ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 35

ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນ​ໃຈ​ໄດ້​ດີ?

ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນ​ໃຈ​ໄດ້​ດີ?

ເຮົາ​ທຸກ​ຄົນ​ມີ​ເລື່ອງ​ຕ່າງໆ​ທີ່​ຕ້ອງ​ຕັດສິນ​ໃຈ. ບາງ​ເລື່ອງ​ມີ​ຜົນ​ຕໍ່​ເຮົາ​ຫຼາຍ​ແລະ​ມີ​ຜົນ​ຕໍ່​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ​ນຳ. ເຊັ່ນ ເຮົາ​ອາດ​ຈະ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ຢູ່​ໃສ ຈະ​ເຮັດ​ວຽກ​ຫຍັງ​ເພື່ອ​ຫາ​ລ້ຽງ​ໂຕເອງ ຫຼື​ຈະ​ແຕ່ງດອງ​ບໍ່. ຖ້າ​ເຮົາ​ຕັດສິນ​ໃຈ​ໄດ້​ດີ ຊີວິດ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ເຮັດ​ໃຫ້​ພະເຢໂຫວາ​ດີ​ໃຈ.

1. ຄຳພີໄບເບິນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ໄດ້​ດີ?

ກ່ອນ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ເລື່ອງ​ຫຍັງ​ກໍ​ຕາມ ໃຫ້​ເຈົ້າ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລະ​ຄົ້ນ​ເບິ່ງ​ຈາກ​ຄຳພີໄບເບິນ​ວ່າ​ເພິ່ນ​ຄິດ​ແນວ​ໃດ​ກັບ​ເລື່ອງ​ນັ້ນ. (ອ່ານ​ສຸພາສິດ 2:3-6) ໃນ​ບາງ​ເລື່ອງ ພະເຢໂຫວາ​ກໍ​ບອກ​ກົງໆ​ວ່າ​ໃຫ້​ເຮັດ​ຫຍັງ. ຖ້າ​ເປັນ​ແນວ​ນັ້ນ ການ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ​ກໍ​ເປັນ​ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ.

ແລ້ວ​ຖ້າ​ເປັນ​ເລື່ອງ​ທີ່​ບໍ່​ໄດ້​ບອກ​ໄວ້​ກົງໆ​ໃນ​ຄຳພີໄບເບິນ​ເດ? ພະເຢໂຫວາ​ກໍ​ຈະ​ຊ່ວຍ​ເຈົ້າ “ໃຫ້​ຍ່າງ​ໃນ​ທາງ​ທີ່​ຖືກຕ້ອງ.” (ເອຊາອີ 48:17, ລ.ມ.) ເພິ່ນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ? ເພິ່ນ​ໃຫ້​ມີ​ຫຼັກການ​ຫຼາຍ​ເລື່ອງ​ໃນ​ຄຳພີໄບເບິນ​ທີ່​ຊ່ວຍ​ເຈົ້າ​ໄດ້. ຫຼັກການ​ແມ່ນ​ຄຳ​ສອນ​ແລະ​ເລື່ອງ​ລາວ​ໃນ​ຄຳພີໄບເບິນ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ຫຼາຍ​ເທື່ອ​ເຮົາ​ຈະ​ຮູ້ຈັກ​ຄວາມຄິດ​ຂອງ​ພະເຢໂຫວາ​ຕອນ​ທີ່​ເຮົາ​ອ່ານ​ຄຳພີໄບເບິນ. ເມື່ອ​ເຮົາ​ເຂົ້າໃຈ​ວ່າ​ພະເຢໂຫວາ​ຮູ້ສຶກ​ແນວ​ໃດ​ເຮົາ​ກໍ​ຈະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເພິ່ນ​ມັກ.

2. ມີ​ຫຍັງ​ແດ່​ທີ່​ເຮົາ​ໜ້າ​ຈະ​ຄິດເຖິງ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ?

