ບົດທີ 13
ສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ພະເຈົ້າເສື່ອມເສຍ
ເຈົ້າອາດຈະສົງໄສວ່າ ຖ້າພະເຈົ້າສອນໃຫ້ຄົນເຮົາຮັກກັນ ແລ້ວເປັນຫຍັງສາສະໜາຕ່າງໆທີ່ບອກວ່າເຊື່ອພະເຈົ້າຈຶ່ງເຮັດເລື່ອງຊົ່ວຮ້າຍຫຼາຍຢ່າງ? ກໍຍ້ອນວ່າສາສະໜາເຫຼົ່ານັ້ນກຳລັງພາຄົນໄປຜິດທາງແລະບໍ່ໄດ້ເຮັດຕາມສິ່ງທີ່ພະເຈົ້າສອນແທ້ໆ ເຂົາເຈົ້າກຳລັງເຮັດໃຫ້ເພິ່ນເສື່ອມເສຍ. ສາສະໜາເຫຼົ່ານັ້ນເຮັດໃຫ້ພະເຈົ້າເສື່ອມເສຍແນວໃດແດ່? ພະເຈົ້າຮູ້ສຶກແນວໃດກັບສາສະໜາເຫຼົ່ານັ້ນ? ແລະເພິ່ນຈະຈັດການກັບເລື່ອງນີ້ແນວໃດ?
1. ຄຳສອນຂອງສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ພະເຈົ້າເສື່ອມເສຍແນວໃດ?
ສາສະໜາທີ່ພາຄົນໄປຜິດທາງ “ເອົາຄວາມຈິງຂອງພະເຈົ້າໄປແລກກັບຄວາມຕົວະ.” (ໂຣມ 1:25) ສາສະໜາສ່ວນຫຼາຍບໍ່ໄດ້ສອນຜູ້ຄົນເລື່ອງຊື່ຂອງພະເຈົ້າ. ແຕ່ຄຳພີໄບເບິນບອກວ່າເຮົາຕ້ອງເອີ້ນພະເຈົ້າໂດຍໃຊ້ຊື່ຂອງເພິ່ນ. (ໂຣມ 10:13, 14) ຖ້າມີເລື່ອງຊົ່ວຮ້າຍເກີດຂຶ້ນ ຜູ້ສອນສາສະໜາບາງຄົນບອກວ່ານັ້ນເປັນສິ່ງທີ່ພະເຈົ້າຕ້ອງການ. ແຕ່ນີ້ບໍ່ແມ່ນຄວາມຈິງ. ພະເຈົ້າບໍ່ເຮັດເລື່ອງຊົ່ວຮ້າຍແນ່ນອນ. (ອ່ານຢາໂກໂບ 1:13) ຄຳສອນຜິດໆຂອງສາສະໜາເຫຼົ່ານີ້ເຮັດໃຫ້ຜູ້ຄົນບໍ່ຢາກນັບຖືພະເຈົ້າ.
2. ການກະທຳຂອງສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ພະເຈົ້າເສື່ອມເສຍແນວໃດ?
ຜູ້ຄົນໃນສາສະໜາທີ່ພາຄົນໄປຜິດທາງບໍ່ໄດ້ຮຽນແບບພະເຈົ້າ. ຄຳພີໄບເບິນບອກວ່າ “ບາບຂອງ [ເຂົາເຈົ້າ] ກອງສູງຂຶ້ນໄປຮອດສະຫວັນແລ້ວ.” (ພະນິມິດ 18:5) ຫຼາຍຮ້ອຍປີທີ່ຜ່ານມາ ສາສະໜາມັກຈະເຂົ້າໄປຫຍຸ້ງກ່ຽວກັບເລື່ອງການເມືອງ ສະໜັບສະໜູນສົງຄາມ ແລະມີສ່ວນຮ່ວມໃນການເຮັດໃຫ້ຄົນຈຳນວນນັບບໍ່ຖ້ວນຕ້ອງຕາຍ. ສ່ວນຜູ້ສອນສາສະໜາບາງຄົນກໍຢາກລ້ຳລວຍແລະມີຊີວິດທີ່ຫຼູຫຼາສະດວກສະບາຍ ເຂົາເຈົ້າກໍເລີຍຂໍເງິນບໍລິຈາກກັບສະມາຊິກຂອງເຂົາເຈົ້າ. ການເຮັດແບບນີ້ເຮັດໃຫ້ເຫັນວ່າເຂົາເຈົ້າບໍ່ຮູ້ຈັກພະເຈົ້າເລີຍ ແລະເພິ່ນກໍບໍ່ຍອມຮັບເຂົາເຈົ້າ.—ອ່ານ 1 ໂຢຮັນ 4:8
3. ພະເຈົ້າຮູ້ສຶກແນວໃດກັບສາສະໜາທີ່ພາຄົນໄປຜິດທາງ?
