ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 27

ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ລອດ​ແນວ​ໃດ?

ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ລອດ​ແນວ​ໃດ?

ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳ​ອິດ​ບໍ່​ເຊື່ອ​ຟັງ​ພະເຈົ້າ ນີ້​ເລີຍ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ເປັນ​ຄົນ​ບາບ ຕ້ອງ​ເຈິ​ກັບ​ຄວາມທຸກ ແລະ​ຕ້ອງ​ຕາຍ. a ແຕ່​ເຮົາ​ຍັງ​ບໍ່​ໝົດ​ຫວັງ​ຍ້ອນ​ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ຄລິດ​ລູກ​ຊາຍ​ຂອງ​ເພິ່ນ​ລົງ​ມາ​ເທິງ​ໂລກ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ຄຳ​ພີ​ໄບເບິນ​ບອກ​ວ່າ ພະ​ເຢຊູ​ສະລະ​ຊີວິດ​ມະນຸດ​ສົມບູນ​ແບບ​ຂອງ​ເພິ່ນ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ພວກ​ເຮົາ. (ອ່ານ​ມັດທາຍ 20:28) ຄ່າໄຖ່​ແມ່ນ​ຫຍັງ? ຄ່າໄຖ່​ແມ່ນ​ສິ່ງ​ທີ່​ຈ່າຍ​ເພື່ອ​ໄຖ່​ຄົນ​ຫຼື​ສິ່ງ​ຂອງ​ກັບ​ຄືນ​ມາ. ແທ້ໆ​ແລ້ວ​ພະ​ເຢຊູ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໄດ້​ເທິງ​ໂລກ​ນີ້​ເພາະ​ເພິ່ນ​ເປັນ​ມະນຸດ​ທີ່​ສົມບູນ​ແບບ ແຕ່​ເພິ່ນ​ເຕັມ​ໃຈ​ສະລະ​ຊີວິດ​ເພື່ອ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ອາດາມ​ກັບ​ເອວາ​ເຮັດ​ໃຫ້​ສູນ​ເສຍ​ໄປ​ກັບ​ຄືນ​ມາ. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ກັບ​ພະ​ເຢໂຫວາ​ຮັກ​ພວກ​ເຮົາ​ຫຼາຍ. ບົດ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ຂຶ້ນ​ທີ່​ພະ​ເຢຊູ​ສະລະ​ຊີວິດ​ເພື່ອ​ເຮົາ.

1. ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ມີ​ປະໂຫຍດ​ຫຍັງ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້?

ຍ້ອນ​ເຮົາ​ເປັນ​ຄົນ​ບາບ ເລີຍ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ອາດ​ມີ​ຫຼາຍ​ເທື່ອ​ທີ່​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ. ແຕ່​ຖ້າ​ເຮົາ​ຮູ້ສຶກ​ເສຍໃຈ​ແທ້ໆ​ໃນ​ສິ່ງ​ທີ່​ເຮັດ​ລົງ​ໄປ​ແລະ​ອະທິດຖານ​ຂໍ​ການ​ອະໄພ​ຈາກ​ພະ​ເຢໂຫວາ​ໃນ​ນາມ​ພະ​ເຢຊູ ແລ້ວ​ພະຍາຍາມ​ເຕັມທີ​ທີ່​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ ເຮົາ​ກໍ​ຈະ​ໄດ້​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ. (1 ໂຢຮັນ 2:1) ຄຳ​ພີ​ໄບເບິນ​ບອກ​ວ່າ: “ພະຄລິດ​ຕາຍ​ເທື່ອ​ດຽວ​ເພື່ອ​ໄຖ່​ບາບ ເຊິ່ງ​ເປັນ​ການ​ຕາຍ​ຂອງ​ຄົນ​ດີ​ເພື່ອ​ຄົນ​ຊົ່ວ ເພື່ອ​ເພິ່ນຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ໄປ​ເຖິງ​ພະເຈົ້າ.”1 ເປໂຕ 3:18

2. ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ມີ​ປະໂຫຍດ​ຫຍັງ​ກັບ​ເຮົາ​ໃນ​ອະນາຄົດ?

ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ມາ​ສະລະ​ຊີວິດ​ມະນຸດ​ສົມບູນ​ແບບ “ເພື່ອ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ [ພະ​ເຢຊູ] ຈະ​ບໍ່​ຖືກ​ທຳ​ລາຍ ແຕ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.” (ໂຢຮັນ 3:16) ເຮົາ​ຮູ້ສຶກ​ຂອບໃຈ​ໃນ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຜົນ​ເສຍຫາຍ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ການ​ບໍ່​ເຊື່ອ​ຟັງ​ຂອງ​ອາດາມ​ໝົດ​ໄປ. ຖ້າ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ ເຮົາ​ກໍຈະໄດ້​ມີ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ​ເທິງ​ໂລກ​ທີ່​ເປັນ​ສວນ​ອຸທິຍານ!—ເອຊາອີ 65:21-23

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ມາ​ເສຍ​ຊີວິດ ແລະ​ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ຈາກ​ການ​ເສຍ​ສະລະ​ຂອງ​ເພິ່ນ.

3. ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ

ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ການ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ເຮັດ​ໃຫ້​ອາດາມ​ພາດ​ໂອກາດ​ຫຍັງ?

ອ່ານ​ໂຣມ 5:12 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ການ​ເຮັດ​ບາບ​ຂອງ​ອາດາມ​ສົ່ງ​ຜົນ​ແນວ​ໃດ​ກັບ​ພວກ​ເຮົາ?

ອ່ານ​ໂຢຮັນ 3:16 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສົ່ງ​ລູກ​ຊາຍ​ຂອງ​ເພິ່ນ​ລົງ​ມາ​ເທິງ​ໂລກ?

  1. ກ. ອາດາມ​ເປັນ​ມະນຸດ​ສົມບູນ​ແບບ​ແຕ່​ລາວ​ບໍ່​ເຊື່ອ​ຟັງ​ພະເຈົ້າ ລາວ​ເລີຍ​ເຮັດ​ໃຫ້​ເຮົາ​ທຸກ​ຄົນ​ເກີດ​ມາ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ

  2. ຂ. ພະ​ເຢຊູ​ເປັນ​ມະນຸດ​ສົມບູນ​ແບບ​ທີ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ເພິ່ນ​ເຮັດ​ໃຫ້​ເຮົາ​ທຸກ​ຄົນ​ມີ​ໂອກາດ​ທີ່​ຈະ​ເປັນ​ມະນຸດ​ສົມບູນ​ແບບ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ

4. ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ​ຈະ​ເປັນ​ປະໂຫຍດ​ກັບ​ຄົນ​ທັງ​ໂລກ

ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ການ​ຕາຍ​ຂອງ​ຄົນ​ຜູ້​ດຽວ​ຈະ​ຊ່ວຍ​ຄົນ​ທັງ​ໂລກ​ໄດ້​ແນວ​ໃດ?

ອ່ານ 1 ຕີໂມທຽວ 2:5, 6 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ອາດາມ​ເປັນ​ມະນຸດ​ສົມບູນ​ແບບ ເມື່ອ​ລາວ​ເຮັດ​ບາບ​ເຮົາ​ທຸກ​ຄົນ​ທີ່​ເກີດ​ມາ​ກໍ​ເລີຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ. ພະ​ເຢຊູ​ກໍ​ເປັນ​ມະນຸດ​ສົມບູນ​ແບບ​ຄື​ອາດາມ. ດັ່ງນັ້ນ ເພິ່ນ​ສາມາດ​ເຮັດ​ຫຍັງ​ເພື່ອ​ເຮົາ​ໄດ້?

5. ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ

ຄົນ​ທີ່​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ເບິ່ງ​ວ່າ​ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ໃຫ້​ກັບ​ລາວ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ ອ່ານ​ຄາລາເຕຍ 2:20 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ອັກຄະສາວົກ​ໂປໂລ​ເວົ້າ​ຫຍັງ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ລາວ​ເບິ່ງ​ວ່າ​ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ເປັນ​ສ່ວນ​ໂຕ?

