ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 23

ການ​ຮັບ​ບັບເຕມາ​ເປັນ​ເປົ້າ​ໝາຍ​ສຳຄັນ!

ການ​ຮັບ​ບັບເຕມາ​ເປັນ​ເປົ້າ​ໝາຍ​ສຳຄັນ!

ພະ​ເຢຊູ​ບອກ​ວ່າ​ຄລິດສະຕຽນ​ຕ້ອງ​ຮັບ​ບັບເຕມາ. (ອ່ານ​ມັດທາຍ 28:19, 20) ແຕ່​ການ​ຮັບ​ບັບເຕມາ​ແມ່ນ​ຫຍັງ? ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້?

1. ການ​ຮັບ​ບັບເຕມາ​ແມ່ນ​ຫຍັງ?

ຄຳ​ວ່າ “ບັບເຕມາ” ໃນ​ພາສາ​ກຣີກ​ໝາຍ​ເຖິງ “ຈຸ່ມ” ໃນ​ນ້ຳ. ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ ເພິ່ນ​ຈຸ່ມ​ໂຕ​ໃນ​ແມ່ນ້ຳ​ຈໍ​ແດນ ແລະ​ຈາກ​ນັ້ນ​ເພິ່ນ​ກໍ “ຂຶ້ນ​ຈາກ​ນ້ຳ.” (ມາຣະໂກ 1:9, 10) ຄລິດສະຕຽນ​ແທ້​ກໍ​ເຮັດ​ຄື​ກັບ​ພະ​ເຢຊູ ເມື່ອ​ຮັບ​ບັບເຕມາ​ເຂົາເຈົ້າ​ກໍ​ຈຸ່ມ​ໂຕ​ຫຼິບ​ລົງ​ໃນ​ນ້ຳ.

2. ການ​ຮັບ​ບັບເຕມາ​ເຮັດ​ໃຫ້​ຮູ້​ຫຍັງ?

ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ຮັບ​ບັບເຕມາ ລາວ​ກໍ​ກຳລັງ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ລາວ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ. ການ​ອຸທິດ​ຕົວ​ໝາຍ​ເຖິງ​ຫຍັງ? ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ຮັບ​ບັບເຕມາ​ໄດ້ ລາວ​ຕ້ອງ​ອະທິດຖານ​ບອກ​ພະ​ເຢໂຫວາ​ເປັນ​ສ່ວນ​ໂຕ​ວ່າ​ຈະ​ເຊື່ອ​ຟັງ​ເພິ່ນ​ຕະຫຼອດ​ໄປ. ລາວ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ນະມັດສະການ​ເພິ່ນ​ຜູ້​ດຽວ​ແລະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ລາວ​ຕັດສິນ​ໃຈ​ທີ່​ຈະ “ເຊົາ​ໃຊ້​ຊີວິດ​ເພື່ອ​ຕົວ​ເອງ . . . ແລ້ວ​ຕິດ​ຕາມ” ຕົວຢ່າງ​ຂອງ​ພະ​ເຢຊູ​ແລະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ເພິ່ນ​ຕໍ່ໆ​ໄປ. (ມັດທາຍ 16:24) ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ເຮັດ​ໃຫ້​ລາວ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ກໍ​ສະໜິດ​ກັບ​ຄົນ​ອື່ນ​ທີ່​ນະມັດສະການ​ເພິ່ນ​ນຳ.

3. ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ຮັບ​ບັບເຕມາ​ໄດ້​ລາວ​ຕ້ອງ​ເຮັດ​ຫຍັງ?

ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ເຊື່ອ​ໃນ​ເພິ່ນ. (ອ່ານ​ເຮັບເຣີ 11:6) ເມື່ອ​ເຈົ້າ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ນຳ. ແລ້ວ​ເຈົ້າ​ກໍ​ຈະ​ຢາກ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ​ແລະ​ຢາກ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ເລື່ອງ​ເພິ່ນ. (2 ຕີໂມທຽວ 4:2; 1 ໂຢຮັນ 5:3) ແລະ​ເມື່ອ​ເຈົ້າ “ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ເພື່ອ​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ສະເໝີ” ເຈົ້າ​ກໍ​ອາດ​ຕັດສິນ​ໃຈ​ອຸທິດ​ຕົວ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ.—ໂກໂລຊາຍ 1:9, 10 a

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ການ​ຮັບ​ບັບເຕມາ​ຂອງ​ພະ​ເຢຊູ ແລະ​ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ຮັບ​ບັບເຕມາ​ໄດ້​ລາວ​ຕ້ອງ​ເຮັດ​ຫຍັງ​ແດ່.

4. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ການ​ຮັບ​ບັບເຕມາ​ຂອງ​ພະ​ເຢຊູ?

ເພື່ອ​ຈະ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ​ຂອງ​ພະ​ເຢຊູ ອ່ານ​ມັດທາຍ 3:13-17. ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ຮັບ​ບັບເຕມາ​ຕອນ​ທີ່​ເພິ່ນ​ເປັນ​ແອ​ນ້ອຍ​ບໍ?

  • ພະ​ເຢຊູ​ຮັບ​ບັບເຕມາ​ໂດຍ​ການ​ເອົາ​ນ້ຳມາ​ຊິດ​ຫຼື​ຫົດ​ໃສ່​ຫົວ​ບໍ? ແລ້ວ​ພະ​ເຢຊູ​ຮັບ​ບັບເຕມາ​ແນວ​ໃດ?

