ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 24

ທູດ​ສະຫວັນ​ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່?

ທູດ​ສະຫວັນ​ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່?

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ຄອບຄົວ​ໃນ​ສະຫວັນ​ຂອງ​ເພິ່ນ. ທູດ​ສະຫວັນ​ຫຼາຍ​ອົງ​ຢູ່​ໃນ​ຄອບຄົວ​ນີ້ ຄຳ​ພີ​ໄບເບິນ​ເອີ້ນ​ເຂົາເຈົ້າ​ວ່າ “ລູກ​ຂອງ​ພະເຈົ້າ.” (ໂຢບ 38:7, ລ.ມ.) ຄຳ​ພີ​ໄບເບິນ​ບອກ​ຫຍັງ​ກ່ຽວ​ກັບ​ທູດ​ສະຫວັນ? ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ມີ​ຜົນ​ຫຍັງ​ກັບ​ພວກ​ເຮົາ? ແລະ​ທູດ​ສະຫວັນ​ທຸກ​ອົງ​ຢູ່​ໃນ​ຄອບຄົວ​ຂອງ​ພະເຈົ້າ​ບໍ?

1. ທູດ​ສະຫວັນ​ແມ່ນ​ໃຜ?

ພະ​ເຢໂຫວາ​ສ້າງ​ທູດ​ສະຫວັນ​ກ່ອນ​ທີ່​ຈະ​ສ້າງ​ໂລກ. ເຂົາເຈົ້າ​ຢູ່​ໃນ​ສະຫວັນ​ແລະ​ມີ​ຮ່າງກາຍ​ແບບ​ດຽວ​ກັບ​ທີ່​ພະ​ເຢໂຫວາ​ມີ ນີ້​ເຮັດ​ໃຫ້​ເຮົາ​ເບິ່ງ​ເຂົາເຈົ້າ​ບໍ່​ເຫັນ. (ເຮັບເຣີ 1:14) ມີ​ທູດ​ສະຫວັນ​ຫຼາຍ​ລ້ານ​ອົງ ແຕ່​ລະ​ອົງ​ກໍ​ມີ​ບຸກຄະລິກ​ແລະ​ລັກສະນະ​ນິດໄສ​ທີ່​ບໍ່​ຄື​ກັນ. (ພະນິມິດ 5:11) ເຂົາເຈົ້າ ‘ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.’ (ຄຳເພງ 103:20, ລ.ມ.) ໃນ​ສະໄໝ​ກ່ອນ ມີ​ບາງເທື່ອ​ທີ່​ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ໃຫ້​ໄປ​ບອກ​ຂ່າວ​ສານ ໄປ​ຊ່ວຍ​ເຫຼືອ​ແລະ​ຊ່ວຍ​ຊີວິດ​ຄົນ​ຂອງ​ເພິ່ນ. ໃນ​ທຸກ​ມື້​ນີ້ ທູດ​ສະຫວັນ​ກໍ​ຊ່ວຍ​ຄົນ​ຂອງ​ພະ​ເຢໂຫວາ​ໂດຍ​ໃຫ້​ເຂົາເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ຢາກ​ຮຽນ​ຮູ້​ເລື່ອງ​ເພິ່ນ.

2. ຊາຕານ​ແລະ​ພວກ​ປີສາດ​ແມ່ນ​ໃຜ?

ທູດ​ສະຫວັນ​ບາງ​ອົງ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ທູດ​ສະຫວັນ​ອົງ​ທຳ​ອິດ​ທີ່​ເຮັດ​ແບບ​ນັ້ນ “ຖືກ​ເອີ້ນ​ວ່າ​ມານ​ຮ້າຍ​ແລະ​ຊາຕານ​ທີ່​ກຳລັງ​ລໍ້​ລວງ​ທົ່ວ​ໂລກ​ໃຫ້​ຫຼົງ​ຜິດ.” (ພະນິມິດ 12:9) ຊາຕານ​ຢາກ​ມີ​ອຳ​ນາດ​ເໜືອ​ຄົນ​ອື່ນ ມັນ​ເລີຍ​ລໍ້​ລວງ​ອາດາມ​ກັບ​ເອວາ​ບໍ່​ໃຫ້​ເຊື່ອ​ຟັງ​ພະເຈົ້າ ແລະ​ຫຼັງ​ຈາກ​ນັ້ນ​ກໍ​ມີ​ທູດ​ສະຫວັນ​ບາງ​ອົງ​ທີ່​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລ້ວ​ໄປ​ເປັນ​ພວກ​ດຽວ​ກັນ​ກັບ​ຊາຕານ. ທູດ​ສະຫວັນ​ທີ່​ບໍ່​ສັດ​ຊື່​ພວກ​ນີ້​ຖືກ​ເອີ້ນ​ວ່າ​ປີສາດ. ພວກ​ມັນ​ຖືກ​ໄລ່​ອອກ​ຈາກ​ສະຫວັນ​ເລີຍ​ຕ້ອງ​ມາ​ຢູ່​ເທິງ​ໂລກ ແລະ​ໃນ​ທີ່​ສຸດ​ພວກ​ມັນ​ຈະ​ຖືກ​ທຳລາຍ.—ອ່ານ​ພະນິມິດ 12:9, 12

