ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 32

ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ!

ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ!

ການ​ປົກຄອງຂອງພະເຈົ້າ​ເລີ່ມ​ປົກຄອງໃນ​ສະຫວັນ​ໃນ​ປີ ຄ.ສ 1914. ໃນ​ເວລາ​ດຽວ​ກັນ​ການ​ປົກຄອງຂອງມະນຸດກໍ​ມາ​ເຖິງໄລຍະ​ສຸດທ້າຍແລ້ວ. ແຕ່​ເຮົາ​ຮູ້​ໄດ້​ແນວ​ໃດ? ເຮົາ​ຮູ້​ເລື່ອງນີ້​ໄດ້​ຈາກ​ຄຳ​ພະຍາກອນ​ໃນ​ຄຳ​ພີ​ໄບເບິນ ສິ່ງຕ່າງໆ​ທີ່​ເກີດຂຶ້ນ​ໃນ​ໂລກ ແລະ​ນິດໄສ​ຂອງຜູ້​ຄົນ​ຕັ້ງແຕ່​ປີ ຄ.ສ 1914.

1. ຄຳ​ພະຍາກອນ​ໃນ​ຄຳ​ພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ?

ຄຳ​ພີ​ໄບເບິນ​ບອກ​ໄວ້​ໃນ​ປຶ້ມ​ດານຽນ​ວ່າ​ການ​ປົກຄອງຂອງພະເຈົ້າ​ຈະ​ເລີ່ມ​ປົກຄອງເມື່ອ​ໄລຍະ​ເວລາ​ທີ່​ເອີ້ນ​ວ່າ “7 ປີ” ສິ້ນ​ສຸດລົງ. (ດານຽນ 4:16, 17, ລ.ມ.) ຫຼາຍຮ້ອຍປີ​ຫຼັງຈາກ​ສະໄໝ​ຂອງດານີເອນ ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງໂລກ​ເພິ່ນ​ເອີ້ນ​ໄລຍະ​ເວລາ “7 ປີ” ວ່າ “ເວລາ​ຂອງຄົນ​ຕ່າງຊາດ” ແລະ​ເພິ່ນ​ບອກ​ອີກວ່າ​ໄລຍະ​ເວລາ​ນັ້ນ​ຍັງບໍ່​ສິ້ນ​ສຸດລົງ. (ລູກາ 21:24) ໃນ​ບົດນີ້​ເຮົາ​ຈະ​ໄດ້​ຮູ້​ວ່າ​ໄລຍະ​ເວລາ “7 ປີ” ໄດ້​ຈົບ​ລົງແລ້ວ​ໃນ​ປີ ຄ.ສ 1914.

2. ຕັ້ງແຕ່​ປີ 1914 ມີ​ຫຍັງເກີດຂຶ້ນ​ແດ່​ແລະ​ນິດໄສ​ຂອງຜູ້​ຄົນ​ເປັນ​ແນວ​ໃດ?

ພວກ​ລູກສິດຂອງພະ​ເຢຊູ​ຖາມ​ເພິ່ນ​ວ່າ: “ຈະ​ມີ​ຫຍັງເປັນ​ສັນຍານ​ບອກ​ໃຫ້​ຮູ້​ວ່າ​ທ່ານ​ປະທັບ​ຢູ່​ແລະ​ບອກ​ໃຫ້​ຮູ້​ວ່າ​ພວກ​ເຮົາ​ຢູ່​ໃນ​ສະໄໝ​ສຸດທ້າຍຂອງໂລກ​ນີ້?” (ມັດທາຍ 24:3) ພະ​ເຢຊູ​ຕອບ​ພວກ​ລູກສິດວ່າ ຫຼັງຈາກ​ທີ່​ເພິ່ນ​ປົກຄອງເປັນ​ກະສັດໃນ​ການ​ປົກຄອງໃນ​ສະຫວັນ​ຂອງພະເຈົ້າ​ຈະ​ມີ​ຫຼາຍຢ່າງເກີດຂຶ້ນ ເຊັ່ນ ສົງຄາມ ການ​ຂາດແຄນ​ອາຫານ ແລະ​ແຜ່ນດິນ​ໄຫວ. (ອ່ານ​ມັດທາຍ 24:7) ຄຳ​ພີ​ໄບເບິນ​ບອກ​ລ່ວງໜ້າ​ອີກວ່າ ນິດໄສ​ຂອງຜູ້​ຄົນ​ໃນ “ສະໄໝ​ສຸດທ້າຍ” ຈະ​ເຮັດໃຫ້​ມີ​ແຕ່ “ຄວາມ​ຫຍຸ້ງຍາກ​ລຳບາກ.” (2 ຕີໂມທຽວ 3:1-5) ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ໃນ​ໂລກ​ແລະ​ນິດໄສ​ຂອງຜູ້​ຄົນ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ​ຕັ້ງແຕ່​ປີ 1914.

