ບົດທີ 12
ອັນໃດຈະຊ່ວຍໃຫ້ເຈົ້າຮຽນຄຳພີໄບເບິນຕໍ່ໄປ?
ການຮຽນຄຳພີໄບເບິນມີປະໂຫຍດຫຼາຍ. ແຕ່ບາງເທື່ອມັນກໍບໍ່ງ່າຍ. ເຈົ້າອາດຄິດວ່າຊິຮຽນຕໍ່ໄປໄຫວບໍ. ເຖິງວ່າເຈົ້າຕ້ອງເຈິກັບບັນຫາບາງຢ່າງ ແຕ່ເປັນຫຍັງການຮຽນຄຳພີໄບເບິນຕໍ່ໄປຈຶ່ງຄຸ້ມຄ່າ? ແລະອັນໃດຈະຊ່ວຍເຈົ້າບໍ່ໃຫ້ເຊົາຮຽນຄຳພີໄບເບິນ?
1. ເປັນຫຍັງການຮຽນຄຳພີໄບເບິນຈຶ່ງມີປະໂຫຍດຫຼາຍ?
“ຖ້ອຍຄຳຂອງພະເຈົ້າມີຊີວິດ ມີພະລັງຫຼາຍ.” (ເຮັບເຣີ 4:12) ຄຳພີໄບເບິນມີປະໂຫຍດຫຼາຍເພາະຊ່ວຍໃຫ້ຮູ້ວ່າພະເຈົ້າຄິດແລະຮູ້ສຶກແນວໃດກັບເຮົາ. ຖ້າເຈົ້າຮຽນຄຳພີໄບເບິນເຈົ້າຈະບໍ່ໄດ້ແຕ່ຄວາມຮູ້ເທົ່ານັ້ນ ແຕ່ເຈົ້າຈະຮູ້ຈັກວິທີເອົາຄວາມຮູ້ໄປໃຊ້ໃນຊີວິດນຳ. ນີ້ຈະເຮັດໃຫ້ເຈົ້າມີຊີວິດທີ່ດີຂຶ້ນໃນຕອນນີ້ແລະມີຄວາມຫວັງໃນອະນາຄົດ. ທີ່ສຳຄັນທີ່ສຸດ ເຈົ້າຈະໄດ້ເປັນໝູ່ກັບພະເຢໂຫວາ.
2. ເປັນຫຍັງເຮົາຕ້ອງຈື່ໄວ້ວ່າຄວາມຈິງໃນຄຳພີໄບເບິນມີຄ່າຫຼາຍ?
ຄວາມຈິງໃນຄຳພີໄບເບິນເປັນຄືກັບຊັບສົມບັດທີ່ມີຄ່າຫຼາຍ. ຄຳພີໄບເບິນຈຶ່ງບອກເຮົາໃຫ້ “ຊື້ຄວາມຈິງໄວ້ແລະຢ່າຂາຍເລີຍ.” (ສຸພາສິດ 23:23, ລ.ມ.) ຖ້າເຮົາຈື່ໄວ້ວ່າຄວາມຈິງໃນຄຳພີໄບເບິນມີຄ່າຫຼາຍ ເຮົາກໍຈະບໍ່ຍອມໃຫ້ອັນໃດມາເຮັດໃຫ້ເຮົາເຊົາຮຽນຄຳພີໄບເບິນ.—ອ່ານສຸພາສິດ 2:4, 5
3. ພະເຢໂຫວາຊ່ວຍເຈົ້າແນວໃດໃຫ້ຮຽນຄຳພີໄບເບິນຕໍ່ໆໄປ?
ພະເຢໂຫວາສ້າງເຮົາມາແລະເປັນໝູ່ຂອງເຮົາ ເພິ່ນຈຶ່ງຢາກຊ່ວຍເຮົາໃຫ້ຮູ້ຈັກເພິ່ນ. ພະເຢໂຫວາໃຫ້ “ຄວາມຕ້ອງການແລະກຳລັງ” ກັບເຮົາໄດ້. (ອ່ານຟີລິບປອຍ 2:13) ພະເຢໂຫວາຊ່ວຍເຈົ້າໃຫ້ຢາກຮຽນຄຳພີໄບເບິນແລະເຮັດຕາມສິ່ງທີ່ໄດ້ຮຽນ. ເຖິງວ່າຈະມີຄົນບໍ່ມັກທີ່ເຈົ້າມາຮຽນຄຳພີໄບເບິນ ຫຼືເຈົ້າອາດຈະເຈິກັບບັນຫາບາງຢ່າງ ແຕ່ພະເຢໂຫວາຈະໃຫ້ກຳລັງເພື່ອເຈົ້າຈະບໍ່ເຊົາຮຽນຄຳພີໄບເບິນ. ດັ່ງນັ້ນ ໃຫ້ເຈົ້າອະທິດຖານເປັນປະຈຳຂໍພະເຢໂຫວາຊ່ວຍເຈົ້າໃຫ້ຮຽນຄຳພີໄບເບິນຕໍ່ໄປ.—1 ເທຊະໂລນິກ 5:17
ຮຽນຮູ້ຫຼາຍຂຶ້ນ
ເຖິງວ່າເຈົ້າຈະບໍ່ຄ່ອຍມີເວລາຫຼືມີຄົນບໍ່ຢາກໃຫ້ເຈົ້າຮຽນຄຳພີໄບເບິນ ແຕ່ເຈົ້າຈະເຮັດແນວໃດເພື່ອຈະຮຽນຄຳພີໄບເບິນຕໍ່ໆໄປ. ແລ້ວພະເຢໂຫວາຈະຊ່ວຍເຈົ້າໃຫ້ເຮັດແບບນັ້ນໄດ້ແນວໃດ.
4. ເຮັດໃຫ້ການຮຽນຄຳພີໄບເບິນເປັນເລື່ອງສຳຄັນ
ບາງເທື່ອເຮົາອາດຈະມີຫຼາຍຢ່າງທີ່ຕ້ອງເຮັດຈົນເຮົາຮູ້ສຶກວ່າບໍ່ມີເວລາຮຽນຄຳພີໄບເບິນ. ອັນໃດຈະຊ່ວຍເຈົ້າໄດ້? ອ່ານຟີລິບປອຍ 1:10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ມີຫຍັງແດ່ທີ່ເຈົ້າຄິດວ່າເປັນເລື່ອງ “ສຳຄັນ” ສຳລັບເຈົ້າ?
-
ເຈົ້າຄິດວ່າຈະເຮັດໃຫ້ການຮຽນຄຳພີໄບເບິນເປັນເລື່ອງທີ່ສຳຄັນໄດ້ບໍ? ເຈົ້າຈະເຮັດແບບນັ້ນໄດ້ແນວໃດ?
-
(ກ) ຖ້າເຈົ້າໃສ່ດິນຊາຍລົງໄປໃນຖັງກ່ອນແລ້ວຈຶ່ງໃສ່ກ້ອນຫີນ ເຈົ້າກໍຈະໃສ່ກ້ອນຫີນທັງໝົດລົງໄປບໍ່ໄດ້
-
(ຂ) ແຕ່ຖ້າເຈົ້າໃສ່ກ້ອນຫີນລົງໄປໃນຖັງກ່ອນ ເຈົ້າກໍຈະມີບ່ອນພຽງພໍສຳລັບໃສ່ດິນຊາຍລົງໄປນຳ. ຄ້າຍຄືກັນ ຖ້າເຈົ້າເຮັດເລື່ອງທີ່ “ສຳຄັນ” ກ່ອນ ເຈົ້າກໍຈະມີເວລາພໍທີ່ຈະເຮັດເລື່ອງອື່ນໆນຳ
ການຮຽນຄຳພີໄບເບິນຈະຊ່ວຍໃຫ້ເຈົ້າຮູ້ຈັກພະເຈົ້າແລະນະມັດສະການເພິ່ນ ຖ້າເຮົາເຮັດແບບນັ້ນເຮົາກໍຈະມີຄວາມສຸກແທ້ໆ. ອ່ານມັດທາຍ 5:3 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຖ້າເຮົາໃຫ້ການຮຽນຄຳພີໄບເບິນເປັນເລື່ອງທີ່ສຳຄັນ ເຮົາຈະໄດ້ຮັບປະໂຫຍດຫຍັງ?
5. ອົດທົນເມື່ອຖືກກົດດັນ
ອາດຈະມີບາງຄົນບໍ່ມັກທີ່ເຈົ້າຮຽນຄຳພີໄບເບິນແລະຢາກໃຫ້ເຈົ້າເຊົາຮຽນ. ໃຫ້ເຮົາມາເບິ່ງຕົວຢ່າງຂອງຟຣານເຊດສ໌ໂກ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ໃນວິດີໂອ ໝູ່ແລະຄອບຄົວຂອງຟຣານເຊດສ໌ໂກຮູ້ສຶກແນວໃດແລະເຮັດຫຍັງແດ່ເມື່ອຮູ້ວ່າລາວກຳລັງຮຽນຄຳພີໄບເບິນ?
-
ຄວາມອົດທົນຂອງຟຣານເຊດສ໌ໂກເຮັດໃຫ້ມີເລື່ອງດີໆຫຍັງເກີດຂຶ້ນ?
ອ່ານ 2 ຕີໂມທຽວ 2:24, 25 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຄອບຄົວແລະໝູ່ຂອງເຈົ້າຮູ້ສຶກແນວໃດທີ່ເຈົ້າມາຮຽນຄຳພີໄບເບິນ?
-
ຕາມຂໍ້ຄຳພີນີ້ ຖ້າມີຄົນບໍ່ມັກທີ່ເຈົ້າມາຮຽນຄຳພີໄບເບິນເຈົ້າຈະເວົ້າແນວໃດກັບເຂົາເຈົ້າ? ເປັນຫຍັງຈຶ່ງເວົ້າແນວນັ້ນ?
6. ຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ
ຖ້າເຈົ້າສະໜິດກັບພະເຢໂຫວາຫຼາຍຂຶ້ນ ເຈົ້າກໍຈະແຮ່ງຢາກເຮັດໃຫ້ເພິ່ນພໍໃຈ. ແຕ່ບາງເທື່ອເຈົ້າອາດຈະຮູ້ສຶກຍາກທີ່ຈະເຮັດຕາມສິ່ງທີ່ພະເຢໂຫວາບອກ. ຖ້າເຈົ້າຮູ້ສຶກແນວນັ້ນ ກໍຢ່າຟ້າວຍອມແພ້. ພະເຢໂຫວາຈະຊ່ວຍເຈົ້າ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ໃນວິດີໂອ ຈິມປ່ຽນໂຕເອງແນວໃດເພື່ອເຮັດໃຫ້ພະເຢໂຫວາພໍໃຈ?
-
ຈາກເລື່ອງຂອງຈິມ ມີຫຍັງທີ່ເຈົ້າຮູ້ສຶກປະທັບໃຈ?
ອ່ານເຮັບເຣີ 11:6 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ພະເຢໂຫວາຈະໃຫ້ຫຍັງກັບຄົນທີ່ຢາກເຮັດໃຫ້ເພິ່ນພໍໃຈແລະ “ຊອກຫາພະອົງຢ່າງຈິງຈັງ”?
-
ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເພິ່ນເຫັນວ່າເຈົ້າຕັ້ງໃຈຮຽນຄຳພີໄບເບິນ?
ບາງຄົນອາດຖາມວ່າ: “ເປັນຫຍັງເຈົ້າຄືໄປຮຽນຄຳພີໄບເບິນ ຮຽນແລ້ວໄດ້ຫຍັງ?”
-
ຖ້າມີຄົນເວົ້າແບບນີ້ ເຈົ້າຈະຕອບແນວໃດ?
ສະຫຼຸບ
ຖ້າເຈົ້າພະຍາຍາມຮຽນຄຳພີໄບເບິນຕໍ່ໄປ ເຈົ້າຈະໄດ້ຊີວິດຕະຫຼອດໄປທີ່ມີຄວາມສຸກ. ດັ່ງນັ້ນ ໃຫ້ເຈົ້າຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ ແລ້ວເພິ່ນຈະໃຫ້ລາງວັນກັບເຈົ້າ.
ຄຳຖາມທົບທວນ
-
ເປັນຫຍັງຄວາມຈິງໃນຄຳພີໄບເບິນຈຶ່ງມີຄ່າຫຼາຍ?
-
ຖ້າເຈົ້າຮູ້ແລ້ວວ່າ “ສິ່ງໃດສຳຄັນກວ່າ” ເຈົ້າຈະເຮັດແນວໃດ?
-
ເປັນຫຍັງເຈົ້າຕ້ອງຂໍພະເຢໂຫວາໃຫ້ຊ່ວຍເຈົ້າຮຽນຄຳພີໄບເບິນຕໍ່ໆໄປ?
ເບິ່ງເພີ່ມເຕີມ
ມາເບິ່ງ 4 ວິທີທີ່ຊ່ວຍຫຼາຍຄົນໃຫ້ໃຊ້ເວລາຢ່າງຄຸ້ມຄ່າ.
“ໃຊ້ເວລາແນວໃດບໍ່ໃຫ້ເສຍໄປລ້າໆ” (ຕື່ນເຖີດ! ກຸມພາ 2014)
ພະເຢໂຫວາຊ່ວຍຜູ້ຍິງຄົນໜຶ່ງແນວໃດທີ່ຜົວຂອງລາວບໍ່ເຂົ້າໃຈວ່າເປັນຫຍັງລາວຈຶ່ງຕັ້ງໃຈຮຽນຄຳພີໄບເບິນແລະເຊື່ອຟັງເພິ່ນ.
ພະເຢໂຫວາຊ່ວຍໃຫ້ເຮົາເຂັ້ມແຂງເພື່ອຈະແບກພາລະຂອງເຮົາໄດ້ (5:05)
ຄວາມອົດທົນຂອງເມຍຄົນໜຶ່ງໄດ້ຊ່ວຍຜົວຂອງລາວແນວໃດ.
ມີບາງຄົນບອກວ່າພະຍານພະເຢໂຫວາເຮັດໃຫ້ຄອບຄົວແຕກແຍກ. ແຕ່ນີ້ເປັນຄວາມຈິງບໍ?
“ພະຍານພະເຢໂຫວາເຮັດໃຫ້ຄອບຄົວແຕກແຍກຫຼືເຮັດໃຫ້ໝັ້ນຄົງຫຼາຍຂຶ້ນ?” (ບົດຄວາມໃນເວັບໄຊ)