3. ຊາຕານ​ແລະ​ພວກ​ປີສາດ​ພະຍາຍາມ​ລໍ້​ລວງ​ເຮົາ​ແນວ​ໃດ?

ຊາຕານ​ກັບ​ພວກ​ປີສາດ​ລໍ້​ລວງ​ຄົນ​ຈຳນວນ​ຫຼາຍ​ໃຫ້​ໄປ​ຫຍຸ້ງ​ກ່ຽວ​ກັບ​ພວກ​ມັນ​ໂດຍ​ໃຊ້​ເລື່ອງ​ໄສຍະສາດ. ຕົວຢ່າງ​ເຊັ່ນ ການ​ທຳນວາຍ​ໂຊກ​ສະ​ຕາ ໂຫລາສາດ ການ​ດູ​ດວງ ການ​ໃຊ້​ເວດ​ມົນ​ຄາຖາ ພໍ່​ມົດ​ໝໍ​ຜີ ແລະ​ພະລັງ​ເລິກ​ລັບ​ເໜືອ​ທຳມະຊາດ. ບາງ​ຄົນ​ກໍ​ໄປ​ປິ່ນປົວ​ພະຍາດ​ໂດຍ​ໃຊ້​ວິທີ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ໄສຍະສາດ. ແລະ​ບາງ​ຄົນ​ກໍ​ຖືກ​ຕົວະ​ໃຫ້​ເຊື່ອ​ວ່າ​ເຂົາເຈົ້າ​ຈະ​ຕິດ​ຕໍ່​ແລະ​ລົມ​ກັບ​ຄົນ​ຕາຍ​ໄດ້. ແຕ່​ພະ​ເຢໂຫວາ​ເຕືອນ​ເຮົາ​ວ່າ “ຢ່າ​ໄປ​ຫາ​ຄົນ​ຊົງ​ຫຼື​ປຶກສາ​ໝໍ​ດູ.” (ພວກເລວີ 19:31, ລ.ມ.) ທີ່​ເພິ່ນ​ເຕືອນ​ເຮົາ​ແບບ​ນີ້​ກໍ​ຍ້ອນ​ວ່າ​ເພິ່ນ​ຢາກ​ປົກປ້ອງ​ເຮົາ​ຈາກ​ຊາຕານ​ແລະ​ພວກ​ປີສາດ​ທີ່​ຢາກ​ທຳ​ຮ້າຍ​ເຮົາ. ພວກ​ມັນ​ເປັນ​ສັດຕູ​ຂອງ​ພະເຈົ້າ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ທູດ​ສະຫວັນ​ທີ່​ສັດ​ຊື່​ເຮັດ​ສິ່ງ​ທີ່​ດີ​ຫຍັງ​ແດ່ ເປັນ​ຫຍັງ​ການ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ໄສຍະສາດ​ຈຶ່ງ​ອັນຕະລາຍ ແລະ​ເຮົາ​ຈະ​ປົກປ້ອງ​ໂຕ​ເອງ​ຈາກ​ຊາຕານ​ແລະ​ພວກ​ປີສາດ​ໄດ້​ແນວ​ໃດ.

