ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 30

ຄົນ​ທີ່​ເຈົ້າ​ຮັກ​ຈະ​ມີ​ຊີວິດ​ໄດ້​ອີກ!

ຄົນ​ທີ່​ເຈົ້າ​ຮັກ​ຈະ​ມີ​ຊີວິດ​ໄດ້​ອີກ!

ຄວາມ​ຕາຍ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ແລະ​ເສຍໃຈ​ຫຼາຍ. ຄຳ​ພີ​ໄບເບິນ​ກໍ​ບອກ​ນຳ​ວ່າ​ຄວາມ​ຕາຍ​ເປັນ​ຄື​ກັບ​ສັດຕູ. (1 ໂກຣິນໂທ 15:26) ໃນ​ບົດ​ທີ 27 ເຮົາ​ໄດ້​ຮູ້​ແລ້ວ​ວ່າ ພະ​ເຢໂຫວາ​ຊິ​ຈັດການ​ກັບ​ສັດຕູ​ທີ່​ໂຫດ​ຮ້າຍ​ນີ້ ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ? ໃນ​ບົດ​ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຳ​ສັນຍາ​ທີ່​ດີ​ເລີດ​ອີກ​ຢ່າງ​ໜຶ່ງ​ຂອງ​ພະ​ເຢໂຫວາ ເພິ່ນ​ຈະ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ ແລະ​ເຂົາເຈົ້າ​ຈະ​ໄດ້​ມີ​ຊີວິດ​ຕະຫຼອດ​ໄປ. ແຕ່​ເລື່ອງ​ດີໆ​ແບບ​ນີ້​ຈະ​ເປັນ​ໄປ​ໄດ້​ແທ້ໆ​ບໍ? ແລ້ວ​ຕອນ​ທີ່​ເຂົາເຈົ້າ​ຄືນ​ມາ​ຈາກ​ຕາຍ​ເຂົາເຈົ້າ​ຈະ​ໄດ້​ຢູ່​ໃສ ໃນ​ສະຫວັນ​ຫຼື​ເທິງ​ໂລກ?

1. ພະ​ເຢໂຫວາ​ຢາກ​ເຮັດ​ຫຍັງ​ເພື່ອ​ຄົນ​ທີ່​ເຮົາ​ຮັກ​ທີ່​ເສຍ​ຊີວິດ​ໄປ​ແລ້ວ?

ພະ​ເຢໂຫວາ​ຢາກ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ. ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ໂຢບ​ໝັ້ນ​ໃຈ​ວ່າ​ຖ້າ​ລາວ​ຕາຍ​ພະເຈົ້າ​ຈະ​ບໍ່​ລືມ​ລາວ. ລາວ​ເວົ້າ​ກັບ​ພະເຈົ້າ​ວ່າ: “ພະອົງ​ຈະ​ເອີ້ນ ແລະ​ຂ້ອຍ​ຈະ​ຕອບ.”—ອ່ານ​ໂຢບ 14:13-15, ລ.ມ.

2. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ໄດ້​ອີກ?

ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ ພະເຈົ້າ​ໃຫ້​ເພິ່ນ​ມີ​ອຳ​ນາດ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ. ພະ​ເຢຊູ​ເຮັດ​ໃຫ້​ເດັກ​ນ້ອຍ​ຜູ້​ຍິງ​ອາຍຸ 12 ປີ ແລະ​ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຄົນ​ໜຶ່ງ​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ມາຣະໂກ 5:41, 42; ລູກາ 7:12-15) ແລະ​ຕໍ່ມາ​ເມື່ອ​ໝູ່​ຂອງ​ພະ​ເຢຊູ​ທີ່​ຊື່​ລາຊະໂຣ​ຕາຍ ເພິ່ນ​ກໍ​ເຮັດ​ໃຫ້​ລາວ​ກັບ​ມາ​ມີ​ຊີວິດ​ອີກ​ທັງໆ​ທີ່​ລາວ​ຕາຍ​ໄປ 4 ມື້​ແລ້ວ. ຕອນ​ທີ່​ຢູ່​ໜ້າ​ອຸໂມງ​ຝັງ​ສົບ ພະ​ເຢຊູ​ອະທິດຖານ​ເຖິງ​ພະເຈົ້າ ແລ້ວ​ເພິ່ນ​ກໍ​ເອີ້ນ​ດ້ວຍ​ສຽງ​ດັງ​ວ່າ: “ລາຊະໂຣ ອອກ​ມາ!” ແລະ “ລາຊະໂຣ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຍ່າງ​ອອກ​ມາ” ລາວ​ກັບ​ມາ​ມີ​ຊີວິດ​ອີກ! (ໂຢຮັນ 11:43, 44) ຄິດ​ເບິ່ງ​ແມ້ ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ລາຊະໂຣ​ຈະ​ດີ​ໃຈ​ສ່ຳ​ໃດ!