3. ຫຼັງຈາກ​ທີ່​ການ​ປົກຄອງຂອງພະເຈົ້າ​ເລີ່ມ​ປົກຄອງເປັນ​ຫຍັງສະພາບການ​ໃນ​ໂລກ​ຈຶ່ງ​ຮ້າຍ​ແຮງ​ຂຶ້ນ?

ບໍ່​ດົນ​ຫຼັງຈາກ​ທີ່​ພະ​ເຢຊູ​ເປັນ​ກະສັດໃນ​ການ​ປົກຄອງຂອງພະເຈົ້າ ເພິ່ນ​ກໍ​ເຮັດສົງຄາມ​ໃນ​ສະຫວັນ​ກັບ​ຊາຕານ​ແລະ​ພວກ​ປີສາດ. ແລ້ວ​ຝ່າຍຊາຕານ​ກໍ​ແພ້. ຄຳ​ພີ​ໄບເບິນ​ບອກ​ວ່າ ‘ຊາຕານ​ຖືກ​ຖິ້ມ​ລົງມາ​ໃນ​ໂລກ ແລະ​ທູດສະຫວັນ​ທີ່​ຢູ່​ຝ່າຍມັນ​ກໍ​ຖືກ​ຖິ້ມ​ລົງມາ​ຄື​ກັນ.’ (ພະນິມິດ 12:9, 10, 12) ຊາຕານ​ໃຈຮ້າຍຫຼາຍເພາະ​ມັນ​ຮູ້​ວ່າ​ອີກ​ບໍ່​ດົນ​ມັນ​ຈະ​ຖືກ​ທຳລາຍ. ມັນ​ເລີຍເຮັດໃຫ້​ຜູ້​ຄົນ​ເທິງໂລກ​ຕ້ອງເຈິ​ກັບ​ຄວາມທຸກ​ແລະ​ຄວາມ​ເຈັບ​ປວດ. ນີ້​ເຮັດໃຫ້​ເຮົາ​ເຂົ້າ​ໃຈວ່າ​ເປັນ​ຫຍັງສະພາບການ​ໃນ​ໂລກ​ຈຶ່ງຮ້າຍແຮງຂຶ້ນ​ຂະໜາດນີ້! ແຕ່​ການ​ປົກຄອງຂອງພະເຈົ້າ​ຈະ​ເຮັດໃຫ້​ບັນຫາ​ທຸກ​ຢ່າງໝົດໄປ.

ຮຽນ​ຮູ້​ຫຼາຍຂຶ້ນ

ເປັນ​ຫຍັງເຮົາ​ຈຶ່ງຮູ້​ວ່າ​ການ​ປົກຄອງຂອງພະເຈົ້າ​ເລີ່ມ​ປົກຄອງໃນ​ປີ 1914 ແລະ​ເຮົາ​ຢາກ​ຈະ​ເຮັດຫຍັງເມື່ອ​ຮູ້​ເລື່ອງນີ້.

