ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 16

ພະ​ເຢຊູ​ເຮັດ​ຫຍັງ​ຕອນ​ທີ່​ຢູ່​ເທິງ​ໂລກ?

ພະ​ເຢຊູ​ເຮັດ​ຫຍັງ​ຕອນ​ທີ່​ຢູ່​ເທິງ​ໂລກ?

ເມື່ອ​ເວົ້າ​ເຖິງ​ພະ​ເຢຊູ ຫຼາຍ​ຄົນ​ອາດ​ນຶກ​ເຖິງ​ເພິ່ນ​ວ່າ​ເປັນ​ແອ​ນ້ອຍ​ທີ່​ຢູ່​ໃນ​ຮາງ​ຫຍ້າ ເປັນ​ສາດ​ສະ​ດາ​ຂອງ​ສາສະໜາ​ຄລິດ ຫຼື​ອາດ​ນຶກ​ເຖິງ​ຕອນ​ທີ່​ເພິ່ນ​ກຳລັງ​ຈະ​ຕາຍ. ແຕ່​ເຮົາ​ຈະ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ​ໄດ້ ຖ້າ​ເຮົາ​ເບິ່ງ​ວ່າ​ເພິ່ນ​ເຮັດ​ຫຍັງ​ແດ່​ຕອນ​ທີ່​ຢູ່​ເທິງ​ໂລກ. ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ເຮັດ​ຫຍັງ​ແດ່​ທີ່​ສຳຄັນ​ແລະ​ເບິ່ງ​ວ່າ​ເລື່ອງ​ເຫຼົ່າ​ນີ້​ມີ​ຜົນ​ກັບ​ເຮົາ​ແນວ​ໃດ.

1. ວຽກ​ສຳຄັນ​ທີ່​ສຸດ​ຂອງ​ພະ​ເຢຊູ​ແມ່ນ​ຫຍັງ?

ວຽກ​ສຳຄັນ​ທີ່​ສຸດ​ຂອງ​ພະ​ເຢຊູ​ແມ່ນ​ການ “ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” (ອ່ານ​ລູກາ 4:43) ຕອນ​ຢູ່​ເທິງ​ໂລກ ພະ​ເຢຊູ​ໃຊ້​ເວລາ​ສາມ​ປີ​ເຄິ່ງ​ປະກາດ​ຂ່າວ​ດີ​ວ່າ​ພະເຈົ້າ​ຈະ​ຕັ້ງ​ການ​ປົກຄອງ​ຂອງ​ເພິ່ນ​ຂຶ້ນ​ມາ ແລະ​ການ​ປົກຄອງ​ນີ້​ຈະ​ມາ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ຂອງ​ມະນຸດ. a ເພິ່ນ​ຕັ້ງ​ໃຈ​ບອກ​ຂ່າວ​ດີ​ນີ້​ໃຫ້​ທຸກ​ຄົນ​ຮູ້.—ມັດທາຍ 9:35

2. ເປັນ​ຫຍັງ​ພະ​ເຢຊູ​ເຮັດ​ການ​ອັດສະຈັນ?

ຄຳ​ພີ​ໄບເບິນ​ບອກ​ວ່າ ‘ພະເຈົ້າ​ໃຫ້​ພະ​ເຢຊູ​ເຮັດ​ການ​ອັດສະຈັນ​ແລະ​ສະແດງ​ປາ​ຕິ​ຫານ​ຕ່າງໆ.’ (ກິດຈະການ 2:22) ພະ​ເຢໂຫວາ​ໃຫ້​ພະລັງ​ກັບ​ພະ​ເຢຊູ ເພິ່ນ​ຈຶ່ງ​ສາມາດ​ຄວບຄຸມ​ດິນ​ຟ້າ​ອາກາດ​ໄດ້ ເພິ່ນ​ສາມາດ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ ປິ່ນປົວ​ຄົນ​ເຈັບ​ປ່ວຍ ແລະ​ເຖິງ​ກັບ​ຊ່ວຍ​ຄົນ​ທີ່​ຕາຍ​ແລ້ວ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ​ໄດ້. (ມັດທາຍ 8:23-27; 14:15-21; ມາຣະໂກ 6:56; ລູກາ 7:11-17) ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ ບອກ​ໃຫ້​ຮູ້​ວ່າ​ພະເຈົ້າ​ສົ່ງ​ເພິ່ນ​ມາ. ແລະ​ຍັງ​ເຮັດ​ໃຫ້​ເຮົາ​ຮູ້​ນຳ​ອີກວ່າ​ພະ​ເຢໂຫວາ​ມີ​ອຳ​ນາດ​ທີ່​ຈະ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ໄດ້.

3. ພະ​ເຢຊູ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ແນວ​ໃດ?

