ໝາຍ​ຄວາມ​ວ່າ​ເພິ່ນ​ມີ​ພະລັງ​ທີ່​ຈະ​ເຮັດ​ຫຍັງ​ກໍ​ໄດ້​ທີ່​ເພິ່ນ​ຕ້ອງການ. ເພິ່ນ “ສ້າງ​ທຸກ​ສິ່ງ” ໃນ​ເອກະພົບ​ແລະ​ທຸກ​ສິ່ງ​ເທິງ​ໂລກ. (ພະນິມິດ 4:8, 11) ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ຊີວິດ​ຢູ່​ຕະຫຼອດ​ມາ​ຕັ້ງ​ແຕ່​ອະດີດ ແລະ​ເພິ່ນ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ.—ຄຳເພງ 90:2

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ຕຳແໜ່ງ​ຂອງ​ພະເຈົ້າ​ແລະ​ຊື່​ຂອງ​ເພິ່ນ​ແຕກຕ່າງ​ກັນ​ແນວ​ໃດ. ແລ້ວ​ເບິ່ງ​ວ່າ​ເພິ່ນ​ບອກ​ເຈົ້າ​ໃຫ້​ຮູ້ຈັກ​ຊື່​ຂອງ​ເພິ່ນ​ແນວ​ໃດ​ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ແບບ​ນັ້ນ.

3. ພະເຈົ້າ​ມີ​ຫຼາຍ​ຕຳແໜ່ງ ແຕ່​ມີ​ຊື່​ດຽວ

ເພື່ອ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຕຳແໜ່ງ​ກັບ​ຊື່ ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຕຳແໜ່ງ​ເຊັ່ນ “ພະອົງ​ເຈົ້າ” ກັບ​ຊື່​ຕ່າງ​ກັນ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ວ່າ​ມີ​ເທບ​ພະເຈົ້າ​ແລະ​ພະ​ຫຼາຍ​ອົງ​ທີ່​ຜູ້​ຄົນ​ນະມັດສະການ. ອ່ານ​ຄຳເພງ 136:1-3, ລ.ມ. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃຜ​ແມ່ນ “ພະເຈົ້າ​ຜູ້​ຍິ່ງໃຫຍ່​ເໜືອ​ພະ​ທັງ​ໝົດ” ແລະ “ຜູ້​ເປັນ​ນາຍ​ເໜືອ​ເຈົ້ານາຍ​ທັງ​ຫຼາຍ”?

4. ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຮູ້ຈັກ​ແລະ​ເອີ້ນ​ຊື່​ຂອງ​ເພິ່ນ

ອັນ​ໃດ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຮູ້ຈັກ​ຊື່​ຂອງ​ເພິ່ນ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ຮູ້ຈັກ​ຊື່​ຂອງ​ເພິ່ນ​ບໍ? ເປັນ​ຫຍັງ​ຈຶ່ງ​ຄິດ​ແນວ​ນັ້ນ?

ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ໃຊ້​ຊື່​ຂອງ​ເພິ່ນ. ອ່ານ​ໂຣມ 10:13 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສຳຄັນ​ແນວ​ໃດ​ທີ່​ຈະ​ເອີ້ນ​ພະເຈົ້າ​ດ້ວຍ​ຊື່​ເຢໂຫວາ?

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ບາງ​ຄົນ​ຈື່​ຊື່​ຂອງ​ເຈົ້າ​ໄດ້​ແລະ​ເອີ້ນ​ຊື່​ນັ້ນ?

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຈົ້າ​ເອີ້ນ​ຊື່​ຂອງ​ເພິ່ນ?

5. ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ

ຜູ້​ຍິງ​ຄົນ​ກຳ​ປູ​ເຈຍ​ຄົນ​ໜຶ່ງ​ຊື່​ໂຊ​ແທນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮູ້ຈັກ​ຊື່​ຂອງ​ພະເຈົ້າ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ຊີວິດ​ຂອງ​ໂຊ​ແທນ​ເປັນ​ແນວ​ໃດ​ຫຼັງ​ຈາກ​ທີ່​ໄດ້​ຮູ້ຈັກ​ຊື່​ຂອງ​ພະເຈົ້າ?