4. ການ​ຄິດໄລ່​ເວລາ​ຈາກ​ສິ່ງທີ່​ຄຳພີ​ໄບເບິນ​ບອກ​ເຮັດໃຫ້​ເຮົາ​ຮູ້​ວ່າ​ການ​ປົກຄອງຂອງພະເຈົ້າ​ເລີ່ມ​ປົກຄອງແລ້ວ​ໃນ​ປີ 1914

ພະເຈົ້າ​ເຮັດໃຫ້​ກະສັດເນບຶກາດເນດຊາຣ​ຂອງບາບີໂລນ​ຝັນ​ເຫັນ​ສິ່ງທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ດານີເອນ​ອະທິບາຍວ່າ ຄວາມ​ຝັນ​ນີ້​ກ່ຽວຂ້ອງກັບ​ການ​ປົກຄອງຂອງກະສັດ​ເນບຶກາດເນດຊາຣ​ແລະ​ກ່ຽວຂ້ອງກັບ​ການ​ປົກຄອງຂອງ​ພະເຈົ້າ​ນຳ.—ອ່ານ​ດານຽນ 4:17 a

ອ່ານ​ດານຽນ 4:20-26 ແລ້ວ​ເບິ່ງແຜນ​ວາດເພື່ອ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • (ກ) ກະສັດເນບຶກາດເນດຊາຣ​ຝັນ​ເຫັນ​ຫຍັງ?—ເບິ່ງ​ຂໍ້ 20 ແລະ 21

  • (ຂ) ເກີດຫຍັງຂຶ້ນ​ກັບ​ຕົ້ນ​ໄມ້?—ເບິ່ງ​ຂໍ້ 23

  • (ຄ) ເກີດຫຍັງຂຶ້ນ​ຫຼັງຈາກ “7 ປີ” ສິ້ນ​ສຸດລົງ?—ເບິ່ງ​ຂໍ້ 26

ຕົ້ນ​ໄມ້​ໃນ​ຄວາມ​ຝັນ​ກ່ຽວຂ້ອງກັບ​ການ​ປົກຄອງຂອງພະເຈົ້າ​ແນວ​ໃດ

ຄຳ​ພະຍາກອນ (ດານຽນ 4:20-36)

ການ​ປົກຄອງ

(ກ) ຕົ້ນ​ໄມ້​ໃຫຍ່

ການ​ປົກຄອງສິ້ນ​ສຸດລົງ

(ຂ) “ຕັດຕົ້ນ​ໄມ້​ລົງ” ແລະ​ປ່ອຍໄວ້ “ຈົນ​ຄົບ 7 ປີ”

ເລີ່ມ​ການ​ປົກຄອງອີກ​ເທື່ອ​ໜຶ່ງ

(ຄ) “ທ່ານ​ຈະ​ໄດ້​ອານາຈັກ​ກັບ​ຄືນ​ມາ”

ຄຳ​ພະຍາກອນ​ເກີດຂຶ້ນ​ແທ້​ເທື່ອ​ທຳ​ອິດ . . .

  • (ງ) ຕົ້ນ​ໄມ້​ໝາຍເຖິງໃຜ?—ເບິ່ງ​ຂໍ້ 22

  • (ຈ) ການ​ປົກຄອງຂອງກະສັດເນບຶກາດເນດຊາຣ​ສິ້ນ​ສຸດລົງແນວ​ໃດ?—ອ່ານ​ດານຽນ 4:29-33

  • (ສ) ເກີດຫຍັງຂຶ້ນ​ກັບ​ກະສັດເນບຶກາດເນດຊາຣ​ຫຼັງຈາກ​ຄົບ “7 ປີ”?—ອ່ານ​ດານຽນ 4:34-36

ຄຳ​ພະຍາກອນ​ເກີດຂຶ້ນ​ແທ້​ເທື່ອ​ທຳ​ອິດ

ການ​ປົກຄອງ

(ງ) ເນບຶກາດເນດຊາຣ​ກະສັດຂອງບາບີໂລນ

ການ​ປົກຄອງສິ້ນ​ສຸດລົງ

(ຈ) ຫຼັງຈາກ​ປີ 606 ກ່ອນ ຄ.ສ ກະສັດເນບຶກາດເນດຊາຣ​ເສຍສະຕິ​ແລະ​ບໍ່​ສາມາດປົກຄອງໄດ້​ເປັນ​ເວລາ 7 ປີ

ເລີ່ມ​ການ​ປົກຄອງອີກ​ເທື່ອ​ໜຶ່ງ

(ສ) ກະສັດເນບຶກາດເນດຊາຣ​ກັບ​ມາ​ເປັນ​ປົກກະຕິ​ແລະ​ປົກຄອງອີກ​ເທື່ອ​ໜຶ່ງ

ຄຳ​ພະຍາກອນ​ເກີດຂຶ້ນ​ແທ້​ເທື່ອ​ທີ​ສອງເຊິ່ງຍິ່ງໃຫຍ່​ກວ່າ . . .

  • (ຊ) ຕົ້ນ​ໄມ້​ໝາຍເຖິງໃຜ?—ອ່ານ 1 ຂ່າວຄາວ 29:23

  • (ຍ) ການ​ປົກຄອງຂອງກະສັດຄົນ​ອິດສະຣາເອນ​ທີ່​ເປັນ​ຕົວ​ແທນ​ຂອງພະເຈົ້າ​ສິ້ນ​ສຸດລົງຕອນ​ໃດ? ເຮົາ​ຮູ້​ໄດ້​ແນວ​ໃດວ່າ​ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງໂລກ​ກໍ​ບໍ່​ມີ​ການ​ປົກຄອງຂອງກະສັດຄົນ​ອິດສະຣາເອນ​ທີ່​ເປັນ​ຕົວ​ແທນ​ຂອງພະເຈົ້າ?—ອ່ານ​ລູກາ 21:24

  • (ດ) ພະ​ເຢຊູ​ເລີ່ມ​ປົກຄອງໃນ​ການ​ປົກຄອງຂອງພະເຈົ້າ​ຕອນ​ໃດແລະ​ເພິ່ນ​ຈະ​ປົກຄອງຈາກ​ໃສ?

ຄຳ​ພະຍາກອນ​ເກີດຂຶ້ນ​ແທ້​ເທື່ອ​ທີ​ສອງ

ການ​ປົກຄອງ

(ຊ) ກະສັດອິດສະຣາເອນ​ທີ່​ເປັນ​ຕົວ​ແທນ​ຂອງພະເຈົ້າ

ການ​ປົກຄອງສິ້ນ​ສຸດລົງ

(ຍ) ເມືອງເຢຣູຊາເລັມ​ຖືກ​ທຳລາຍ ບໍ່​ມີ​ເຊື້ອ​ສາຍກະສັດຄົນ​ອິດສະຣາເອນ​ປົກຄອງເປັນ​ເວລາ 2.520 ປີ

ເລີ່ມ​ການ​ປົກຄອງອີກ​ເທື່ອ​ໜຶ່ງ

(ດ) ພະ​ເຢຊູ​ເລີ່ມ​ປົກຄອງເປັນ​ກະສັດໃນ​ການ​ປົກຄອງຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ

ໄລຍະ​ເວລາ 7 ປີ​ດົນ​ປານ​ໃດ?

ຂໍ້​ຄຳ​ພີ​ບາງຂໍ້​ຈະ​ຊ່ວຍໃຫ້​ເຮົາ​ເຂົ້າ​ໃຈຂໍ້​ຄຳ​ພີ​ອື່ນໆ​ຫຼາຍຂຶ້ນ. ຕົວ​ຢາງເຊັ່ນ ປຶ້ມ​ພະນິມິດບອກ​ວ່າ​ສາມ​ປີ​ເຄິ່ງ​ເທົ່າ​ກັບ 1.260 ມື້. (ພະນິມິດ 12:6, 14) ດັ່ງນັ້ນ ເຈັດປີ​ຈຶ່ງເປັນ​ສອງເທົ່າ​ຂອງສາມ​ປີ​ເຄິ່ງຈະ​ເທົ່າ​ກັບ 2.520 ມື້. ໃນ​ຄຳ​ພີ​ໄບເບິນ​ບາງເທື່ອ​ຄຳ​ວ່າ “ມື້” ໝາຍເຖິງ “ປີ.” (ເອເຊກຽນ 4:6, ລ.ມ.) ເພາະ​ສະນັ້ນ ໄລຍະ​ເວລາ “7 ປີ” ທີ່​ເວົ້າ​ເຖິງໃນ​ປຶ້ມ​ດານຽນ​ກໍ​ຕ້ອງເທົ່າ​ກັບ 2.520 ປີ.