ຫຼັງ​ຈາກ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ ເພິ່ນ​ເລີ່ມ​ເຮັດ​ວຽກ​ທີ່​ພະເຈົ້າ​ຢາກ​ໃຫ້​ເພິ່ນ​ເຮັດ ນີ້​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ. ອ່ານ​ລູກາ 3:21-23 ແລະ​ໂຢຮັນ 6:38 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຫຼັງ​ຈາກ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ ເພິ່ນ​ຕັ້ງ​ໃຈ​ເຮັດ​ວຽກ​ຫຍັງ?

5. ການ​ຮັບ​ບັບເຕມາ​ເປັນ​ເປົ້າ​ໝາຍ​ທີ່​ເຈົ້າ​ເຮັດ​ໄດ້

ເຈົ້າ​ອາດ​ຮູ້ສຶກ​ບໍ່​ໝັ້ນ​ໃຈ​ແລະ​ບໍ່​ພ້ອມ​ທີ່​ຈະ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ໃນ​ຕອນ​ນີ້. ແຕ່​ຖ້າ​ເຈົ້າ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ແລະ​ພ້ອມ​ທີ່​ຈະ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ບາງ​ຄົນ​ທີ່​ເຮັດ​ແບບ​ນັ້ນ ເປີດ​ວິດີໂອ.

ອ່ານ​ໂຢຮັນ 17:3 ແລະ​ຢາໂກໂບ 1:5 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ?

  1. ກ. ເຮົາ​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ບອກ​ເພິ່ນ​ວ່າ​ເຮົາ​ຈະ​ເຊື່ອ​ຟັງ​ເພິ່ນ​ຕະຫຼອດ​ໄປ

  2. ຂ. ຕອນ​ທີ່​ເຮົາ​ຮັບ​ບັບເຕມາ ຄົນ​ອື່ນ​ກໍ​ຈະ​ຮູ້​ວ່າ​ເຮົາ​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະເຈົ້າ​ແລ້ວ

6. ການ​ຮັບ​ບັບເຕມາ​ເຮັດ​ໃຫ້​ເຮົາ​ໄດ້​ເຂົ້າ​ມາ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ

ເມື່ອ​ເຮົາ​ຮັບ​ບັບເຕມາ ເຮົາ​ກໍ​ໄດ້​ເຂົ້າ​ມາ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ​ທົ່ວ​ໂລກ. ບໍ່​ວ່າ​ເຮົາ​ຈະ​ເປັນ​ໃຜ​ມາ​ຈາກ​ໃສ ເຮົາ​ກໍ​ເຊື່ອ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ບອກ​ຄື​ກັນ. ອ່ານ​ຄຳເພງ 25:14 ແລະ 1 ເປໂຕ 2:17 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ການ​ຮັບ​ບັບເຕມາ​ມີ​ຜົນ​ແນວ​ໃດ​ຕໍ່​ຄວາມ​ສຳພັນ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ພີ່ນ້ອງ​ຄລິດສະຕຽນ?

ບາງ​ຄົນ​ເວົ້າ​ວ່າ: “ຕອນ​ນີ້​ຂ້ອຍ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ.”

  • ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ເຈົ້າ​ຄິດ​ວ່າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ?

ສະຫຼຸບ

ພະ​ເຢຊູ​ບອກ​ວ່າ​ຄລິດສະຕຽນ​ຕ້ອງ​ຮັບ​ບັບເຕມາ. ແລະ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ ແລະ​ອຸທິດ​ຕົວ​ໃຫ້​ກັບ​ເພິ່ນ.

ຄຳຖາມ​ທົບ​ທວນ

  • ການ​ຮັບ​ບັບເຕມາ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

  • ການ​ຮັບ​ບັບເຕມາ​ເຮັດ​ໃຫ້​ຮູ້​ຫຍັງ?

  • ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ໄດ້​ລາວ​ຕ້ອງ​ເຮັດ​ຫຍັງ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ການ​ຮັບ​ບັບເຕມາ​ເປັນ​ແນວ​ໃດ​ແທ້ໆ.

“ການ​ຮັບ​ບັບເຕມາ​ແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

ອັນ​ໃດ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ຢາກ​ຮັບ​ບັບເຕມາ.

“ພວກ​ເພິ່ນ​ຢາກ​ໃຫ້​ຂ້ອຍ​ພິສູດ​ຄວາມ​ຈິງ​ດ້ວຍ​ໂຕ​ເອງ” (ຫໍສັງເກດການ 1 ກຸມພາ 2013)

ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ຈຶ່ງ​ເປັນ​ເປົ້າ​ໝາຍ​ທີ່​ສຳຄັນ​ແລະ​ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ພ້ອມ​ຮັບ​ບັບເຕມາ.

“ຂ້ອຍ​ຄວນ​ຮັບ​ບັບເຕມາ​ບໍ?” (ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳ​ຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 2 ບົດ​ທີ 37)

a ຄົນ​ທີ່​ເຄີຍ​ຮັບ​ບັບເຕມາ​ກັບ​ສາສະໜາ​ອື່ນ​ມາ​ກ່ອນ ຕ້ອງ​ຮັບ​ບັບເຕມາ​ໃໝ່​ອີກ​ເທື່ອ​ໜຶ່ງ. ຍ້ອນ​ຫຍັງ? ຍ້ອນ​ສາສະໜາ​ເຫຼົ່າ​ນັ້ນ​ບໍ່​ໄດ້​ສອນ​ຄວາມ​ຈິງ​ຈາກ​ຄຳ​ພີ​ໄບເບິນ.—ເບິ່ງ​ກິດຈະການ 19:1-5 ແລະ​ບົດ​ທີ 13 ຂອງ​ປຶ້ມ​ນີ້