ຄຳພີໄບເບິນ​ບອກ​ວ່າ: “ຄົນ​ສະຫຼາດ​ຄິດ​ກ່ອນ​ເຮັດ​ສະເໝີ.” (ສຸພາສິດ 14:15, ລ.ມ.) ນີ້​ໝາຍ​ຄວາມ​ວ່າ​ກ່ອນ​ທີ່​ເຮົາ​ຈະ​ຕັດສິນ​ໃຈ ເຮົາ​ໜ້າ​ຈະ​ໃຊ້​ເວລາ​ເພື່ອ​ເບິ່ງ​ວ່າ​ເຮົາ​ມີ​ທາງ​ເລືອກ​ຫຍັງ​ແດ່. ແລະ​ໃຫ້​ເຮົາ​ຄິດ​ກ່ຽວກັບ​ທາງ​ເລືອກ​ແຕ່​ລະ​ຢ່າງ​ວ່າ: ‘ມີ​ຫຼັກການ​ຫຍັງ​ແດ່​ໃນ​ຄຳພີໄບເບິນ​ທີ່​ເວົ້າ​ເຖິງ​ເລື່ອງ​ນີ້? ຖ້າ​ຂ້ອຍ​ເລືອກ​ແບບ​ນີ້​ຂ້ອຍ​ຈະ​ຮູ້ສຶກ​ຜິດ​ບໍ? ສິ່ງ​ທີ່​ຂ້ອຍ​ເລືອກ​ຈະ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ? ແລະ​ທີ່​ສຳຄັນ​ທີ່​ສຸດ ສິ່ງ​ທີ່​ຂ້ອຍ​ເລືອກ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ມີ​ຄວາມ​ສຸກ​ບໍ?’—ພະບັນຍັດ 32:29

ພະເຢໂຫວາ​ມີ​ສິດ​ທີ່​ຈະ​ບອກ​ເຮົາ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ເມື່ອ​ເຮົາ​ຮູ້ຈັກ​ກົດ​ໝາຍ​ແລະ​ຫຼັກການ​ຂອງ​ເພິ່ນ​ແລະ​ຕັ້ງ​ໃຈ​ເຮັດ​ຕາມ ເຮົາ​ກໍ​ກຳລັງ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ໃຫ້​ເຮັດ​ວຽກ​ໄດ້​ດີ​ຂຶ້ນ. ໃຈ​ຮູ້​ຜິດ​ຮູ້​ຖືກ​ເປັນ​ຄວາມ​ຮູ້ສຶກ​ໃນ​ໂຕ​ເຮົາ​ທີ່​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. (ໂຣມ 2:14, 15) ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ໄດ້​ຮັບ​ການ​ຝຶກ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ດີ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຫຼັກການ​ໃນ​ຄຳພີໄບເບິນ​ແລະ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນ​ໃຈ.

3. ໃຫ້​ຄຳພີໄບເບິນ​ຊີ້ນຳ​ເຈົ້າ

ຫຼັກການ​ໃນ​ຄຳພີໄບເບິນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ເຮົາ​ຕ້ອງ​ຕັດສິນ​ໃຈ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ອິດ​ສະຫຼະ​ໃນ​ການ​ເລືອກ​ແມ່ນ​ຫຍັງ?

  • ເປັນ​ຫຍັງ​ພະເຢໂຫວາ​ຈຶ່ງ​ໃຫ້​ເຮົາ​ເລືອກ​ແລະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ​ດ້ວຍ​ໂຕເອງ?

  • ພະເຢໂຫວາ​ໃຫ້​ຫຍັງ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ?

ໃຫ້​ເຮົາ​ມາ​ເບິ່ງ​ຫຼັກການ​ຢ່າງ​ໜຶ່ງ​ໃນ​ຄຳພີໄບເບິນ​ນຳ​ກັນ ອ່ານ​ເອເຟໂຊ 5:15, 16. ແລ້ວ​ລົມ​ກັນ​ວ່າ​ເຈົ້າ​ຈະ “ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ” ໄດ້​ແນວ​ໃດ​ທີ່​ຈະ . . .

  • ອ່ານ​ຄຳພີໄບເບິນ​ເປັນ​ປະຈຳ.

  • ເປັນ​ຜົວ​ເມຍ ພໍ່​ແມ່ ຫຼື​ລູກ​ທີ່​ດີ​ຂຶ້ນ.

