ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 06

ສິ່ງ​ມີ​ຊີວິດ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ?

ສິ່ງ​ມີ​ຊີວິດ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ?

ພະເຈົ້າ “ເປັນ​ບໍ່​ເກີດ​ຂອງ​ຊີວິດ.” (ຄຳເພງ 36:9, ລ.ມ.) ເຈົ້າ​ເຊື່ອ​ແບບ​ນັ້ນ​ບໍ? ບາງ​ຄົນ​ຄິດ​ວ່າ​ຄົນ ສັດ ແລະ​ຕົ້ນ​ໄມ້​ໃບ​ຫຍ້າ​ເກີດ​ຂຶ້ນ​ມາ​ເອງ​ໂດຍ​ບໍ່​ມີ​ໃຜ​ສ້າງ. ຖ້າ​ເປັນ​ແນວ​ນັ້ນ ຊີວິດ​ຂອງ​ເຮົາ​ກໍ​ຄື​ຊິ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ. ແຕ່​ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຕັ້ງ​ໃຈ​ສ້າງ​ເຮົາ​ຂຶ້ນ​ມາ ຊີວິດ​ຂອງ​ເຮົາ​ກໍ​ຄື​ຊິ​ມີ​ຈຸດ​ມຸ່ງ​ໝາຍ ແມ່ນ​ບໍ? a ໃຫ້​ເຮົາ​ມາ​ເບິ່ງ​ວ່າ ຄຳພີ​ໄບເບິນ​ບອກ​ວ່າ​ສິ່ງ​ມີ​ຊີວິດ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ​ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ເລື່ອງ​ທີ່​ຄຳພີ​ໄບເບິນ​ບອກ​ໄດ້.

1. ເອກະພົບ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ?

ຄຳ​ພີ​ໄບເບິນ​ບອກ​ວ່າ: “ໃນ​ຕອນ​ເລີ່ມ​ຕົ້ນ ພະເຈົ້າ​ສ້າງ​ຟ້າ​ແລະ​ໂລກ.” (ຕົ້ນເດີມ 1:1, ລ.ມ.) ນັກ​ວິທະຍາສາດ​ສ່ວນ​ຫຼາຍ​ເຫັນດີ​ນຳ​ວ່າ​ເອກະພົບ​ຕ້ອງ​ມີ​ຈຸດ​ເລີ່ມ​ຕົ້ນ. ພະເຈົ້າ​ສ້າງ​ເອກະພົບ​ແນວ​ໃດ? ເພິ່ນ​ໃຊ້​ພະລັງ​ບໍລິສຸດ​ເຊິ່ງ​ເປັນ “ພະລັງ” ຂອງ​ເພິ່ນ​ສ້າງ​ທຸກ​ສິ່ງ​ໃນ​ເອກະພົບ ເຊັ່ນ​ກາ​ເລັກ​ຊີ ດວງ​ດາວ ແລະ​ດາວ​ເຄາະ​ຕ່າງໆ.—ຕົ້ນເດີມ 1:2

2. ພະເຈົ້າ​ສ້າງ​ໂລກ​ມາ​ເພື່ອ​ຫຍັງ?

ພະ​ເຢໂຫວາ “ບໍ່​ໄດ້​ສ້າງ​ໂລກ​ໄວ້​ລ້າໆ​ໂດຍ​ບໍ່​ມີ​ຈຸດ​ປະສົງ​ຫຍັງ ແຕ່​ເພິ່ນ​ສ້າງ​ໄວ້​ເພື່ອ​ໃຫ້​ຄົນ​ຢູ່​ອາໄສ.” (ເອຊາອີ 45:18, ລ.ມ.) ເພິ່ນ​ສ້າງ​ໂລກ​ໃຫ້​ເປັນ​ຄື​ກັບ​ເຮືອນ​ທີ່​ເປັນ​ຕາ​ຢູ່​ແລະ​ມີ​ທຸກ​ຢ່າງ​ພ້ອມ​ເພື່ອ​ມະນຸດ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ. (ອ່ານ​ເອຊາອີ 40:28; 42:5) ນັກ​ວິທະຍາສາດ​ບອກ​ວ່າ​ໂລກ​ຂອງ​ເຮົາ​ພິເສດ​ຫຼາຍ​ແລະ​ບໍ່​ຄື​ກັບ​ດາວ​ດວງ​ອື່ນໆ. ມີ​ແຕ່​ໂລກ​ເທົ່າ​ນັ້ນ​ທີ່​ມີ​ທຸກ​ຢ່າງ​ທີ່​ຈຳເປັນ​ເພື່ອ​ມະນຸດ​ຈະ​ມີ​ຊີວິດ​ຢູ່​ໄດ້.

3. ເປັນ​ຫຍັງ​ມະນຸດ​ຈຶ່ງ​ບໍ່​ຄື​ສັດ?

ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ສ້າງ​ໂລກ​ແລ້ວໆ ເພິ່ນ​ກໍ​ສ້າງ​ສິ່ງ​ມີຊີວິດ. ທຳ​ອິດ ເພິ່ນ​ສ້າງ​ພືດ​ແລະ​ສັດ​ກ່ອນ. ແລ້ວ​ຫຼັງ​ຈາກ​ນັ້ນ “ພະເຈົ້າ​ຈຶ່ງ​ສ້າງ​ມະນຸດຕາມ​ແບບ​ເພິ່ນ.” (ອ່ານ​ຕົ້ນເດີມ 1:27, ລ.ມ.) ເປັນ​ຫຍັງ​ມະນຸດ​ຈຶ່ງ​ບໍ່​ຄື​ສັດ? ຍ້ອນ​ວ່າ​ພະເຈົ້າ​ສ້າງ​ເຮົາ​ຕາມ​ແບບ​ເພິ່ນ ເຮົາ​ຈຶ່ງ​ມີ​ຄຸນ​ລັກສະນະ​ທີ່​ເພິ່ນ​ມີ ເຊັ່ນ​ຄວາມ​ຮັກ​ແລະ​ຄວາມຍຸຕິທຳ. ເພິ່ນ​ຍັງ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ຮຽນ​ພາສາ​ຕ່າງໆ​ໄດ້ ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ສິ່ງ​ທີ່​ສວຍ​ງາມ ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ຟັງ​ເພງ​ທີ່​ມັກ. ແລະ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ບໍ່​ຄື​ສັດ​ກໍ​ຄື ເຮົາ​ສາມາດ​ນະມັດສະການ​ພະເຈົ້າ​ໄດ້.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ເຫດຜົນ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ສິ່ງ​ມີຊີວິດ​ຕ້ອງ​ມີ​ຜູ້ອອກແບບ​ແລະ​ເລື່ອງ​ການສ້າງ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເຊື່ອ​ຖື​ໄດ້. ເຮົາ​ຈະ​ມາ​ເບິ່ງ​ອີກ​ວ່າ​ຄຸນ​ລັກສະນະ​ທີ່​ມະນຸດ​ມີ​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ພະເຈົ້າ.

4. ສິ່ງ​ມີ​ຊີວິດ​ຕ້ອງ​ມີ​ຜູ້ອອກແບບ

ບາງ​ຄົນ​ໄດ້​ຮັບ​ການຍ້ອງຍໍ​ຍ້ອນ​ວ່າ​ລາວ​ອອກ​ແບບ​ສິ່ງ​ຂອງ​ບາງ​ຢ່າງ ແຕ່​ສິ່ງ​ທີ່​ລາວ​ອອກ​ແບບ​ກໍ​ຮຽນ​ແບບ​ມາ​ຈາກ​ສິ່ງ​ທີ່​ມີ​ຢູ່​ແລ້ວ​ໃນ​ທຳມະຊາດ. ຖ້າ​ເປັນ​ແບບ​ນັ້ນ​ໃຜ​ຄວນ​ຈະ​ໄດ້​ຮັບ​ການຍ້ອງຍໍ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມະນຸດ​ອອກ​ແບບ​ຫຍັງ​ແດ່​ທີ່​ຮຽນ​ແບບ​ມາ​ຈາກ​ທຳມະຊາດ?

ເຮືອນ​ທຸກ​ຫຼັງ​ຕ້ອງ​ມີ​ຄົນ​ອອກ​ແບບ​ແລະ​ສ້າງ​ຂຶ້ນ​ມາ. ແລ້ວ​ທຸກ​ສິ່ງ​ໃນ​ທຳມະຊາດ​ເດ ໃຜ​ເປັນ​ຜູ້ອອກແບບ​ແລະ​ສ້າງ​ຂຶ້ນ​ມາ? ອ່ານ​ເຮັບເຣີ 3:4 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີ​ຫຍັງ​ແດ່​ໃນ​ທຳມະຊາດ​ທີ່​ເຈົ້າ​ຮູ້ສຶກ​ມັກ​ເປັນ​ພິເສດ?