ບໍ່​ວ່າ​ພະ​ເຢຊູ​ຈະ​ເຮັດ​ຫຍັງ ເພິ່ນ​ກໍ​ເຊື່ອ​ຟັງ​ພະ​ເຢໂຫວາ​ສະເໝີ. (ອ່ານ​ໂຢຮັນ 8:29) ເຖິງ​ວ່າ​ຈະ​ມີ​ບາງ​ຄົນ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢຊູ​ເຊົາ​ເຊື່ອ​ຟັງ​ພະເຈົ້າ ແຕ່​ຕະຫຼອດ​ຊີວິດ​ຂອງ​ເພິ່ນ ເພິ່ນ​ກໍ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ທີ່​ພະເຈົ້າ​ບອກ​ໃຫ້​ເຮັດ. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ເຖິງ​ວ່າ​ຄົນ​ເຮົາ​ຈະ​ຕ້ອງ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຮົາ​ກໍ​ສາມາດ​ເຊື່ອ​ຟັງ​ພະເຈົ້າ​ໄດ້. ຄຳ​ພີ​ໄບເບິນ​ບອກ​ວ່າ ພະ​ເຢຊູ ‘ເປັນ​ຕົວຢ່າງ​ເພື່ອ​ໃຫ້​ພວກ​ເຮົາ​ຍ່າງ​ຕາມ​ຮອຍ​ຕີນ​ເພິ່ນ​ຢ່າງ​ໃກ້​ຊິດ.’1 ເປໂຕ 2:21

ຮຽນ​ຮູ້​ຫຼາຍ​ຂຶ້ນ

ພະ​ເຢຊູ​ບອກ​ຂ່າວ​ດີ​ກັບ​ຜູ້​ຄົນ​ແລະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ.

4. ພະ​ເຢຊູ​ບອກ​ຂ່າວ​ດີ

ເພິ່ນ​ຍ່າງ​ຫຼາຍ​ຮ້ອຍ​ກິໂລແມັດ​ຕາມ​ຫົນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຂີ້ຝຸ່ນ ເພິ່ນ​ບອກ​ຂ່າວ​ດີ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ອ່ານ​ລູກາ 8:1 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ບອກ​ຂ່າວ​ດີ​ກັບ​ຄົນ​ທີ່​ມາ​ຫາ​ເພິ່ນ​ເທົ່າ​ນັ້ນ​ບໍ?

  • ພະ​ເຢຊູ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ພົບ​ຜູ້​ຄົນ?

ພະເຈົ້າ​ບອກ​ລ່ວງ​ໜ້າ​ວ່າ​ເມຊີອາ​ຈະ​ປະກາດ​ຂ່າວ​ດີ. ອ່ານ​ເອຊາອີ 61:1, 2 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ເກີດຂຶ້ນ​ແທ້​ແນວ​ໃດ?

  • ເຈົ້າ​ຄິດ​ວ່າ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ຕ້ອງ​ໄດ້​ຍິນ​ຂ່າວ​ດີ​ທີ່​ພະ​ເຢຊູ​ປະກາດ​ນຳ​ບໍ?

5. ພະ​ເຢຊູ​ສອນ​ຫຼາຍ​ເລື່ອງ​ທີ່​ມີ​ປະໂຫຍດ​ຫຼາຍ

ນອກ​ຈາກ​ຈະ​ບອກ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລ້ວ ພະ​ເຢຊູ​ຍັງ​ສອນ​ຫຼາຍ​ເລື່ອງ​ທີ່​ມີ​ປະໂຫຍດ​ແລະ​ເອົາ​ໄປ​ໃຊ້​ໄດ້​ແທ້. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເລື່ອງ​ຈາກ​ຄຳບັນຍາຍ​ເທິງ​ພູເຂົາ​ຂອງ​ພະ​ເຢຊູ ຄຳບັນຍາຍ​ນີ້​ມີ​ຊື່ສຽງ​ຫຼາຍ. ອ່ານ​ມັດທາຍ 6:14, 34 ແລະ 7:12 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ພະ​ເຢຊູ​ໃຫ້​ຄຳ​ແນະ​ນຳ​ເລື່ອງ​ຫຍັງ​ແດ່?

  • ເຈົ້າ​ຄິດ​ວ່າ​ເລື່ອງ​ທີ່​ພະ​ເຢຊູ​ສອນ​ຍັງ​ໃຊ້​ໄດ້​ໃນ​ທຸກ​ມື້​ນີ້​ບໍ?

6. ພະ​ເຢຊູ​ເຮັດ​ການ​ອັດສະຈັນ

ພະ​ເຢໂຫວາ​ໃຫ້​ພະລັງ​ກັບ​ພະ​ເຢຊູ​ເພື່ອ​ຈະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ໜຶ່ງ​ນຳ​ກັນ ອ່ານ​ມາຣະໂກ 5:25-34 ຫຼື ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຜູ້​ຍິງ​ຄົນ​ນີ້​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

  • ເຈົ້າ​ປະທັບ​ໃຈ​ຫຍັງ​ຈາກ​ການ​ອັດສະຈັນ​ເລື່ອງ​ນີ້?

ອ່ານ​ໂຢຮັນ 5:36 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ “ເປັນ​ຫຼັກ​ຖານ” ຢືນຢັນ​ເລື່ອງ​ຫຍັງ?

