ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 39

ພະເຈົ້າບອກຫຍັງໃນເລື່ອງເລືອດ?

ພະເຈົ້າບອກຫຍັງໃນເລື່ອງເລືອດ?

ເລືອດ​ສຳຄັນ​ຫຼາຍ​ຕໍ່​ຊີວິດ. ເຮົາ​ຈະ​ບໍ່​ສາມາດ​ມີ​ຊີວິດ​ຢູ່​ໄດ້​ຖ້າ​ບໍ່​ມີ​ເລືອດ. ພະເຢໂຫວາ​ມີ​ສິດ​ທີ່​ຈະ​ບອກ​ວ່າ​ເຮົາ​ຄວນ​ໃຊ້​ເລືອດ​ແນວ​ໃດ ເພາະ​ເພິ່ນ​ເປັນ​ຜູ້​ສ້າງ​ໂຕ​ເຮົາ. ເພິ່ນ​ບອກ​ຫຍັງ​ໃນ​ເລື່ອງ​ເລືອດ? ເຮົາ​ຈະ​ກິນ​ເລືອດ​ຫຼື​ຮັບ​ເລືອດ​ເຂົ້າ​ສູ່​ຮ່າງກາຍ​ໄດ້​ບໍ? ແລ້ວ​ເຮົາ​ຄວນ​ຕັດສິນ​ໃຈ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນີ້?

1. ພະເຢໂຫວາ​ຄິດ​ແນວ​ໃດ​ກ່ຽວກັບ​ເລືອດ?

ພະເຢໂຫວາ​ບອກ​ຜູ້​ນະມັດສະການ​ເພິ່ນ​ໃນ​ສະໄໝ​ກ່ອນ​ວ່າ: “ເລືອດ​ໝາຍ​ເຖິງ​ຊີວິດ​ຂອງ​ຄົນ​ແລະ​ສັດ​ທຸກ​ຊະນິດ.” (ລະບຽບ​ພວກເລວີ 17:14, ລ.ມ.) ພະເຢໂຫວາ​ເບິ່ງ​ວ່າ​ເລືອດ​ມີ​ຄ່າ​ເທົ່າ​ກັບ​ຊີວິດ. ດັ່ງນັ້ນ ຖ້າ​ເຮົາ​ເບິ່ງ​ວ່າ​ຊີວິດ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ​ຈາກ​ພະເຈົ້າ ເລືອດ​ກໍ​ຕ້ອງ​ເປັນ​ຂອງຂວັນ​ທີ່​ພິເສດ​ຫຼາຍ​ຈາກ​ເພິ່ນ​ຄື​ກັນ.

2. ພະເຢໂຫວາ​ບໍ່​ໃຫ້​ເຮົາ​ເອົາ​ເລືອດ​ໄປ​ເຮັດ​ຫຍັງ?

ຫຼັງ​ຈາກ​ນ້ຳຖ້ວມ​ໂລກ ພະເຢໂຫວາ​ອະນຸຍາດ​ໃຫ້​ຄົນ​ຂອງ​ເພິ່ນ​ກິນ​ຊີ້ນ​ສັດ​ໄດ້ ແຕ່​ຫ້າມ​ກິນ​ເລືອດ ແລະ​ຕໍ່ມາ​ເພິ່ນ​ກໍ​ສັ່ງ​ເລື່ອງ​ນີ້​ກັບ​ຄົນ​ອິດສະຣາເອນ​ນຳ. (ອ່ານ​ປະຖົມມະການ 9:4 ແລະ​ລະບຽບ​ພວກເລວີ 17:10) ແລ້ວ​ເມື່ອ​ມາ​ຮອດ​ສະໄໝ​ຄລິດສະຕຽນ​ລຸ້ນ​ທຳອິດ ພະເຢໂຫວາ​ກໍ​ຢ້ຳ​ຄຳ​ສັ່ງ​ນີ້​ອີກ​ເທື່ອ​ໜຶ່ງ​ໂດຍ​ໃຫ້​ຄະນະ​ກຳມະການ​ປົກຄອງ​ບອກ​ຄລິດສະຕຽນ​ທຸກ​ຄົນ​ວ່າ “ໃຫ້​ງົດ​ເວັ້ນ . . . ຈາກ​ເລືອດ.”—ອ່ານ​ກິດຈະການ 15:28, 29