4. ທູດ​ສະຫວັນ​ທີ່​ສັດ​ຊື່​ຊ່ວຍ​ຜູ້​ຄົນ​ໃຫ້​ມາ​ຮູ້ຈັກ​ພະ​ເຢໂຫວາ

ທູດ​ສະຫວັນ​ຂອງ​ພະເຈົ້າ​ບໍ່​ໄດ້​ລົງ​ມາ​ປະກາດ​ກັບ​ຜູ້​ຄົນ​ໃນ​ໂລກ​ໂດຍ​ກົງ. ແຕ່​ເຂົາເຈົ້າ​ຈະ​ຊ່ວຍ​ໃຫ້​ຄົນ​ຂອງ​ພະເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ຢາກ​ຮຽນ​ຮູ້​ເລື່ອງ​ເພິ່ນ. ອ່ານ​ພະນິມິດ 14:6, 7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຕ້ອງ​ໃຫ້​ທູດ​ສະຫວັນ​ຊ່ວຍ​ເຮົາ​ເມື່ອ​ເຮັດ​ວຽກ​ປະກາດ?

  • ທູດ​ສະຫວັນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ຢາກ​ຮູ້​ເລື່ອງ​ຂ່າວ​ດີ​ທີ່​ພະເຈົ້າ​ສັນຍາ​ໄວ້​ໃນ​ຄຳ​ພີ​ໄບເບິນ ເມື່ອ​ຮູ້​ແບບ​ນີ້​ແລ້ວ​ເຈົ້າ​ຮູ້ສຶກ​ມີ​ກຳລັງ​ໃຈ​ບໍ? ຍ້ອນ​ຫຍັງ?

5. ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ໄສຍະສາດ

ຊາຕານ​ແລະ​ພວກ​ປີສາດ​ເປັນ​ສັດຕູ​ກັບ​ພະ​ເຢໂຫວາ. ແລະ​ພວກ​ມັນ​ກໍ​ເປັນ​ສັດຕູ​ກັບ​ເຮົາ​ຄື​ກັນ. ອ່ານ​ລູກາ 9:38-42 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພວກ​ປີສາດ​ເຮັດ​ຫຍັງ​ແດ່​ກັບ​ຜູ້​ຄົນ?

ເຮົາ​ບໍ່​ຢາກ​ໃຫ້​ພວກ​ປີສາດ​ມາ​ລໍ້​ລວງ​ເຮົາ. ອ່ານ​ພະບັນຍັດ 18:10-12 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພວກ​ປີສາດ​ພະຍາຍາມ​ລໍ້​ລວງ​ເຮົາ​ແລະ​ຕິດ​ຕໍ່​ກັບ​ເຮົາ​ໂດຍ​ໃຊ້​ວິທີ​ໃດ​ແດ່? ເຈົ້າ​ເຫັນ​ວ່າ​ຄົນ​ສ່ວນ​ຫຼາຍ​ເຮັດ​ຫຍັງ​ແດ່​ທີ່​ກ່ຽວຂ້ອງ​ກັບ​ໄສຍະສາດ?

  • ເຈົ້າ​ຄິດ​ວ່າ​ດີ​ບໍ​ທີ່​ພະ​ເຢໂຫວາ​ຫ້າມ​ເຮົາ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ໄສຍະສາດ? ຍ້ອນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ເຄື່ອງ​ລາງ​ທີ່​ມັດ​ຢູ່​ແຂນ​ລູກ​ສາວ​ຂອງ​ປາ​ເລຊາ​ເປັນ​ສິ່ງ​ຂອງ​ທີ່​ບໍ່​ມີ​ພິດ​ມີ​ໄພ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

  • ປາ​ເລຊາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປົກປ້ອງ​ໂຕ​ເອງ​ຈາກ​ພວກ​ປີສາດ?

ຄົນ​ທີ່​ເປັນ​ຄລິດສະຕຽນ​ແທ້​ບໍ່​ຫຍຸ້ງ​ກ່ຽວ​ກັບ​ພວກ​ປີສາດ. ອ່ານ​ກິດຈະການ 19:19 ແລະ 1 ໂກຣິນໂທ 10:21 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ທຳລາຍ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ໄສຍະສາດ?

