ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 09

ການອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ

ການອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ

ເຈົ້າ​ຢາກ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ການອະທິດຖານ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ເພິ່ນ. ເພິ່ນ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ແລະ​ໃຫ້​ຄຳ​ແນະນຳ​ກັບ​ເຈົ້າ. ເພິ່ນ​ຈະ​ຕອບ​ຄຳຖາມ​ຫຼາຍ​ເລື່ອງ​ທີ່​ເຈົ້າ​ສົງໄສ ແລະ​ເຈົ້າ​ຈະ​ໄດ້​ກຳລັງ​ໃຈ. ແຕ່​ເຈົ້າ​ຈະ​ອະທິດຖານ​ເຖິງ​ເພິ່ນ​ແນວ​ໃດ? ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນບໍ? ແລ້ວ​ເຈົ້າ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

1. ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ ແລະ​ເຮົາ​ອະທິດຖານ​ເລື່ອງ​ຫຍັງ​ໄດ້​ແດ່?

ພະ​ເຢຊູ​ສອນ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ພະ​ເຢຊູ​ເອງ​ກໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ເພິ່ນ​ບອກ​ວ່າ: “ພວກ​ເຈົ້າ​ຄວນ​ອະທິດຖານ​ແບບ​ນີ້ ‘ພະເຈົ້າ​ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ . . . ’” (ມັດທາຍ 6:9) ແຮ່ງ​ເຮົາ​ອະທິດຖານ​ເປັນ​ປະຈຳ ເຮົາ​ກໍ​ຈະ​ແຮ່ງ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້​ທຸກ​ເລື່ອງ. ແລະ​ຖ້າ​ຄຳ​ອະທິດຖານ​ນັ້ນ​ກົງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ ເພິ່ນ​ກໍ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ຄຳ​ພີ​ໄບເບິນ​ບອກ​ວ່າ “ຖ້າ​ພວກ​ເຮົາ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະອົງ ພະອົງ​ຈະ​ຟັງ​ພວກ​ເຮົາ.” (1 ໂຢຮັນ 5:14) ພະ​ເຢຊູ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ຈະ​ອະທິດຖານ​ເລື່ອງ​ຫຍັງ​ໄດ້​ແດ່. (ອ່ານ​ມັດທາຍ 6:9-13) ນອກ​ຈາກ​ອະທິດຖານ​ເລື່ອງ​ສ່ວນ​ໂຕ​ແລ້ວ ເຮົາ​ຢາກ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຄົນ​ອື່ນ​ນຳ​ແລະ​ເຮົາ​ບໍ່​ຄວນ​ລືມ​ຂອບໃຈ​ເພິ່ນ​ທີ່​ໃຫ້​ສິ່ງ​ດີໆ​ກັບ​ເຮົາ.

2. ເຮົາ​ຈະ​ອະທິດຖານ​ແນວ​ໃດ?

ຄຳ​ພີ​ໄບເບິນ​ບອກ​ໃຫ້​ເຮົາ “ລະບາຍ​ຄວາມ​ໃນ​ໃຈ​ກັບ [ພະເຈົ້າ].” (ຄຳເພງ 62:8, ລ.ມ.) ເຮົາ​ອະທິດຖານ​ບອກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄດ້​ເຕັມທີ. ເຮົາ​ຈະ​ອະທິດຖານ​ໃນ​ໃຈ​ຫຼື​ອອກ​ສຽງ​ກໍ​ໄດ້. ເຮົາ​ຈະ​ອະທິດຖານ​ດ້ວຍ​ທ່າ​ທາງ​ແບບ​ໃດ​ກໍ​ໄດ້ ແຕ່​ຕ້ອງ​ເປັນ​ແບບ​ທີ່​ສະແດງ​ຄວາມ​ນັບຖື ແລະ​ຈະ​ອະທິດຖານ​ຕອນ​ໃດ​ຫຼື​ບ່ອນ​ໃດ​ກໍ​ໄດ້.

3. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ໂດຍ​ວິທີ​ໃດ?

ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ໃນ​ຫຼາຍ​ວິທີ ເຊັ່ນ ເພິ່ນ​ໃຊ້​ຄຳ​ພີ​ໄບເບິນ​ຕອບ​ຄຳ​ອະທິດຖານ. ການອ່ານ​ຄຳ​ພີ​ໄບເບິນ​ຊ່ວຍ “ເຮັດ​ໃຫ້​ຄົນ​ຂາດ​ປະສົບການ​ສະຫຼາດ​ຂຶ້ນ.” (ຄຳເພງ 19:7, ລ.ມ.; ອ່ານ​ຢາໂກໂບ 1:5) ເມື່ອ​ເຮົາ​ເຈິ​ບັນຫາ​ແລ້ວ​ອະທິດຖານ​ເຖິງ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ຊ່ວຍ​ໃຫ້​ເຮົາ​ສະຫງົບໃຈ. ແລະ​ເພິ່ນ​ອາດ​ຈະ​ໃຫ້​ບາງ​ຄົນ​ມາ​ຊ່ວຍ​ເຮົາ​ກໍ​ໄດ້.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຮົາ​ຄວນ​ອະທິດຖານ​ແບບ​ໃດ ແລະ​ການອະທິດຖານ​ເປັນ​ປະໂຫຍດ​ກັບ​ເຮົາ​ແນວ​ໃດ.

4. ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ​ບໍ?

ຄຳ​ອະທິດຖານ​ແບບ​ໃດ​ທີ່​ພະເຈົ້າ​ຮັບ​ຟັງ? ເປີດ​ວິດີໂອ.

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ. ອ່ານ​ຄຳເພງ 65:2 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ພະເຈົ້າ “ຜູ້ຟັງ​ຄຳ​ອະທິດຖານ” ຢາກ​ໃຫ້​ເຈົ້າ ​ອະທິດຖານ​ເຖິງ​ເພິ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ຖ້າ​ຢາກ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ສອນ. ອ່ານ​ມີເກ 3:4 ແລະ 1 ເປໂຕ 3:12 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ?

ໃນ​ສົງຄາມ ທະຫານ​ທັງ​ສອງ​ຝ່າຍ​ຂໍ​ໃຫ້​ສູ້​ຮົບ​ຊະນະ. ແຕ່​ເຈົ້າ​ຄິດ​ວ່າ​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ບໍ?

5. ຄຳ​ອະທິດຖານ​ຂອງ​ເຮົາ​ຄວນ​ອອກ​ມາ​ຈາກ​ໃຈ​ແລະ​ຄວາມ​ຮູ້ສຶກ​ແທ້ໆ

ບາງ​ຄົນ​ອາດ​ຖືກ​ສອນ​ໃຫ້​ທ່ອງ​ຄຳ​ອະທິດຖານ​ແລະ​ໃຫ້​ເວົ້າ​ແບບ​ເກົ່າ​ຊ້ຳ​ແລ້ວ​ຊ້ຳ​ອີກ. ແຕ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ອະທິດຖານ​ແບບ​ນັ້ນ​ບໍ? ອ່ານ​ມັດທາຍ 6:7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່ “ເວົ້າ​ຊ້ຳ​ຄຳ​ເກົ່າ” ໃນ​ຄຳ​ອະທິດຖານ?

ແຕ່​ລະ​ມື້ ໃຫ້​ຄິດ​ເຖິງ​ສິ່ງ​ດີໆ 1 ຢ່າງ​ທີ່​ເຈົ້າ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ​ແລະ​ອະທິດຖານ​ຂອບໃຈ​ເພິ່ນ​ທີ່​ໃຫ້​ສິ່ງ​ນັ້ນ​ກັບ​ເຈົ້າ. ລອງ​ເຮັດ​ແບບ​ນີ້​ເປັນ​ເວລາ 1 ອາທິດ ແລ້ວ​ເຈົ້າ​ກໍ​ຈະ​ອະທິດຖານ​ໂດຍ​ບໍ່​ຊ້ຳ​ຄຳ​ເກົ່າ​ເຖິງ 7 ເລື່ອງ.

ຕອນ​ທີ່​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພິ່ນ​ຢາກ​ໃຫ້​ເຮົາ​ບອກ​ຄວາມ​ຮູ້ສຶກ​ຈາກ​ໃຈ​ຂອງ​ເຮົາ​ອອກ​ມາ. ຄື​ກັບ​ຕອນ​ທີ່​ລູກ​ລົມ​ກັບ​ພໍ່ ພໍ່​ກໍ​ຢາກ​ໃຫ້​ລູກ​ບອກ​ວ່າ​ລູກ​ຮູ້ສຶກ​ແນວ​ໃດ​ແທ້ໆ

6. ການອະທິດຖານ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ການອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ? ເປີດ​ວິດີໂອ.

