ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 37

ຄຳພີໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ຫາ​ເງິນ?

ຄຳພີໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ຫາ​ເງິນ?

ເຈົ້າ​ເຄີຍ​ຮູ້ສຶກ​ຕຶງ​ຄຽດ​ແລະ​ກັງວົນ​ກ່ຽວກັບ​ເລື່ອງ​ວຽກ​ຫຼື​ເລື່ອງ​ເງິນ​ບໍ? ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ເບິ່ງ​ແຍງ​ໂຕເອງ​ໃຫ້​ມີ​ສິ່ງ​ຈຳເປັນ​ແລະ​ມີ​ເວລາ​ນະມັດສະການ​ພະເຢໂຫວາ​ນຳ. ແຕ່​ຄຳພີໄບເບິນ​ມີ​ຄຳ​ແນະນຳ​ທີ່​ດີ​ຫຼາຍ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້.

1. ຄຳພີໄບເບິນ​ບອກ​ຫຍັງ​ກ່ຽວກັບ​ການ​ເຮັດ​ວຽກ?

ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ. ຄຳພີໄບເບິນ​ບອກ​ວ່າ “ສຳລັບ​ມະນຸດ​ບໍ່​ມີ​ຫຍັງ​ຈະ​ດີ​ໄປ​ກວ່າ . . . ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ໜັກ.” (ຜູ້​ເທສະໜາ​ປ່າວ​ປະກາດ 2:24, ລ.ມ.) ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ດຸ​ໝັ່ນ​ເຮັດ​ວຽກ. ຖ້າ​ເຮົາ​ເປັນ​ຄົນ​ດຸ​ໝັ່ນ​ເຮົາ​ກໍ​ກຳລັງ​ຮຽນແບບ​ເພິ່ນ ເມື່ອ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ​ແລະ​ເຮົາ​ເອງ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັນ.

ການ​ເຮັດ​ວຽກ​ເປັນ​ເລື່ອງ​ສຳຄັນ. ແຕ່​ເຮົາ​ຕ້ອງ​ບໍ່​ໃຫ້​ເລື່ອງ​ນີ້​ສຳຄັນ​ກວ່າ​ການ​ນະມັດສະການ​ພະເຢໂຫວາ. (ໂຢຮັນ 6:27) ເພິ່ນ​ສັນຍາ​ວ່າ​ຖ້າ​ເຮົາ​ໃຫ້​ການ​ນະມັດສະການ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເພິ່ນ​ຈະ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ.

2. ຄວາມຄິດ​ທີ່​ຖືກຕ້ອງ​ກ່ຽວກັບ​ເລື່ອງ​ເງິນ​ແມ່ນ​ຫຍັງ?

ຄຳພີໄບເບິນ​ບອກ​ວ່າ “ເງິນ​ເປັນ​ເຄື່ອງ​ປ້ອງກັນ” ແຕ່​ກໍ​ເຕືອນ​ເຮົາ​ນຳ​ວ່າ​ຄວາມ​ສຸກ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ເງິນ​ເທົ່າ​ນັ້ນ. (ຜູ້​ເທສະໜາ​ປ່າວ​ປະກາດ 7:12, ລ.ມ.) ນອກ​ຈາກ​ນັ້ນ ຄຳພີໄບເບິນ​ຍັງ​ບອກ​ເຮົາ​ອີກ​ວ່າ​ເຮົາ​ຕ້ອງ​ບໍ່​ເປັນ​ຄົນ​ຮັກ​ເງິນ ແຕ່​ໃຫ້ “ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່.” (ອ່ານ​ເຮັບເຣີ 13:5) ຖ້າ​ເຮົາ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່ ເຮົາ​ຈະ​ບໍ່​ກັງວົນ​ຫຼາຍ​ເກີນ​ໄປ​ວ່າ​ຈະ​ມີ​ເງິນ​ພໍ​ໃຊ້​ບໍ. ເຮົາ​ຈະ​ບໍ່​ເປັນ​ໜີ້​ຖ້າ​ບໍ່​ຈຳເປັນ​ແທ້ໆ. (ສຸພາສິດ 22:7) ເຮົາ​ຈະ​ບໍ່​ຫຼິ້ນ​ການ​ພະນັນ​ຫຼື​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ທຸລະກິດ​ບາງ​ຢ່າງ​ທີ່​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ລວຍ​ໄວ.

3. ເຮົາ​ຈະ​ໃຊ້​ເງິນ​ຂອງ​ເຮົາ​ເພື່ອ​ຊ່ວຍເຫຼືອ​ຄົນ​ອື່ນ​ໄດ້​ແນວ​ໃດ?

ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ ຖ້າ​ເຮົາ “ເປັນ​ຄົນ​ໃຈ​ກວ້າງ ຮູ້ຈັກ​ແບ່ງ​ປັນ” ເຮົາ​ກໍ​ກຳລັງ​ຮຽນແບບ​ເພິ່ນ. (1 ຕີໂມທຽວ 6:18) ເຮົາ​ສາມາດ​ໃຊ້​ເງິນ​ທີ່​ມີ​ເພື່ອ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ປະຊາຄົມ​ແລະ​ຊ່ວຍເຫຼືອ​ຄົນ​ທີ່​ເດືອດຮ້ອນ ໂດຍ​ສະເພາະ​ພີ່ນ້ອງ​ຄລິດສະຕຽນ. ສຳລັບ​ພະເຢໂຫວາ ບໍ່​ວ່າ​ເຮົາ​ຈະ​ໃຫ້​ໄດ້​ຫຼາຍ​ຫຼື​ໜ້ອຍ ກໍ​ບໍ່​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ. ຖ້າ​ເຮົາ​ໃຫ້​ຈາກ​ໃຈ ເຮົາ​ກໍ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ​ແລະ​ເຮົາ​ເອງ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັນ.—ອ່ານ​ກິດຈະການ 20:35

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ນຳ​ກັນ​ວ່າ ມີ​ປະໂຫຍດ​ຫຍັງ​ແດ່​ຖ້າ​ເຮົາ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ກ່ຽວກັບ​ການ​ເຮັດ​ວຽກ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່.

4. ຍົກຍ້ອງ​ພະເຢໂຫວາ​ຈາກ​ການ​ເຮັດ​ວຽກ​ຂອງ​ເຈົ້າ

ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ​ຄວນ​ສົ່ງ​ຜົນ​ຕໍ່​ຄວາມຄິດ​ຂອງ​ເຮົາ​ໃນ​ເລື່ອງ​ວຽກ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ວິດີໂອ ເຈົ້າ​ປະທັບ​ໃຈ​ຫຍັງ​ກ່ຽວກັບ​ຄວາມ​ປະພຶດ​ຂອງ​ເຈສັນ​ໃນ​ບ່ອນ​ເຮັດ​ວຽກ​ແລະ​ຄວາມຄິດ​ຂອງ​ລາວ​ຕໍ່​ການ​ເຮັດ​ວຽກ?

  • ລາວ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຈັດ​ເວລາ​ໃນ​ການ​ເຮັດ​ວຽກ​ໄດ້​ຢ່າງ​ເໝາະສົມ?

ອ່ານ​ໂກໂລຊາຍ 3:23, 24 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ດຸ​ໝັ່ນ​ເຮັດ​ວຽກ?

ການ​ເຮັດ​ວຽກ​ເປັນ​ເລື່ອງ​ສຳຄັນ. ແຕ່​ເຮົາ​ຕ້ອງ​ບໍ່​ໃຫ້​ເລື່ອງ​ນີ້​ສຳຄັນ​ຫຼາຍ​ກວ່າ​ການ​ນະມັດສະການ​ພະເຢໂຫວາ

5. ຖ້າ​ເຮົາ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ

ຫຼາຍ​ຄົນ​ພະຍາຍາມ​ຈະ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ. ແຕ່​ຄຳພີໄບເບິນ​ບໍ່​ໄດ້​ແນະນຳ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ. ອ່ານ 1 ຕີໂມທຽວ 6:6-8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຄຳພີໄບເບິນ​ແນະນຳ​ເຮົາ​ໃຫ້​ເຮັດ​ຫຍັງ?

ເຖິງ​ວ່າ​ເຮົາ​ຈະ​ບໍ່​ຄ່ອຍ​ມີ​ເງິນ ແຕ່​ເຮົາ​ກໍ​ມີ​ຄວາມ​ສຸກ​ໄດ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້.

  • ເຖິງ​ວ່າ​ຈະ​ບໍ່​ຄ່ອຍ​ມີ​ເງິນ ແຕ່​ອັນ​ໃດ​ເຮັດ​ໃຫ້​ຫຼາຍ​ຄອບຄົວ​ມີ​ຄວາມ​ສຸກ?

ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ມີ​ເງິນ​ຫຼາຍ​ຢູ່​ແລ້ວ ແຕ່​ກໍ​ຍັງ​ຢາກ​ມີ​ຫຼາຍ​ຂຶ້ນ​ອີກ? ພະ​ເຢຊູ​ເລົ່າ​ເລື່ອງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ຄວາມຄິດ​ແບບ​ນີ້​ເປັນ​ອັນຕະລາຍ. ອ່ານ​ລູກາ 12:15-21 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮຽນ​ຫຍັງ​ໄດ້​ຈາກ​ເລື່ອງ​ທີ່​ພະ​ເຢຊູ​ເລົ່າ?—ເບິ່ງ​ຂໍ້ 15

ອ່ານ​ແລະ​ປຽບ​ທຽບ​ສຸພາສິດ 10:22 ກັບ 1 ຕີໂມທຽວ 6:10. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ ລະຫວ່າງ​ການ​ໄດ້​ສະໜິດ​ກັບ​ພະເຢໂຫວາ​ກັບ​ການ​ມີ​ເງິນ​ຫຼາຍໆ ອັນ​ໃດ​ສຳຄັນ​ກວ່າ​ກັນ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

  • ການ​ຢາກ​ໄດ້​ເງິນ​ຫຼາຍໆ​ແລະ​ບໍ່​ຮູ້ຈັກ​ພໍ ຈະ​ເຮັດ​ໃຫ້​ມີ​ບັນຫາ​ຫຍັງ​ແດ່?

6. ພະເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ

ເມື່ອ​ເຮົາ​ມີ​ບັນຫາ​ເລື່ອງ​ວຽກ​ຫຼື​ເລື່ອງ​ເງິນ ຕອນ​ນັ້ນ​ແຫຼະ​ທີ່​ເຮົາ​ຈະ​ຮູ້​ວ່າ​ເຮົາ​ໄວ້​ວາງໃຈ​ພະເຢໂຫວາ​ແທ້ໆ​ຫຼື​ບໍ່. ເປີດ​ວິດີໂອເພື່ອ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ເມື່ອ​ເຮົາ​ຕ້ອງ​ເຈິ​ກັບ​ບັນຫາ​ເຫຼົ່າ​ນັ້ນ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ວິດີໂອ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຕ້ອງ​ເຈິ​ກັບ​ບັນຫາ​ຫຍັງ​ແດ່?

  • ລາວ​ເຮັດ​ຫຍັງ​ເພື່ອ​ຈະ​ຮັບ​ມື​ກັບ​ບັນຫາ​ໄດ້?

ອ່ານ​ມັດທາຍ 6:25-34 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຖ້າ​ເຮົາ​ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເພິ່ນ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ​ເພື່ອ​ເຮົາ?

ບາງຄົນ​ເວົ້າ​ວ່າ: “ໄປ​ປະຊຸມ​ທຸກ​ເທື່ອ​ບໍ່​ໄດ້​ດອກ. ຄົນ​ເຮົາ​ຕ້ອງ​ທຳ​ມາ​ຫາ​ກິນ.”

  • ຂໍ້​ຄຳ​ພີ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ ດີ​ທີ່​ສຸດ​ທີ່​ຈະ​ໃຫ້​ການ​ນະມັດສະການ​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ?

ສະຫຼຸບ

ວຽກ​ອາຊີບ​ແລະ​ເງິນ​ເປັນ​ສິ່ງ​ສຳຄັນ ແຕ່​ເຮົາ​ບໍ່​ຄວນ​ໃຫ້​ສິ່ງ​ເຫຼົ່ານີ້​ສຳຄັນ​ຫຼາຍ​ກວ່າ​ການ​ຮັບ​ໃຊ້​ພະເຢໂຫວາ.

ຄຳຖາມ​ທົບ​ທວນ

  • ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ວຽກ?

  • ຖ້າ​ເຮົາ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

  • ເຈົ້າ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ ເຈົ້າ​ໄວ້ໃຈ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ທີ່​ຈະ​ເບິ່ງ​ແຍງ​ຄົນ​ຂອງ​ເພິ່ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ຄຳພີໄບເບິນ​ບອກ​ບໍ​ວ່າ​ເງິນ​ເປັນ​ສິ່ງ​ທີ່​ບໍ່​ດີ.

“ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ຊະນິດ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ການ​ພະນັນ​ເປັນ​ເລື່ອງ​ທີ່​ບໍ່​ມີ​ພິດ​ມີ​ໄພ​ຫຍັງ​ບໍ?

“ທັດສະນະ​ຂອງ​ຄຳພີໄບເບິນ—ການ​ພະນັນ”(ຕື່ນ​ເຖີດ! ມີນາ 2015)

ອັນ​ໃດ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກ​ພະນັນ​ແລະ​ຂີ້​ລັກ​ປ່ຽນແປງ​ໂຕເອງ​ໄດ້.

“ຂ້ອຍ​ມັກ​ແຂ່ງ​ມ້າ​ເປັນ​ຊີວິດ​ຈິດ​ໃຈ” (ຫໍສັງເກດການ 1 ພະຈິກ 2011)