ກ່ອນ​ທີ່​ເຈົ້າ​ຈະ​ເປັນ​ໝູ່​ກັບ​ບາງ​ຄົນ ປົກກະຕິ​ແລ້ວ​ເຈົ້າ​ຕ້ອງ​ຮູ້ຈັກ​ຊື່​ຂອງ​ລາວ​ກ່ອນ. ອ່ານ​ຢາໂກໂບ 4:8 ສ່ວນ ກ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ເຊີນ​ເຈົ້າ​ໃຫ້​ເຮັດ​ຫຍັງ?

  • ການ​ຮູ້ຈັກ​ແລະ​ເອີ້ນ​ຊື່​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ບາງ​ຄົນ​ເວົ້າ​ວ່າ: “ເອີ້ນ​ແຕ່​ພະເຈົ້າ​ກໍ​ພໍ ບໍ່​ຕ້ອງ​ເອີ້ນ​ຊື່​ເພິ່ນ​ດອກ.”

  • ເຈົ້າ​ເຊື່ອ​ບໍ​ວ່າ​ເຢໂຫວາ​ແມ່ນ​ຊື່​ຂອງ​ພະເຈົ້າ?

  • ເຈົ້າ​ຈະ​ອະທິບາຍ​ແນວ​ໃດ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ເອີ້ນ​ຊື່​ຂອງ​ເພິ່ນ?

ສະຫຼຸບ

ເຢໂຫວາ​ແມ່ນ​ຊື່​ຂອງ​ພະເຈົ້າ​ທ່ຽງ​ແທ້​ພຽງ​ອົງ​ດຽວ. ເພິ່ນ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ແລະ​ເອີ້ນ​ຊື່​ນັ້ນ​ເພື່ອ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.

ຄຳຖາມ​ທົບ​ທວນ

  • ພະ​ເຢໂຫວາ​ແຕກຕ່າງ​ຈາກ​ພະ​ອື່ນໆ​ທັງ​ໝົດ​ທີ່​ຜູ້​ຄົນ​ນະມັດສະການ​ແນວ​ໃດ?

  • ເປັນ​ຫຍັງ​ເຮົາ​ຄວນ​ເອີ້ນ​ຊື່​ຂອງ​ພະເຈົ້າ?

  • ອັນ​ໃດ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ສະໜິດ​ກັບ​ເພິ່ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ເບິ່ງ​ຫ້າ​ເຫດຜົນ​ທີ່​ພິສູດ​ວ່າ​ພະເຈົ້າ​ມີ​ຢູ່​ແທ້.

“ພະເຈົ້າ​ມີ​ຢູ່​ແທ້​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ໄດ້​ວ່າ​ພະເຈົ້າ​ມີ​ຊີວິດ​ຢູ່​ຕະຫຼອດ​ມາ​ແລະ​ເພິ່ນ​ຈະ​ຢູ່​ຕະຫຼອດ​ໄປ.

“ໃຜ​ສ້າງ​ພະເຈົ້າ?” (ຫໍສັງເກດການ 1 ສິງຫາ 2014)

ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ເອີ້ນ​ຊື່​ຂອງ​ພະເຈົ້າ ເຖິງ​ວ່າ​ເຮົາ​ບໍ່​ແນ່​ໃຈ​ວ່າ​ຄົນ​ສະໄໝ​ກ່ອນ​ອອກ​ສຽງ​ຊື່​ນັ້ນ​ແນວ​ໃດ.

“ພະ​ເຢໂຫວາ​ແມ່ນ​ໃຜ?” (ບົດ​ຄວາມ​ໃນ​ເວັບໄຊ)

ສຳຄັນ​ບໍ​ທີ່​ເຮົາ​ຈະ​ເອີ້ນ​ຊື່​ຂອງ​ພະເຈົ້າ? ມາ​ເບິ່ງ​ເຫດຜົນ​ທີ່​ເຮົາ​ເວົ້າ​ໄດ້​ວ່າ​ເພິ່ນ​ມີ​ແຕ່​ຊື່​ດຽວ.

“ພະເຈົ້າ​ມີ​ຈັກ​ຊື່?” (ບົດ​ຄວາມ​ໃນ​ເວັບໄຊ)

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ເລື່ອງ​ຄວາມ​ໜາຍ​ຂອງ​ຊື່​ພະເຈົ້າ​ແລະ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ບາງ​ສະບັບ​ລຶບ​ຊື່​ຂອງ​ເພິ່ນ​ອອກ ໃຫ້​ເບິ່ງ​ຢູ່ ພາກ​ຜະໜວກ ກ​4 ຂອງ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່. (ພາສາ​ໄທ)