ຄຳ​ພີ​ໄບເບິນ​ບອກ​ວ່າ​ການອະທິດຖານ​ຈະ​ເຮັດ​ໃຫ້​ເຮົາ​ສະຫງົບ​ໃຈ. ອ່ານ​ຟີລິບປອຍ 4:6, 7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ບາງ​ເທື່ອ​ການອະທິດຖານ​ອາດ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ບັນຫາ​ໝົດ​ໄປ​ທັນທີ ແຕ່​ການອະທິດຖານ​ມີ​ປະໂຫຍດ​ຫຍັງ​ແດ່?

  • ເຈົ້າ​ຢາກ​ອະທິດຖານ​ເລື່ອງ​ຫຍັງ​ແດ່?

ເຈົ້າ​ຮູ້​ບໍ?

“ອາແມນ” ໝາຍ​ເຖິງ “ຂໍ​ໃຫ້​ເປັນ​ແນວ​ນັ້ນ” ຫຼື “ແນ່ນອນ.” ຄຳ​ວ່າ “ອາແມນ” ຈະ​ເວົ້າ​ໃນ​ຕອນ​ຈົບ​ຂອງ​ຄຳ​ອະທິດຖານ.—1 ຂ່າວຄາວ 16:36

7. ແບ່ງ​ເວລາ​ໄວ້​ເພື່ອ​ອະທິດຖານ

ບາງ​ເທື່ອ​ເຮົາ​ຫຍຸ້ງ​ຫຼາຍ​ຈົນ​ບໍ່​ມີ​ເວລາ​ອະທິດຖານ. ແຕ່​ພະ​ເຢຊູ​ຖື​ວ່າ​ການອະທິດຖານ​ເປັນ​ເລື່ອງ​ສຳຄັນ​ບໍ? ອ່ານ​ມັດທາຍ 14:23 ແລະ​ມາຣະໂກ 1:35 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ເວລາ​ອະທິດຖານ?

  • ເຈົ້າ​ຄິດ​ວ່າ​ຈະ​ແບ່ງ​ເວລາ​ແນວ​ໃດ​ເພື່ອ​ອະທິດຖານ?

ບາງ​ຄົນ​ເວົ້າ​ວ່າ: “ອະທິດຖານ​ໄປ​ກໍ​ບໍ່​ຊ່ວຍ​ຫຍັງ​ດອກ ພຽງ​ແຕ່​ເຮັດ​ໃຫ້​ສະບາຍໃຈ​ຊື່ໆ.”

  • ຖ້າ​ມີ​ຄົນ​ເວົ້າ​ແບບ​ນີ້​ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ການອະທິດຖານ​ຊ່ວຍ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ ຊ່ວຍ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ ແລະ​ຊ່ວຍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ເຢໂຫວາ.

ຄຳຖາມ​ທົບ​ທວນ

  • ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ?

  • ເຮົາ​ຄວນ​ອະທິດຖານ​ແນວ​ໃດ?

  • ການອະທິດຖານ​ມີ​ປະໂຫຍດ​ແນວ​ໃດ​ແດ່?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມີ​ຄຳຖາມ​ຫຍັງ​ແດ່​ທີ່​ຄົນ​ສົງໄສ​ກ່ຽວ​ກັບ​ການອະທິດຖານ.

“7 ເລື່ອງ​ທີ່​ເຈົ້າ​ຕ້ອງ​ຮູ້​ກ່ຽວ​ກັບ​ການອະທິດຖານ” (ຫໍສັງເກດການ 1 ຕຸລາ 2010)

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ອະທິດຖານ​ແລະ​ມີ​ວິທີ​ໃດ​ແດ່​ທີ່​ເຈົ້າ​ຈະ​ອະທິດຖານ​ໄດ້​ດີ​ຂຶ້ນ.

“ເປັນ​ຫຍັງ​ຂ້ອຍ​ຕ້ອງ​ອະທິດຖານ?” (ບົດ​ຄວາມ​ໃນ​ເວັບໄຊ)

ຄຳ​ພີ​ໄບເບິນ​ບອກ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ.

“ຂ້ອຍ​ຄວນ​ອະທິດຖານ​ເຖິງ​ນັກ​ບຸນ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ວິດີໂອ​ນີ້​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້​ທຸກ​ບ່ອນ​ທຸກ​ເວລາ.

ອະທິດຖານ​ທຸກ​ເວລາ (1:22)