  • ເຈົ້າ​ຄິດ​ວ່າ​ຕ້ອງ​ມີ​ຜູ້ອອກແບບ​ແລະ​ສ້າງ​ທຸກ​ສິ່ງ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ເຈົ້າ​ຮູ້​ບໍ?

ເຈົ້າ​ສາມາດ​ອ່ານ​ບົດ​ຄວາມ​ແລະ​ເບິ່ງ​ວິດີໂອ​ກ່ຽວ​ກັບ​ເລື່ອງ​ນີ້​ໄດ້​ໃນ​ເວັບໄຊ jw.org/lo ໃນ​ຫົວ​ຂໍ້ “ມີ​ຜູ້ອອກແບບ​ບໍ?” ແລະ “ມຸມ​ມອງ​ເລື່ອງ​ຕົ້ນກຳເນີດ​ຂອງ​ຊີວິດ.

“ເຮືອນ​ທຸກ​ຫຼັງ​ຕ້ອງ​ມີ​ຄົນ​ສ້າງ ແຕ່​ຜູ້​ທີ່​ສ້າງ​ທຸກ​ສິ່ງ​ແມ່ນ​ພະເຈົ້າ”

5. ເລື່ອງ​ການສ້າງ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເຊື່ອ​ຖື​ໄດ້

ໃນ​ຄຳ​ພີ​ໄບເບິນ​ໃນ​ປຶ້ມ​ຕົ້ນເດີມ​ບົດ​ທີ 1 ບອກ​ເລື່ອງ​ການສ້າງ​ໂລກ​ແລະ​ສິ່ງ​ມີຊີວິດ. ເຈົ້າ​ຄິດ​ວ່າ​ນີ້​ເປັນ​ເລື່ອງ​ຈິງ​ບໍ ຫຼື​ວ່າ​ມັນ​ເປັນ​ພຽງ​ເລື່ອງ​ເລົ່າ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳ​ພີ​ໄບເບິນ​ສອນ​ວ່າ​ຫົກ​ມື້​ທີ່​ພະເຈົ້າ​ໃຊ້​ສ້າງ​ໂລກ​ແລະ​ສິ່ງ​ມີ​ຊີວິດ​ໝາຍ​ເຖິງ​ມື້​ທີ່​ມີ 24 ຊົ່ວ​ໂມງ​ບໍ?

  • ເຈົ້າ​ຄິດ​ວ່າ​ເລື່ອງ​ການສ້າງ​ທີ່​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ແທ້​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ອ່ານ​ຕົ້ນເດີມ 1:1 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ນັກ​ວິທະຍາສາດ​ບອກ​ວ່າ​ເອກະພົບ​ຕ້ອງ​ມີ​ຈຸດ​ເລີ່ມ​ຕົ້ນ. ຂໍ້​ຄຳ​ພີ​ທີ່​ຫາ​ກໍ​ອ່ານ​ໄປ​ກົງ​ກັບ​ສິ່ງ​ທີ່​ນັກ​ວິທະຍາສາດ​ບອກ​ແນວ​ໃດ?

ບາງ​ຄົນ​ຄິດ​ວ່າ​ພະເຈົ້າ​ສ້າງ​ສິ່ງ​ມີ​ຊີວິດ​ແບບ​ງ່າຍໆ​ຂຶ້ນ​ມາ​ແລ້ວ​ປ່ອຍ​ໃຫ້​ມັນ​ຄ່ອຍໆ​ພັດທະນາ​ກາຍ​ເປັນ​ສິ່ງ​ມີ​ຊີວິດ​ຫຼາຍ​ຊະນິດ. ອ່ານ​ຕົ້ນເດີມ 1:21, 25, 27 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳພີ​ໄບເບິນ​ບອກ​ບໍ​ວ່າ​ພະເຈົ້າ​ສ້າງ​ສິ່ງ​ມີ​ຊີວິດ​ຊະນິດ​ດຽວ​ແລ້ວ​ປ່ອຍ​ໃຫ້​ມັນ​ຄ່ອຍໆ​ພັດທະນາ​ ກາຍ​ເປັນ​ສັດ​ຊະນິດ​ຕ່າງໆ​ແລະ​ມະນຸດ? ຫຼື​ເພິ່ນ​ສ້າງ ​ສິ່ງ​ມີ​ຊີວິດ​ແຕ່​ລະ “ຊະນິດ” ຂຶ້ນ​ມາ​ຕັ້ງ​ແຕ່​ທຳອິດ?