6. ເຮົາ​ຊະນະ​ຊາຕານ​ແລະ​ພວກ​ປີສາດ​ໄດ້

ພວກ​ປີສາດ​ມີ​ຊາຕານ​ເປັນ​ຜູ້​ນຳ. ແຕ່​ທູດ​ສະຫວັນ​ທີ່​ສັດ​ຊື່​ມີ​ນາຍ​ທູດ​ສະຫວັນ​ທີ່​ຊື່​ມີ​ຄາ​ເອນ​ເປັນ​ຜູ້​ນຳ ມີ​ຄາ​ເອນ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ພະ​ເຢຊູ. ເພິ່ນ​ມີ​ພະລັງ​ອຳ​ນາດ​ຫຼາຍ​ສ່ຳ​ໃດ? ອ່ານ​ພະນິມິດ 12:7-9 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຝ່າຍ​ໃດ​ມີ​ພະລັງ​ອຳ​ນາດ​ຫຼາຍ​ກວ່າ? ຝ່າຍ​ມີ​ຄາ​ເອນ​ກັບ​ພວກ​ທູດ​ສະຫວັນ​ຂອງ​ເພິ່ນ ຫຼື​ຝ່າຍ​ຊາຕານ​ກັບ​ພວກ​ປີສາດ?

  • ເຈົ້າ​ຄິດ​ວ່າ​ຄລິດສະຕຽນ​ຕ້ອງ​ຢ້ານ​ຊາຕານ​ກັບ​ພວກ​ປີສາດ​ບໍ?

ເຈົ້າ​ຊະນະ​ຊາຕານ​ແລະ​ພວກ​ປີສາດ​ໄດ້. ອ່ານ​ຢາໂກໂບ 4:7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຈະ​ປົກປ້ອງ​ໂຕ​ເອງ​ຈາກ​ຊາຕານ​ແລະ​ພວກ​ປີສາດ​ໄດ້​ແນວ​ໃດ?

ບາງ​ຄົນ​ເວົ້າ​ວ່າ: “ໜັງ​ຫຼື​ເກມ​ທີ່​ມີ​ເລື່ອງ​ຜີ ອຳ​ນາດ​ເລິກ​ລັບ ໄສຍະສາດ ກໍ​ເປັນ​ພຽງ​ແຕ່​ເລື່ອງ​ມ່ວນ​ຊື່ໆ. ບໍ່​ມີ​ພິດ​ມີ​ໄພ​ຫຍັງ​ດອກ.”

  • ເປັນ​ຫຍັງ​ຈຶ່ງ​ອັນຕະລາຍ​ທີ່​ຈະ​ຄິດ​ແບບ​ນັ້ນ?

ສະຫຼຸບ

ທູດ​ສະຫວັນ​ທີ່​ສັດ​ຊື່​ຄອຍ​ຊ່ວຍ​ເຫຼືອ​ເຮົາ. ຊາຕານ​ກັບ​ພວກ​ປີສາດ​ເປັນ​ສັດຕູ​ຂອງ​ພະ​ເຢໂຫວາ ແລະ​ພວກ​ມັນ​ໃຊ້​ເລື່ອງ​ໄສຍະສາດ​ເພື່ອ​ລໍ້​ລວງ​ຜູ້​ຄົນ.

ຄຳຖາມ​ທົບ​ທວນ

  • ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ມາ​ຮູ້ຈັກ​ເພິ່ນ?

  • ຊາຕານ​ແລະ​ພວກ​ປີສາດ​ແມ່ນ​ໃຜ?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຢາກ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ໄສຍະສາດ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ເປັນ​ຫຍັງ​ເຮົາ​ຮູ້​ວ່າ​ພະ​ເຢຊູ​ແມ່ນ​ນາຍ​ທູດ​ສະຫວັນ​ມີ​ຄາ​ເອນ?

“ນາຍ​ທູດ​ສະຫວັນ​ມີ​ຄາ​ເອນ​ແມ່ນ​ໃຜ?” (ບົດ​ຄວາມ​ໃນ​ເວັບໄຊ)

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ມານ​ຮ້າຍ​ມີ​ຢູ່​ແທ້​ແລະ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ຊົ່ວ​ຮ້າຍ​ທີ່​ຢູ່​ໃນ​ໂຕ​ຄົນ.

“ພະຍາມານ​ມີ​ແທ້​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ຜູ້​ຍິງ​ຄົນ​ໜຶ່ງ​ຫຼຸດ​ພົ້ນ​ຈາກ​ອຳ​ນາດ​ຂອງ​ປີສາດ​ໄດ້​ແນວ​ໃດ.

“ລາວ​ຄົ້ນ​ພົບ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ” (ຫໍສັງເກດການ 1 ກໍລະກົດ 1993)