5. ໂລກ​ປ່ຽນ​ໄປ​ຕັ້ງແຕ່​ປີ 1914

ພະ​ເຢຊູ​ບອກ​ລ່ວງໜ້າ​ວ່າ​ໂລກ​ຈະ​ເປັນ​ແນວ​ໃດຫຼັງຈາກ​ເພິ່ນ​ເປັນ​ກະສັດ. ອ່ານ​ລູກາ 21:9-11 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ມີ​ເຫດການ​ຫຍັງແດ່​ທີ່​ເຈົ້າ​ໄດ້​ເຫັນ​ຫຼື​ເຄີຍໄດ້​ຍິນ?

ອັກຄະສາວົກ​ໂປໂລ​ບອກ​ວ່າ ໃນ​ໄລຍະ​ສຸດທ້າຍຂອງການ​ປົກຄອງຂອງມະນຸດ ຜູ້​ຄົນ​ຈະ​ມີ​ນິດໄສ​ເປັນ​ແນວ​ໃດ. ອ່ານ 2 ຕີໂມທຽວ 3:1-5 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ເຫັນ​ວ່າ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ມີ​ນິດໄສ​ເປັນ​ແນວ​ໃດແດ່?

6. ເຮົາ​ຢາກ​ຈະ​ເຮັດຫຍັງເມື່ອ​ຮູ້​ວ່າ​ການ​ປົກຄອງຂອງພະເຈົ້າ​ປົກຄອງແລ້ວ?

ອ່ານ​ມັດທາຍ 24:3, 14 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີ​ການ​ເຮັດວຽກ​ສຳຄັນ​ຫຍັງທີ່​ເຮັດໃຫ້​ຮູ້​ວ່າ​ການ​ປົກຄອງຂອງ​ພະເຈົ້າ​ປົກຄອງແລ້ວ?

  • ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ແນວ​ໃດ?

ການ​ປົກຄອງຂອງພະເຈົ້າ​ປົກຄອງໃນ​ສະຫວັນ​ແລ້ວ ແລະ​ອີກ​ບໍ່​ດົນ​ການ​ປົກຄອງນີ້​ຈະ​ປົກຄອງທົ່ວ​ທັງໂລກ. ອ່ານ​ເຮັບເຣີ 10:24, 25 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ທຸກ​ຄົນ​ຄວນ​ເຮັດຫຍັງເມື່ອ “ເຫັນ​ວ່າ​ວັນ​ນັ້ນ​ໃກ້​ຈະ​ມາ​ຮອດແລ້ວ”?

ຖ້າ​ເຈົ້າ​ຮູ້​ຫຍັງບາງຢ່າງທີ່​ເປັນ​ປະໂຫຍດ​ແລະ​ອາດຈະ​ຊ່ວຍ​ຊີວິດ​ຄົນ​ອື່ນ​ໄດ້ ເຈົ້າ​ຢາກ​ຈະ​ເຮັດຫຍັງ?

ບາງຄົນ​ອາດຖາມ​ວ່າ: “ເປັນ​ຫຍັງພະຍານ​ພະ​ເຢໂຫວາ​ຈຶ່ງບອກ​ວ່າ​ປີ 1914 ເປັນ​ປີ​ທີ່​ສຳຄັນ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ຄຳ​ພະຍາກອນ​ໃນ​ຄຳ​ພີ​ໄບເບິນ ການ​ຄິດໄລ່​ເວລາ​ຈາກ​ສິ່ງທີ່​ຄຳ​ພີ​ໄບເບິນ​ບອກ ແລະ​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ເຮັດໃຫ້​ໝັ້ນ​ໃຈວ່າ​ການ​ປົກຄອງຂອງພະເຈົ້າ​ປົກຄອງແລ້ວ. ເຮົາ​ເຊື່ອ​ວ່າ​ການ​ປົກຄອງຂອງພະເຈົ້າ​ປົກຄອງແລ້ວ ເຮົາ​ເລີຍ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ​ແລະ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ.

ຄຳຖາມ​ທົບ​ທວນ

  • ປຶ້ມ​ດານຽນ​ບອກ​ລ່ວງໜ້າ​ວ່າ​ຈະ​ເກີດຫຍັງຂຶ້ນ​ຫຼັງຈາກ “7 ປີ” ສິ້ນ​ສຸດລົງ?

  • ອັນ​ໃດເຮັດໃຫ້​ເຈົ້າ​ໝັ້ນ​ໃຈວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ໃນ​ປີ 1914?

  • ເຈົ້າ​ຈະ​ເຮັດຫຍັງເພື່ອ​ໃຫ້​ເຫັນ​ວ່າ​ເຈົ້າ​ເຊື່ອ​ວ່າ​ການ​ປົກຄອງຂອງພະເຈົ້າ​ປົກຄອງ​ແລ້ວ​ໃນ​ຕອນ​ນີ້?

ສິ່ງທີ່​ເຈົ້າ​ເຮັດໄດ້

ເບິ່ງເພີ່ມ​ເຕີມ

ນັກ​ປະຫວັດສາດແລະ​ຄົນ​ອື່ນໆ​ບອກ​ວ່າ​ໂລກ​ປ່ຽນ​ໄປ​ແນວ​ໃດ​ຕັ້ງແຕ່​ປີ 1914.

“ເມື່ອ​ສິນລະທຳ​ເສື່ອມ​ລົງຢ່າງໜ້າ​ຕົກໃຈ” (ຕື່ນ​ເຖີດ! ເມສາ 2007)

ຄຳ​ພະຍາກອນ​ໃນ​ມັດທາຍ 24:14 ປ່ຽນ​ຊີວິດຂອງຜູ້​ຊາຍຄົນ​ໜຶ່ງ​ແນວ​ໃດ.

“ຂ້ອຍຮັກ​ເບດສ໌ບອນ​ຫຼາຍກວ່າ​ທຸກ​ສິ່ງ!” (ຫໍສັງເກດການ ສະບັບ​ທີ 3, 2017)

 ເຮົາ​ຮູ້​ໄດ້​ແນວ​ໃດວ່າ​ຄຳ​ພະຍາກອນ​ໃນ​ດານຽນ​ບົດ 4 ກ່ຽວຂ້ອງກັບ​ການ​ປົກຄອງຂອງພະເຈົ້າ?

“ລາຊະອານາຈັກ​ຂອງພະເຈົ້າ​ເລີ່ມ​ປົກຄອງເມື່ອ​ໃດ? (ຕອນ 1)” (ຫໍສັງເກດການ 1 ຕຸລາ 2014)

ອັນ​ໃດເຮັດໃຫ້​ຮູ້​ວ່າ “7 ປີ” ທີ່​ເວົ້າ​ເຖິງໃນ​ດານຽນ​ບົດ 4 ສິ້ນ​ສຸດລົງ​ໃນ​ປີ 1914?

“ລາຊະອານາຈັກ​ຂອງພະເຈົ້າ​ເລີ່ມ​ປົກຄອງເມື່ອ​ໃດ? (ຕອນ 2)” (ຫໍສັງເກດການ 1 ພະຈິກ 2014)

a ເບິ່ງ ​ສອງ​ບົດ​ຄວາມ​ສຸດທ້າຍ​ໃນ​ສ່ວນ​ເບິ່ງເພີ່ມ​ເຕີມ​ຂອງບົດນີ້.