ອາດາມ​ເຮັດ​ບາບ​ລາວ​ເລີຍ​ຕ້ອງ​ຕາຍ ແລະ​ທີ່​ຈິງ​ລູກ​ຫຼານ​ຂອງ​ລາວ​ທຸກ​ຄົນ​ກໍ​ຕ້ອງ​ຕາຍ​ນຳ. ແຕ່​ພະ​ເຢໂຫວາ​ສົ່ງ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ສະລະ​ຊີວິດ​ເພື່ອ​ເຮັດ​ໃຫ້​ເຈົ້າ​ມີ​ໂອກາດ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.

ຕອນ​ທີ່​ເຈົ້າ​ອ່ານ​ຂໍ້​ຄຳ​ພີ​ຕໍ່​ໄປ​ນີ້ ໃຫ້​ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ທີ່​ເຫັນ​ລູກ​ຊາຍ​ຂອງ​ເພິ່ນ​ຕ້ອງ​ທຸກ​ທໍລະມານ. ອ່ານ​ໂຢຮັນ 19:1-7, 16-18 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຈົ້າ​ຫຼາຍ​ຂະໜາດ​ນີ້?

ບາງ​ຄົນ​ອາດ​ຖາມ​ວ່າ: “ການ​ຕາຍ​ຂອງ​ຄົນ​ຜູ້​ດຽວ​ຈະ​ຊ່ວຍ​ຄົນ​ທັງ​ໂລກ​ໄດ້​ແນວ​ໃດ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຮົາ​ໄດ້​ເພາະ​ພະ​ເຢຊູ​ສະລະ​ຊີວິດ​ເພື່ອ​ເຮົາ ແລະ​ນີ້​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ມາ​ຕາຍ?

  • ພະ​ເຢຊູ​ເປັນ​ມະນຸດ​ສົມບູນ​ແບບ ດັ່ງນັ້ນ​ເພິ່ນ​ສາມາດ​ເຮັດ​ຫຍັງ​ເພື່ອ​ມະນຸດ​ທຸກ​ຄົນ​ໄດ້?

  • ການ​ຕາຍ​ຂອງ​ພະ​ເຢຊູ​ມີ​ປະໂຫຍດ​ກັບ​ເຈົ້າ​ແນວ​ໃດ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ເປັນ​ຫຍັງ​ຈຶ່ງ​ເອີ້ນ​ຊີວິດ​ທີ່​ສົມບູນ​ແບບ​ຂອງ​ພະ​ເຢຊູ​ວ່າ​ເປັນ​ຄ່າໄຖ່.

“ພະ​ເຢຊູ​ສະລະ​ຊີວິດ​ເປັນ ‘ຄ່າໄຖ່​ໃຫ້​ຄົນ​ຈຳນວນ​ຫຼາຍ’ ໄດ້​ແນວ​ໃດ?” (ບົດ​ຄວາມ​ໃນ​ເວັບໄຊ)

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ.

“ພະ​ເຢຊູ​ຊ່ວຍ​ໃຫ້​ລອດ​ໂດຍ​ວິທີ​ໃດ?” (ບົດ​ຄວາມ​ໃນ​ເວັບໄຊ)

ຖ້າ​ເຮັດ​ບາບ​ຮ້າຍແຮງ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ບໍ?

“ຖາມ-ຕອບ​ເລື່ອງ​ຄຳ​ພີ​ໄບເບິນ” (ຫໍສັງເກດການ 1 ພຶດສະພາ 2013)

ຄ່າໄຖ່​ຂອງ​ພະ​ເຢຊູ​ຊ່ວຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ປ່ຽນແປງ​ຕົວເອງ.

“ຂ້ອຍ​ບໍ່​ເປັນ​ທາດ​ຂອງ​ຄວາມຮຸນແຮງ​ອີກ​ຕໍ່​ໄປ” (ບົດຄວາມ​ໃນ​ເວັບໄຊ)

a ບາບ​ບໍ່​ໄດ້​ໝາຍ​ເຖິງ​ການ​ເຮັດ​ບໍ່​ດີ​ເທົ່າ​ນັ້ນ. ແຕ່​ບາບ​ເປັນ​ສິ່ງ​ທີ່​ຕິດ​ໂຕ​ມະນຸດ​ທຸກ​ຄົນ​ມາ​ຕັ້ງ​ແຕ່​ເກີດ​ຍ້ອນ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ.