ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 08

ເຈົ້າ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້

ເຈົ້າ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ​ແລະ​ເປັນ​ໝູ່​ກັບ​ເພິ່ນ. ຍ້ອນ​ຫຍັງ? ຖ້າ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ ເຄີຍ​ເຮັດ​ຫຍັງ​ມາ​ແດ່ ແລະ​ຢາກ​ຈະ​ໃຫ້​ຫຍັງ​ກັບ​ເຈົ້າ ເຈົ້າ​ກໍ​ຄື​ຊິ​ຢາກ​ຈະ​ເປັນ​ໝູ່​ກັບ​ເພິ່ນ. ແຕ່​ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແທ້ໆ​ບໍ? (ອ່ານ​ຄຳເພງ 25:14) ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ກັບ​ເພິ່ນ? ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ແລະ​ຍັງ​ບອກ​ອີກ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ.

1. ພະ​ເຢໂຫວາ​ເຊີນ​ເຈົ້າ​ໃຫ້​ເຮັດ​ຫຍັງ?

“ໃຫ້​ເຂົ້າ​ໄປ​ໃກ້​ຊິດ​ກັບ​ພະເຈົ້າ ແລ້ວ​ພະອົງ​ຈະ​ເຂົ້າ​ມາ​ໃກ້​ຊິດ​ກັບ​ພວກ​ເຈົ້າ.” (ຢາໂກໂບ 4:8) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ພະ​ເຢໂຫວາ​ກຳລັງ​ເຊີນ​ເຈົ້າ​ໃຫ້​ເປັນ​ໝູ່​ກັບ​ເພິ່ນ. ແຕ່​ບາງ​ຄົນ​ຄິດ​ວ່າ​ຖ້າ​ເຮົາ​ບອກ​ວ່າ​ພະເຈົ້າ​ເປັນ​ໝູ່​ກັບ​ເຮົາ​ກໍ​ຄື​ຊິ​ເປັນ​ການ​ບໍ່​ໃຫ້​ກຽດ​ເພິ່ນ ຫຼື​ບາງ​ຄົນ​ອາດ​ຈະ​ຄິດ​ວ່າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ​ໃນ​ເມື່ອ​ເຮົາ​ບໍ່​ເຄີຍ​ເຫັນ​ເພິ່ນ. ແຕ່​ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ເພິ່ນ. ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້​ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຄີຍ​ເຫັນ​ເພິ່ນ.

2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ?

ບໍ່​ມີ​ໃຜ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ພະ​ເຢໂຫວາ​ຮັກ​ເຈົ້າ. ເພິ່ນ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແລະ​ຖ້າ​ເຈົ້າ​ມີ​ບັນຫາ​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ. ເຈົ້າ​ສາມາດ “ຝາກ​ຄວາມ​ອຸກ​ໃຈ​ທັງ​ໝົດ​ໄວ້​ກັບ​ພະອົງ ເພາະ​ພະອົງ​ຫ່ວງໃຍ​ພວກ​ເຈົ້າ.” (1 ເປໂຕ 5:7) ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ ໃຫ້​ກຳລັງໃຈ ແລະ​ຮັບ​ຟັງ​ໝູ່​ຂອງ​ເພິ່ນ​ສະເໝີ.—ອ່ານ​ຄຳເພງ 94:18, 19

3. ພະ​ເຢໂຫວາ​ຈະ​ເປັນ​ໝູ່​ກັບ​ຄົນ​ແບບ​ໃດ?

ພະ​ເຢໂຫວາ​ຮັກ​ມະນຸດ​ທຸກ​ຄົນ “ແຕ່​ເພິ່ນ​ເປັນ​ໝູ່​ສະໜິດ​ກັບ​ຄົນ​ສັດ​ຊື່.” (ສຸພາສິດ 3:32, ລ.ມ.) ພະ​ເຢໂຫວາ​ຈະ​ເປັນ​ໝູ່​ກັບ​ຄົນ​ທີ່​ພະຍາຍາມ​ເຮັດ​ສິ່ງ​ທີ່​ເພິ່ນ​ບອກ​ວ່າ​ດີ​ແລະ​ຫຼີກ​ລ່ຽງ​ສິ່ງ​ທີ່​ເພິ່ນ​ບອກ​ວ່າ​ບໍ່​ດີ. ບາງ​ຄົນ​ອາດ​ຄິດ​ວ່າ​ຍາກ​ໂພດ​ທີ່​ຈະ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ແຕ່​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ດີ. ເພິ່ນ​ຍອມ​ຮັບ​ຄົນ​ທີ່​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ເພິ່ນ​ບອກ.—ຄຳເພງ 147:11; ກິດຈະການ 10:34, 35

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ.

4. ອັບຣາຮາມ​ເປັນ​ໝູ່​ກັບ​ພະ​ເຢໂຫວາ

ເລື່ອງ​ຂອງ​ອັບຣາຮາມ (ຊື່​ເກົ່າ​ແມ່ນ​ອັບລາມ) ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ການ​ເປັນ​ໝູ່​ກັບ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ. ອ່ານ​ເລື່ອງ​ຂອງ​ອັບຣາຮາມ​ໃນ​ຕົ້ນເດີມ 12:1-4. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ບອກ​ໃຫ້​ອັບຣາຮາມ​ເຮັດ​ຫຍັງ?

  • ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ອັບຣາຮາມ?

  • ແລ້ວ​ອັບຣາຮາມ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ບໍ?