ຖ້າເຈົ້າເອງຍັງຮູ້ສຶກບໍ່ມັກສິ່ງທີ່ພວກຜູ້ສອນສາສະໜາເຮັດ ແລ້ວເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດ? ພະເຢໂຫວາຮັກຜູ້ຄົນຫຼາຍ ເພິ່ນເລີຍບໍ່ພໍໃຈທີ່ພວກຜູ້ສອນສາສະໜາສອນຜິດໆກ່ຽວກັບເພິ່ນແລະເຮັດບໍ່ດີກັບສະມາຊິກຂອງໂຕເອງ. ເພິ່ນສັນຍາວ່າສາສະໜາແບບນີ້ຈະຖືກທຳລາຍແລະ ‘ຈະບໍ່ມີໃຜໄດ້ເຫັນອີກເລີຍ.’ (ພະນິມິດ 18:21) ອີກບໍ່ດົນ ພະເຈົ້າຈະທຳລາຍທຸກສາສະໜາທີ່ພາຜູ້ຄົນໄປຜິດທາງ.—ພະນິມິດ 18:8
ຮຽນຮູ້ຫຼາຍຂຶ້ນ
ມາເບິ່ງວ່າພະເຢໂຫວາຮູ້ສຶກແນວໃດກັບສາສະໜາທີ່ພາຄົນໄປຜິດທາງ ສາສະໜາເຫຼົ່ານັ້ນເຮັດສິ່ງທີ່ບໍ່ດີຫຍັງແດ່ ແລະເປັນຫຍັງເລື່ອງນີ້ບໍ່ຄວນເຮັດໃຫ້ເຮົາເຊົາຮຽນຮູ້ກ່ຽວກັບເພິ່ນ.
4. ພະເຈົ້າບໍ່ໄດ້ຍອມຮັບທຸກສາສະໜາ
ຫຼາຍຄົນເຊື່ອວ່າສາສະໜາກໍເປັນຄືກັບຫົນທາງຫຼາຍເສັ້ນທີ່ພາໄປເຖິງຈຸດໝາຍປາຍທາງດຽວກັນ ເຂົາເຈົ້າຄິດວ່າທຸກສາສະໜາກໍສອນໃຫ້ຄົນເປັນຄົນດີ ແລະພະເຈົ້າກໍໜ້າຈະຍອມຮັບທຸກສາສະໜາ. ແຕ່ນັ້ນເປັນເລື່ອງຈິງບໍ? ອ່ານມັດທາຍ 7:13, 14 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຄຳພີໄບເບິນເວົ້າແນວໃດກ່ຽວກັບທາງທີ່ພາໄປເຖິງຊີວິດ?
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຄຳພີໄບເບິນບອກວ່າພະເຈົ້າຍອມຮັບທຸກສາສະໜາບໍ?
5. ສາສະໜາທີ່ພາຄົນໄປຜິດທາງບໍ່ໄດ້ຮຽນແບບພະເຈົ້າໃນການສະແດງຄວາມຮັກ
ຫຼາຍສາສະໜາເຮັດໃຫ້ຜູ້ຄົນເຂົ້າໃຈພະເຈົ້າຜິດ. ເລື່ອງໜຶ່ງທີ່ຮ້າຍແຮງກໍຄືການມີສ່ວນຮ່ວມໃນສົງຄາມ. ມາເບິ່ງຕົວຢ່າງໃນເລື່ອງນີ້ນຳກັນ ເປີດວິດີໂອ. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຄລິດຕະຈັກເຮັດຫຍັງໃນສົງຄາມໂລກຄັ້ງທີສອງ?
-
ເຈົ້າຮູ້ສຶກແນວໃດກັບສິ່ງທີ່ເຂົາເຈົ້າເຮັດ?
ອ່ານໂຢຮັນ 13:34, 35 ແລະ 17:16. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເຈົ້າຄິດວ່າພະເຢໂຫວາຮູ້ສຶກແນວໃດທີ່ເຫັນວ່າສາສະໜາຕ່າງໆມີສ່ວນຮ່ວມໃນສົງຄາມ?
-
ສາສະໜາທີ່ພາຄົນໄປຜິດທາງເຮັດສິ່ງທີ່ບໍ່ດີຫຼາຍຢ່າງ. ເຈົ້າເຫັນຫຍັງແດ່ທີ່ສະແດງວ່າສາສະໜາຕ່າງໆບໍ່ໄດ້ຮຽນແບບພະເຈົ້າໃນການສະແດງຄວາມຮັກ?
6. ພະເຈົ້າຢາກຊ່ວຍຜູ້ຄົນໃຫ້ອອກມາຈາກສາສະໜາທີ່ພາຄົນໄປຜິດທາງ
ອ່ານພະນິມິດ 18:4 a ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເຈົ້າຮູ້ສຶກແນວໃດທີ່ຮູ້ວ່າພະເຈົ້າຢາກຊ່ວຍທຸກຄົນໃຫ້ອອກມາຈາກສາສະໜາທີ່ພາຄົນໄປຜິດທາງ?
7. ຮຽນຮູ້ກ່ຽວກັບພະເຈົ້າທ່ຽງແທ້ຕໍ່ໆໄປ
ສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ເຈົ້າບໍ່ຢາກຮູ້ຈັກພະເຈົ້າບໍ? ລອງຄິດເຖິງລູກຄົນໜຶ່ງທີ່ບໍ່ເຊື່ອຟັງພໍ່. ລາວຍ້າຍອອກຈາກເຮືອນໄປແລະເຮັດສິ່ງທີ່ບໍ່ດີຫຼາຍຢ່າງ. ທັງໆທີ່ພໍ່ຫ້າມລາວແລ້ວແຕ່ລາວກໍບໍ່ຟັງ. ເຈົ້າຄິດວ່າເປັນຫຍັງຈຶ່ງບໍ່ຄວນໂທດພໍ່ທີ່ລູກເຮັດແບບນັ້ນ?
-
ເມື່ອເຫັນຫຼາຍສາສະໜາເຮັດເລື່ອງທີ່ບໍ່ດີ ເຈົ້າຄິດວ່າຖືກບໍທີ່ຈະໂທດພະເຢໂຫວາແລະເຊົາຮຽນຮູ້ກ່ຽວກັບເພິ່ນ?
ບາງຄົນເວົ້າວ່າ: “ສາສະໜາໃດກໍຄືກັນຫັ້ນແຫຼະ ທຸກສາສະໜາກໍສອນໃຫ້ຄົນເປັນຄົນດີ.”
-
ເຈົ້າຮູ້ສຶກແບບນັ້ນນຳບໍ?
-
ເຖິງວ່າຫຼາຍສາສະໜາຈະບອກວ່າສອນສິ່ງດີໆ ແຕ່ເປັນຫຍັງພະເຈົ້າຈຶ່ງບໍ່ຍອມຮັບສາສະໜາເຫຼົ່ານັ້ນ?
ສະຫຼຸບ
ສາສະໜາທີ່ພາຄົນໄປຜິດທາງເຮັດໃຫ້ພະເຈົ້າເສື່ອມເສຍໂດຍຄຳສອນຜິດໆແລະການກະທຳທີ່ບໍ່ດີຫຼາຍຢ່າງ. ພະເຈົ້າຈະທຳລາຍສາສະໜາເຫຼົ່ານັ້ນ.
ຄຳຖາມທົບທວນ
-
ເຈົ້າຮູ້ສຶກແນວໃດເມື່ອເຫັນສາສະໜາທີ່ພາຄົນໄປຜິດທາງສອນຄຳສອນຜິດໆແລະເຮັດສິ່ງທີ່ບໍ່ດີຫຼາຍຢ່າງ?
-
ພະເຢໂຫວາຮູ້ສຶກແນວໃດກັບສາສະໜາທີ່ພາຄົນໄປຜິດທາງ?
-
ພະເຈົ້າຈະເຮັດຫຍັງກັບສາສະໜາທີ່ພາຄົນໄປຜິດທາງ?
ເບິ່ງເພີ່ມເຕີມ
ເບິ່ງເຫດຜົນ 2 ຢ່າງທີ່ເຮັດໃຫ້ພະເຈົ້າບໍ່ຍອມຮັບສາສະໜາສ່ວນຫຼາຍ.
“ທຸກສາສະໜາກໍຄືກັນ ແທ້ບໍ? ພະເຈົ້າຍອມຮັບທຸກສາສະໜາບໍ?” (ບົດຄວາມໃນເວັບໄຊ)
ເປັນຫຍັງພະເຢໂຫວາຢາກໃຫ້ເຮົານະມັດສະການເພິ່ນຮ່ວມກັບຄົນອື່ນໆ?
“ຈຳເປັນບໍທີ່ຕ້ອງເປັນສະມາຊິກຂອງສາສະໜາ?” (ບົດຄວາມໃນເວັບໄຊ)
ບາດຫຼວງຄົນໜຶ່ງຮູ້ສຶກບໍ່ສະບາຍໃຈກັບສາສະໜາທີ່ລາວເຄີຍນັບຖື. ແຕ່ລາວກໍບໍ່ຍອມໃຫ້ເລື່ອງນີ້ມາເຮັດໃຫ້ລາວບໍ່ຢາກຮຽນຮູ້ຄວາມຈິງກ່ຽວກັບພະເຈົ້າ.
“ອັນໃດເຮັດໃຫ້ບາດຫຼວງລາອອກຈາກໂບດ?” (ຕື່ນເຖີດ! ກຸມພາ 2015)
ເປັນເວລາຫຼາຍຮ້ອຍປີມາແລ້ວ ທີ່ສາສະໜາສອນຜິດໆກ່ຽວກັບພະເຈົ້າເຊິ່ງເຮັດໃຫ້ຜູ້ຄົນເຊື່ອວ່າເພິ່ນບໍ່ສົນໃຈເຮົາແລະເພິ່ນເປັນພະເຈົ້າທີ່ໂຫດຮ້າຍ. ມາເບິ່ງຕົວຢ່າງຂອງຄຳສອນຜິດໆ 3 ຢ່າງ.
“ຄຳຕົວະທີ່ເຮັດໃຫ້ມະນຸດບໍ່ຢາກຮັກພະເຈົ້າ” (ຫໍສັງເກດການ 1 ພະຈິກ 2013)
a ເພື່ອເບິ່ງວ່າເປັນຫຍັງປຶ້ມພະນິມິດຈຶ່ງເວົ້າເຖິງສາສະໜາທີ່ພາຄົນໄປຜິດທາງວ່າເປັນຄືຜູ້ຍິງຄົນໜຶ່ງທີ່ຊື່ວ່າບາບີໂລນໃຫຍ່ ຂໍໃຫ້ເບິ່ງ ຄຳອະທິບາຍເພີ່ມເຕີມ 1.