3. ມີ​ຄວາມຫວັງ​ຫຍັງ​ບໍ​ຖ້າ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ?

ຄຳ​ພີ​ໄບເບິນ​ສັນຍາ​ວ່າ: ‘ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ.’ (ກິດຈະການ 24:15) ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ ເພິ່ນ​ປຸກ​ຫຼາຍ​ຄົນ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ ເຂົາເຈົ້າ​ບໍ່​ໄດ້​ຖືກ​ເອີ້ນ​ໃຫ້​ລົງ​ມາ​ຈາກ​ສະຫວັນ ຍ້ອນ​ຫຼັງ​ຈາກ​ທີ່​ຕາຍ​ແລ້ວ​ເຂົາເຈົ້າ​ກໍ​ບໍ່​ໄດ້​ໄປ​ສະຫວັນ. (ໂຢຮັນ 3:13) ຄົນ​ເຫຼົ່າ​ນັ້ນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ກັບ​ມາ​ມີ​ຊີວິດ​ອີກ​ເທິງ​ໂລກ. ແລະ​ອີກ​ບໍ່​ດົນ ພະ​ເຢຊູ​ຈະ​ເຮັດ​ໃຫ້​ຫຼາຍ​ພັນ​ລ້ານ​ຄົນ​ຄືນ​ມາ​ຈາກ​ຕາຍ ແລະ​ມີ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ​ເທິງ​ໂລກ​ທີ່​ເປັນ​ສວນ​ອຸທິຍານ. ເພິ່ນ​ບອກ​ວ່າ “ທຸກ​ຄົນ​ເຊິ່ງ​ຢູ່​ໃນ​ອຸໂມງ​ລະນຶກ” ແມ່ນ​ແຕ່​ຄົນ​ທີ່​ອາດ​ຈະ​ຖືກ​ລືມ​ໄປ​ແລ້ວ​ຫຼື​ຕາຍ​ໄປ​ດົນ​ແລ້ວ​ກໍ​ຍັງ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະເຈົ້າ ແລະ​ເຂົາເຈົ້າ​ຈະ​ກັບ​ມາ​ມີ​ຊີວິດ​ອີກ.—ໂຢຮັນ 5:28, 29, ໄຂ​ເງື່ອນ

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເບິ່ງ​ຫຼັກ​ຖານ​ຈາກ​ຄຳ​ພີ​ໄບເບິນ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ໄດ້​ອີກ. ແລະ​ເປັນ​ຫຍັງ​ການ​ຄືນ​ມາ​ຈາກ​ຕາຍ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມຫວັງ.

4. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ສາມາດ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ໄດ້​ອີກ

ເບິ່ງ​ນຳ​ກັນ​ວ່າ​ພະ​ເຢຊູ​ເຮັດ​ຫຍັງ​ເພື່ອ​ລາຊະໂຣ​ໝູ່​ຂອງ​ເພິ່ນ. ອ່ານ​ໂຢຮັນ 11:14, 38-44 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ລາຊະໂຣ​ຕາຍ​ແລ້ວ​ແທ້ໆ​?—ເບິ່ງ​ຂໍ້ 39

  • ຖ້າ​ລາຊະໂຣ​ຕາຍ​ແລ້ວ​ໄປ​ສະຫວັນ ເຈົ້າ​ຄິດ​ວ່າ​ພະ​ເຢຊູ​ຢາກ​ຈະ​ເຮັດ​ໃຫ້​ລາວ​ລົງ​ມາ​ຈາກ​ສະຫວັນ​ແລ້ວ​ມາ​ມີ​ຊີວິດ​ຢູ່​ເທິງ​ໂລກ​ອີກ​ບໍ?

ເປີດ​ວິດີໂອ.

5. ຫຼາຍ​ຄົນ​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ມີ​ຊີວິດ​ອີກ!

ອ່ານ​ຄຳເພງ 37:29 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເມື່ອ​ຫຼາຍ​ພັນ​ລ້ານ​ຄົນ​ຄືນ​ມາ​ຈາກ​ຕາຍ​ເຂົາເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃສ?

ນອກ​ຈາກ​ພະ​ເຢຊູ​ຈະ​ປຸກ​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ແລ້ວ ເພິ່ນ​ຈະ​ປຸກ​ຄົນ​ອື່ນໆ​ອີກ​ຫຼາຍ​ຄົນ​ນຳ. ອ່ານ​ກິດຈະການ 24:15 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີ​ໃຜ​ແດ່​ທີ່​ເຈົ້າ​ຢາກ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ?