5. ພະ​ເຢໂຫວາ​ຢາກ​ໃຫ້​ໝູ່​ຂອງ​ເພິ່ນ​ເຮັດ​ຫຍັງ?

ເຮົາ​ອາດ​ຈະ​ເຄີຍ​ຂໍ​ໃຫ້​ໝູ່​ເຮັດ​ຫຍັງ​ບາງ​ຢ່າງ.

  • ເຈົ້າ​ເຄີຍ​ຂໍ​ໃຫ້​ໝູ່​ເຮັດ​ຫຍັງ​ແດ່?

ອ່ານ 1 ໂຢຮັນ 5:3 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ຢາກ​ໃຫ້​ໝູ່​ຂອງ​ເພິ່ນ​ເຮັດ​ຫຍັງ?

ເພື່ອ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ອາດ​ຈະ​ຕ້ອງ​ປ່ຽນ​ນິດໄສ​ຫຼື​ການ​ກະທຳ​ຂອງ​ເຮົາ. ອ່ານ​ເອຊາອີ 48:17, 18 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ບອກ​ໃຫ້​ໝູ່​ຂອງ​ເພິ່ນ​ປ່ຽນ​ແປງ​ໂຕ​ເອງ​ເພື່ອ​ປະໂຫຍດ​ຂອງ​ໃຜ?

ໝູ່​ທີ່​ດີ​ຈະ​ເປັນ​ຫ່ວງ​ແລະ​ເຕືອນ​ເຮົາ​ສະເໝີ. ພະ​ເຢໂຫວາ​ກໍ​ເຮັດ​ແບບ​ນັ້ນ​ກັບ​ໝູ່​ຂອງ​ເພິ່ນ​ຄື​ກັນ

6. ພະ​ເຢໂຫວາ​ຊ່ວຍ​ໝູ່​ຂອງ​ເພິ່ນ​ແນວ​ໃດ​ແດ່?

ພະ​ເຢໂຫວາ​ຊ່ວຍ​ໝູ່​ຂອງ​ເພິ່ນ​ໃຫ້​ຮັບ​ມື​ກັບ​ບັນຫາ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ຜູ້ຍິງ​ຄົນ​ໜຶ່ງ​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ ແຕ່​ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ?

ອ່ານ​ເອຊາອີ 41:10, 13 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ໝູ່​ຂອງ​ເພິ່ນ​ແນວ​ໃດ?

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ທີ່​ດີ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ເມື່ອ​ເຈົ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ໝູ່​ສະໜິດ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ. ພະ​ເຢໂຫວາ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ເຈົ້າ​ຄື​ກັນ

7. ເຮົາ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຖ້າ​ເຮົາ​ເວົ້າ​ແລະ​ຟັງ​ເພິ່ນ

ຖ້າ​ລົມ​ກັບ​ໝູ່​ເປັນ​ປະຈຳ​ເຮົາ​ກໍ​ຈະ​ສະໜິດ​ກັບ​ລາວ​ຫຼາຍ​ຂຶ້ນ. ອ່ານ​ຄຳເພງ 86:6, 11 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ເວົ້າ​ກັບ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

  • ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ໂດຍ​ວິທີ​ໃດ?

ເຮົາ​ເວົ້າ​ກັບ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ແລະ​ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ກໍ​ຄື​ກັບ​ເຮົາ​ກຳລັງ​ຟັງ​ເພິ່ນ

ບາງ​ຄົນ​ເວົ້າ​ວ່າ: “ເປັນ​ໄປ​ບໍ່​ໄດ້​ດອກ​ທີ່​ມະນຸດ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ.”

  • ເຈົ້າ​ຈະ​ເປີດ​ຂໍ້​ຄຳພີ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້?

ສະຫຼຸບ

ພະ​ເຢໂຫວາ​ຢາກ​ເປັນ​ໝູ່​ກັບ​ເຈົ້າ ແລະ​ເພິ່ນ​ຢາກ​ໃຫ້​ເຈົ້າ​ສະໜິດ​ກັບ​ເພິ່ນ.

ຄຳຖາມ​ທົບ​ທວນ

  • ພະ​ເຢໂຫວາ​ຊ່ວຍ​ໝູ່​ຂອງ​ເພິ່ນ​ແນວ​ໃດ​ແດ່?

  • ພະ​ເຢໂຫວາ​ບອກ​ໃຫ້​ໝູ່​ຂອງ​ເພິ່ນ​ປ່ຽນ​ແປງ​ໂຕ​ເອງ​ເພື່ອ​ປະໂຫຍດ​ຂອງ​ໃຜ?

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຂໍ​ຫຼາຍ​ໂພດ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ການ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ກັບ​ເຈົ້າ​ແນວ​ໃດ?

“ພະ​ເຢໂຫວາ​ພະເຈົ້າ​ທີ່​ຄວນ​ແກ່​ການ​ຮູ້ຈັກ” (ຫໍສັງເກດການ 15 ກຸມພາ 2003)

ຜູ້ຍິງ​ຄົນ​ໜຶ່ງ​ຮູ້ສຶກ​ວ່າ​ການ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ລາວ​ດີ​ຂຶ້ນ.

“ຂ້ອຍ​ບໍ່​ຢາກ​ຕາຍ!” (ຫໍສັງເກດການ ສະບັບ​ທີ 1, 2017)

ໄວ​ລຸ້ນ​ກຸ່ມ​ໜຶ່ງ​ບອກ​ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ພະ​ເຢໂຫວາ.

ການ​ເປັນ​ໝູ່​ກັບ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? (1:46)