  • ເຂົ້າຮ່ວມ​ປະຊຸມ​ເປັນ​ປະຈຳ.

4. ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ​ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ດີ

ຖ້າ​ເຮົາ​ມີ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ​ແລະ​ເລື່ອງ​ນັ້ນ​ມີ​ບອກ​ໄວ້​ກົງໆ​ໃນ​ຄຳພີໄບເບິນ ກໍ​ບໍ່​ຍາກ​ທີ່​ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ. ແຕ່​ຖ້າ​ເປັນ​ເລື່ອງ​ທີ່​ບໍ່​ໄດ້​ບອກ​ໄວ້​ກົງໆ​ໃນ​ຄຳພີໄບເບິນ​ເດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ວິດີໂອ ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຮັດ​ຫຍັງ​ເພື່ອ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ແລະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ?

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ? ອ່ານ​ເຮັບເຣີ 5:14 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຖິງ​ວ່າ​ຈະ​ງ່າຍ​ກວ່າ​ທີ່​ຈະ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ ແຕ່​ເຮົາ​ໜ້າ​ຈະ​ແຍກ​ຫຍັງ​ໃຫ້​ອອກ​ດ້ວຍ​ໂຕເອງ?

  • ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ແລະ​ຕັດສິນ​ໃຈ​ໄດ້​ດີ?

ໃຈ​ຮູ້​ຜິດ​ຮູ້​ຖືກ​ເປັນ​ຄື​ກັບ​ແຜນທີ່​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຊີວິດ​ຂອງ​ເຮົາ​ຄວນ​ໄປ​ທາງ​ໃດ

5. ຄິດເຖິງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ອື່ນ

ແຕ່​ລະ​ຄົນ​ອາດ​ຈະ​ຕັດສິນ​ໃຈ​ບໍ່​ຄື​ກັນ. ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຄິດເຖິງ​ໃຈ​ຮູ້​ຜິດ​ຖືກ​ຂອງ​ຄົນ​ອື່ນ? ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ສອງ​ຢ່າງ​ນຳ​ກັນ:

ເຫດການ​ທີ 1: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເປັນ​ຄົນ​ທີ່​ມັກ​ແຕ່ງ​ໜ້າ​ຍ້າຍ​ໄປ​ຢູ່​ປະຊາຄົມ​ທີ່​ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ບໍ່​ຄ່ອຍ​ແຕ່ງ​ໜ້າ​ແລະ​ຮູ້ສຶກ​ບໍ່​ຄ່ອຍ​ສະບາຍ​ໃຈ​ເມື່ອ​ເຫັນ​ບາງຄົນ​ແຕ່ງ​ໜ້າ.

ອ່ານ​ໂຣມ 15:1 ແລະ 1 ໂກຣິນໂທ 10:23, 24 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ພີ່ນ້ອງ​ຍິງ​ທີ່​ມັກ​ແຕ່ງ​ໜ້າ​ອາດ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ຫຍັງ? ຖ້າ​ເຈົ້າ​ຢູ່​ກັບ​ຄົນ​ທີ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ​ບໍ່​ຍອມ​ໃຫ້​ລາວ​ເຮັດ​ບາງ​ຢ່າງ​ແຕ່​ເຈົ້າ​ຮູ້ສຶກ​ວ່າ​ເຮັດ​ໄດ້ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ເຫດການ​ທີ 2: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້​ວ່າ​ຄຳພີໄບເບິນ​ບໍ່​ໄດ້​ຫ້າມ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ ແຕ່​ໂຕ​ລາວ​ເອງ​ກໍ​ເລືອກ​ທີ່​ຈະ​ບໍ່​ດື່ມ. ມື້​ໜຶ່ງ​ລາວ​ໄດ້​ໄປ​ງານ​ລ້ຽງ​ແລະ​ເຫັນ​ພີ່ນ້ອງ​ບາງຄົນ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ.

ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:16 ແລະ​ໂຣມ 14:1, 10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃນ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ພີ່ນ້ອງ​ຊາຍ​ທີ່​ບໍ່​ດື່ມ​ບໍ່​ຄວນ​ເຮັດ​ຫຍັງ? ຖ້າ​ເຫັນ​ຄົນ​ອື່ນ​ເຮັດ​ສິ່ງ​ທີ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ​ບໍ່​ຍອມ​ໃຫ້​ເຈົ້າ​ເຮັດ ເຈົ້າ​ຈະ​ເຮັດ​ແນວ​ໃດ?

 ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ດີ?

1. ຂໍ​ພະເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຈະ​ຕັດສິນ​ໃຈ​ແນວ​ໃດ.—ຢາໂກໂບ 1:5

2. ຄົ້ນ​ຄວ້າ​ຄຳພີໄບເບິນ​ແລະ​ໜັງສື​ຕ່າງໆ​ຂອງ​ອົງການ​ເພື່ອ​ເບິ່ງ​ວ່າ​ມີ​ຫຼັກການ​ຫຍັງ​ທີ່​ກ່ຽວຂ້ອງ​ກັບ​ເລື່ອງ​ນັ້ນ. ແລະ​ເຈົ້າ​ອາດ​ຈະ​ລົມ​ກັບ​ພີ່ນ້ອງ​ຄລິດສະຕຽນ​ທີ່​ມີ​ປະສົບການ​ກໍ​ໄດ້.

3. ຄິດເຖິງ​ຜົນ​ທີ່​ຈະ​ຕາມ​ມາ​ວ່າ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ​ຈະ​ມີ​ຜົນ​ຕໍ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ໂຕເອງ​ແລະ​ຂອງ​ຄົນ​ອື່ນ​ແນວ​ໃດ.

ບາງຄົນ​ເວົ້າ​ວ່າ: “ເຈົ້າ​ຢາກ​ເຮັດ​ຫຍັງ​ກໍ​ເຮັດ​ໂລດ. ບໍ່​ຕ້ອງ​ໄປ​ສົນ​ໃຈ​ດອກ​ວ່າ​ຄົນ​ອື່ນ​ຊິ​ຄິດ​ແນວ​ໃດ.”

  • ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດເຖິງ​ຄວາມ​ຮູ້ສຶກ​ຂອງ​ພະເຈົ້າ ແລະ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ນຳ?

ສະຫຼຸບ

ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ດີ​ຖ້າ​ເຮົາ​ເຂົ້າໃຈ​ວ່າ​ພະເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນັ້ນ​ແລະ​ຄິດ​ນຳ​ວ່າ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ຈະ​ມີ​ຜົນ​ແນວ​ໃດ​ກັບ​ຄົນ​ອື່ນ.

ຄຳຖາມ​ທົບ​ທວນ

  • ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ?

  • ເຈົ້າ​ຈະ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

  • ເຈົ້າ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຄິດເຖິງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ອື່ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ການ​ຕັດສິນ​ໃຈ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

“ຈົ່ງ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ກຽດ” (ຫໍສັງເກດການ 15 ເມສາ 2011)

ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ພະເຢໂຫວາ​ຊີ້ນຳ​ເຮົາ​ແນວ​ໃດ.

ພະເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ (9:50)

ມາ​ເບິ່ງ​ວ່າ​ອັນ​ໃດ​ຊ່ວຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ຕັດສິນ​ໃຈ​ໄດ້​ດີ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ຍາກ.

ພະເຢໂຫວາ​ຮັບຮອງ​ວ່າ​ຈະ​ໃຫ້​ສິ່ງ​ດີ​ກັບ​ເຮົາ​ສະເໝີ (5:51)

ເຮົາ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ໄດ້​ເຖິງ​ວ່າ​ພະອົງ​ບໍ່​ໄດ້​ບອກ​ກົງໆ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ.

“ເຈົ້າ​ຈຳເປັນ​ຕ້ອງ​ມີ​ຄຳ​ສັ່ງ​ຈາກ​ຄຳພີໄບເບິນ​ຢູ່​ສະເໝີ​ບໍ?” (ຫໍສັງເກດການ 1 ທັນວາ 2003)