ຄິດ​ເບິ່ງ​ແມ້: ພະ​ເຢຊູ​ປຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໄດ້​ງ່າຍໆ​ຄື​ກັບ​ພໍ່​ທີ່​ປຸກ​ລູກ​ໃຫ້​ຕື່ນ

6. ການ​ຄືນ​ມາ​ຈາກ​ຕາຍ​ເຮັດ​ໃຫ້​ເຈົ້າ​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມຫວັງ​ໄດ້

ຫຼາຍ​ຄົນ​ທີ່​ໂສກ​ເສົ້າ​ເສຍໃຈ​ໄດ້​ກຳລັງ​ໃຈ​ຈາກ​ເລື່ອງ​ຂອງ​ລູກ​ສາວ​ຢາອີໂຣ​ທີ່​ຄຳ​ພີ​ໄບເບິນ​ບອກ​ໄວ້. ອ່ານ​ເລື່ອງ​ທີ່​ເຄີຍ​ເກີດຂຶ້ນ​ແທ້​ໃນ​ລູກາ 8:40-42, 49-56.

ກ່ອນ​ພະ​ເຢຊູ​ຈະ​ປຸກ​ລູກ​ສາວ​ຂອງ​ຢາອີໂຣ​ໃຫ້​ກັບ​ມາ​ມີ​ຊີວິດ ເພິ່ນ​ບອກ​ຢາອີໂຣ​ວ່າ: “ບໍ່​ຕ້ອງ​ຢ້ານ ຂໍ​ໃຫ້​ສະແດງ​ຄວາມ​ເຊື່ອ.” (ເບິ່ງ​ຂໍ້ 50) ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ຊ່ວຍ​ເຮົາ​ແນວ​ໃດ . . .

  • ຖ້າ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ?

  • ຖ້າ​ຊີວິດ​ເຮົາ​ຕົກ​ຢູ່​ໃນ​ອັນຕະລາຍ?

ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ວຍ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ພໍ່​ແມ່​ຂອງ​ເຟລິຊິຕີ້​ແນວ​ໃດ?

ບາງ​ຄົນ​ເວົ້າ​ວ່າ: “ຈະ​ເປັນ​ໄປ​ໄດ້​ແທ້ໆ​ບໍ​ທີ່​ຄົນ​ຕາຍ​ໄປ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ໄດ້​ອີກ?”

  • ເຈົ້າ​ຄິດ​ແນວ​ໃດ?

  • ເຈົ້າ​ຈະ​ເປີດ​ຂໍ້​ຄຳ​ພີ​ໃດ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດຂຶ້ນ​ແທ້?

ສະຫຼຸບ

ຄຳ​ພີ​ໄບເບິນ​ສັນຍາ​ວ່າ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຄືນ​ມາ​ຈາກ​ຕາຍ. ພະ​ເຢໂຫວາ​ຢາກ​ໃຫ້​ເຂົາເຈົ້າ​ກັບ​ມາ​ມີ​ຊີວິດ​ອີກ ແລະ​ເພິ່ນ​ຈະ​ໃຫ້​ອຳ​ນາດ​ກັບ​ພະ​ເຢຊູ​ເພື່ອ​ຈະ​ປຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໄດ້.

ຄຳຖາມ​ທົບ​ທວນ

  • ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ກັບ​ການ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ?

  • ເມື່ອ​ຫຼາຍ​ພັນ​ລ້ານ​ຄົນ​ຄືນ​ມາ​ຈາກ​ຕາຍ​ເຂົາເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃສ ໃນ​ສະຫວັນ​ຫຼື​ເທິງ​ໂລກ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕອບ​ແບບ​ນັ້ນ?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຄົນ​ທີ່​ເຈົ້າ​ຮັກ​ທີ່​ຕາຍ​ໄປ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເມື່ອ​ໂສກ​ເສົ້າ​ເສຍໃຈ.

“ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ເມື່ອ​ສູນ​ເສຍ​ຄົນ​ທີ່​ຮັກ” (ຕື່ນເຖີດ! ສະບັບ​ທີ 3, 2018. ບໍ່​ມີ​ໃນ​ພາສາ​ລາວ)

ຄຳ​ແນະນຳ​ຈາກ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ຄົນ​ທີ່​ກຳລັງ​ໂສກ​ເສົ້າ​ໄດ້​ແທ້ໆ​ບໍ?

ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ (5:06)

ເມື່ອ​ເດັກ​ນ້ອຍ​ສູນ​ເສຍ​ຄົນ​ທີ່​ຮັກ ອັນ​ໃດ​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້?

ຄ່າໄຖ່ (2:07)

ຈະ​ມີ​ໃຜ​ບໍ​ທີ່​ຈະ​ຖືກ​ປຸກ​ໃຫ້​ໄປ​ຢູ່​ໃນ​ສະຫວັນ? ແລະ​ໃຜ​ຈະ​ບໍ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ?

“ການ​ຄືນ​ມາ​ຈາກ​ຕາຍ​ແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)