ເຈົ້າ​ຮູ້​ບໍ?

ເຮົາ​ຮູ້​ເລື່ອງ​ຂອງ​ພະ​ເຢຊູ​ຈາກ​ປຶ້ມ​ຂ່າວ​ດີ 4 ຫົວ​ໃນ​ຄຳ​ພີ​ໄບເບິນ ຄື​ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ. ຜູ້​ຂຽນ​ປຶ້ມ​ແຕ່​ລະ​ຫົວ​ບອກ​ລາຍ​ລະອຽດ​ຕ່າງໆ​ກ່ຽວ​ກັບ​ພະ​ເຢຊູ. ເມື່ອ​ເຮົາ​ອ່ານ​ປຶ້ມ​ຂ່າວ​ດີ​ທັງ 4 ຫົວ ເຮົາ​ກໍ​ຈະ​ເຫັນ​ເລື່ອງ​ລາວ​ທີ່​ໜ້າ​ປະທັບ​ໃຈ​ໃນ​ຊີວິດ​ຂອງ​ເພິ່ນ.

  • ມັດທາຍ

    ປຶ້ມ​ຂ່າວ​ດີ​ຫົວ​ທຳ​ອິດ. ປຶ້ມ​ນີ້​ບອກ​ຫຼາຍ​ເລື່ອງ​ທີ່​ພະ​ເຢຊູ​ສອນ​ໂດຍ​ສະເພາະ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.

  • ມາຣະໂກ

    ປຶ້ມ​ຂ່າວ​ດີ​ທີ່​ສັ້ນ​ທີ່​ສຸດ. ປຶ້ມ​ນີ້​ເລົ່າ​ເລື່ອງ​ຕ່າງໆ​ຢ່າງ​ວ່ອງໄວ​ແລະ​ໜ້າ​ຕື່ນ​ເຕັ້ນ.

  • ລູກາ

    ປຶ້ມ​ຂ່າວ​ດີ​ຫົວ​ນີ້​ບອກ​ໃຫ້​ຮູ້​ວ່າ​ການ​ອະທິດຖານ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສຳລັບ​ພະ​ເຢຊູ​ແລະ​ຍັງ​ບອກ​ອີກວ່າ​ພະ​ເຢຊູ​ເປັນ​ຄົນ​ທີ່​ໃຫ້​ກຽດ​ຜູ້​ຍິງ.

  • ໂຢຮັນ

    ປຶ້ມ​ຂ່າວ​ດີ​ຫົວ​ນີ້​ບອກ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ເວົ້າ​ຫຍັງ​ແດ່​ກັບ​ໝູ່​ໃກ້​ຊິດ​ແລະ​ກັບ​ຄົນ​ອື່ນໆ ນີ້​ເຮັດ​ໃຫ້​ຮູ້​ວ່າ​ແທ້ໆ​ແລ້ວ​ພະ​ເຢຊູ​ເປັນ​ຄົນ​ແນວ​ໃດ.

ບາງ​ຄົນ​ເວົ້າ​ວ່າ: “ພະ​ເຢຊູ​ເປັນ​ພະເຈົ້າ​ຂອງ​ສາສະໜາ​ຄລິດ.”

  • ເຈົ້າ​ຄິດ​ແນວ​ໃດ?

ສະຫຼຸບ

ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ເພິ່ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ສະເໝີ.

ຄຳຖາມ​ທົບ​ທວນ

  • ຕອນ​ພະ​ເຢຊູ​ຢູ່​ເທິງ​ໂລກ ວຽກ​ສຳຄັນ​ທີ່​ສຸດ​ຂອງ​ເພິ່ນ​ແມ່ນ​ຫຍັງ?

  • ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ເລື່ອງ​ຫຍັງ?

  • ພະ​ເຢຊູ​ສອນ​ເລື່ອງ​ຫຍັງ​ແດ່​ທີ່​ເປັນ​ປະໂຫຍດ​ຫຼາຍ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ໄດ້​ວ່າ​ການ​ອັດສະຈັນ​ຂອງ​ພະ​ເຢຊູ​ເປັນ​ເລື່ອງ​ທີ່​ເກີດຂຶ້ນ​ແທ້.

“ການ​ອັດສະຈັນ​ຂອງ​ພະ​ເຢຊູ—ເຈົ້າ​ສາມາດ​ຮຽນ​ຫຍັງ​ໄດ້?” (ຫໍສັງເກດການ 15 ກໍລະກົດ 2004)

ຕົວຢ່າງ​ເລື່ອງ​ການ​ເສຍ​ສະລະ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ຊີວິດ​ຜູ້​ຊາຍ​ຄົນ​ໜຶ່ງ​ປ່ຽນ​ໄປ.

“ຂ້ອຍ​ບໍ່​ຕ້ອງ​ເພິ່ງ​ໃຜ” (ຫໍສັງເກດການ 1 ຕຸລາ 2014)

a ບົດ​ທີ 31-33 ເຮົາ​ຈະ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.