6. ມະນຸດ​ບໍ່​ຄື​ກັບ​ສິ່ງ​ມີ​ຊີວິດ​ຊະນິດ​ອື່ນ

ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ແຕກຕ່າງ​ຈາກ​ສັດ. ອ່ານ​ຕົ້ນເດີມ 1:26 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຍ້ອນ​ເຮົາ​ຖືກ​ສ້າງ​ຕາມ​ແບບ​ພະເຈົ້າ ທີ່​ເຮົາ​ຮັກ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ໄດ້ ກໍ​ສະແດງ​ວ່າ​ພະເຈົ້າ​ຕ້ອງ​ມີ​ຄວາມ​ຮູ້ສຶກ​ແນວ​ໃດ​ຄື​ກັນ?

ບາງ​ຄົນ​ເວົ້າ​ວ່າ: “ເລື່ອງ​ການສ້າງ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເປັນ​ພຽງ​ເລື່ອງ​ເລົ່າ.”

  • ເຈົ້າ​ຄິດ​ແນວ​ໃດ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ສະຫຼຸບ

ພະ​ເຢໂຫວາ​ສ້າງ​ເອກະພົບ​ແລະ​ສິ່ງ​ມີ​ຊີວິດ​ທຸກ​ຊະນິດ.

ຄຳຖາມ​ທົບ​ທວນ

  • ຄຳ​ພີ​ໄບເບິນ​ບອກ​ວ່າ​ເອກະພົບ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ?

  • ພະເຈົ້າ​ສ້າງ​ສິ່ງ​ມີ​ຊີວິດ​ຊະນິດ​ດຽວ​ແລ້ວ​ປ່ອຍ​ໃຫ້​ມັນ​ຄ່ອຍໆ​ພັດທະນາ​ ກາຍ​ເປັນ​ສິ່ງ​ມີ​ຊີວິດ​ຊະນິດ​ຕ່າງໆ​ບໍ ຫຼື​ພະເຈົ້າ​ສ້າງ​ ສິ່ງ​ມີ​ຊີວິດ​ແຕ່​ລະ​ຊະນິດ​ຂຶ້ນ​ມາ​ຕັ້ງ​ແຕ່​ທຳອິດ?

  • ເປັນ​ຫຍັງ​ມະນຸດ​ຈຶ່ງ​ບໍ່​ຄື​ສິ່ງ​ມີ​ຊີວິດ​ຊະນິດ​ອື່ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ເບິ່ງ​ບາງ​ຢ່າງ​ໃນ​ທຳມະຊາດ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ຕ້ອງ​ມີ​ຜູ້ອອກແບບ.

“ທຳມະຊາດ​ສອນ​ຫຍັງ​ເຮົາ?” (ຕື່ນ​ເຖີດ! ກັນຍາ 2006)

ພໍ່​ຈະ​ອະທິບາຍ​ໃຫ້​ລູກ​ຊາຍ​ຟັງ​ເລື່ອງ​ການສ້າງ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ແນວ​ໃດ.

‘ພະ​ເຢໂຫວາ​ສ້າງ​ທຸກ​ສິ່ງ’ (2:37)

ສິ່ງ​ມີຊີວິດ​ເກີດ​ຂຶ້ນ​ມາ​ໂດຍ​ບັງເອີນ​ບໍ​ຫຼື​ຖືກ​ສ້າງ​ຂຶ້ນ​ມາ ຫຼັກ​ຖານ​ຈາກ​ຟອດຊິນ​ແລະ​ຫຼັກ​ຖານ​ທາງ​ວິທະຍາສາດ​ບອກ​ຫຍັງ​ກັບ​ເຮົາ.

ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ (ຈຸນລະສານ. ບໍ່​ມີ​ໃນ​ພາສາ​ລາວ)

a ໃນ​ບົດ​ທີ 25 ເຮົາ​ຈະ​ລົມ​ກັນ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ມະນຸດ.