ແຕ່​ການ​ງົດ​ເວັ້ນ​ຈາກ​ເລືອດ​ໝາຍ​ເຖິງ​ຫຍັງ? ສົມມຸດ​ວ່າ​ໝໍ​ບອກ​ໃຫ້​ເຈົ້າ​ງົດ​ກິນ​ເຫຼົ້າ ເຈົ້າ​ຈະ​ກິນ​ບໍ? ເຈົ້າ​ຄື​ຊິ​ບໍ່​ກິນ. ແຕ່​ເຈົ້າ​ຈະ​ກິນ​ອາຫານ​ທີ່​ໃສ່​ເຫຼົ້າ​ຫຼື​ເຈົ້າ​ຈະ​ສັກ​ເຫຼົ້າ​ເຂົ້າ​ໄປ​ໃນ​ຮ່າງກາຍ​ບໍ? ເຈົ້າ​ຄື​ຊິ​ບໍ່​ເຮັດ​ແບບ​ນັ້ນ​ແນ່ນອນ. ຄ້າຍ​ຄື​ກັນ ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ງົດ​ເວັ້ນ​ຈາກ​ເລືອດ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ກິນ​ເລືອດ​ຫຼື​ກິນ​ຊີ້ນ​ຂອງ​ສັດ​ທີ່​ຖືກ​ຂ້າ​ໂດຍ​ບໍ່​ໄດ້​ເອົາ​ເລືອດ​ອອກ ແລະ​ເຮົາ​ກໍ​ຈະ​ບໍ່​ກິນ​ອາຫານ​ທີ່​ໃສ່​ເລືອດ​ນຳ.

ແລ້ວ​ການ​ໃຊ້​ເລືອດ​ທາງ​ການ​ແພດ​ເດ? ວິທີ​ການ​ປິ່ນປົວ​ບາງ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ພະເຈົ້າ​ຢ່າງ​ຈະ​ແຈ້ງ. ເຊັ່ນ ການ​ໃສ່​ເລືອດ​ຫຼື​ສ່ວນ​ປະກອບ​ຫຼັກ 4 ຢ່າງ​ຂອງ​ເລືອດ ບໍ່​ວ່າ​ຈະ​ເປັນ​ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ເກັດ​ເລືອດ ແລະ​ປຼາດສະມາ. ແຕ່​ກໍ​ມີ​ວິທີ​ການ​ປິ່ນປົວ​ບາງ​ຢ່າງ​ທີ່​ກົດ​ໝາຍ​ຂອງ​ພະເຈົ້າ​ບໍ່​ໄດ້​ບອກ​ກົງໆ​ວ່າ​ຮັບ​ໄດ້​ຫຼື​ບໍ່. ເຊັ່ນ ການ​ໃຊ້​ສ່ວນ​ປະກອບ​ຍ່ອຍ​ບາງ​ຢ່າງ​ທີ່​ສະກັດ​ຫຼື​ແຍກ​ອອກ​ມາ​ຈາກ​ສ່ວນ​ປະກອບ​ຫຼັກ​ຂອງ​ເລືອດ ຫຼື​ການ​ປິ່ນປົວ​ທີ່​ກ່ຽວຂ້ອງ​ກັບ​ການ​ໃຊ້​ເລືອດ​ຂອງ​ໂຕ​ຄົນ​ປ່ວຍ​ເອງ. ຖ້າ​ເປັນ​ແນວ​ນັ້ນ ແຕ່​ລະ​ຄົນ​ຕ້ອງ​ຄິດ​ໃຫ້​ດີ​ແລະ​ຕັດສິນ​ໃຈ​ດ້ວຍ​ໂຕເອງ​ວ່າ​ຈະ​ໃຊ້​ວິທີ​ການ​ປິ່ນປົວ​ເຫຼົ່ານີ້​ຫຼື​ບໍ່. aຄາລາເຕຍ 6:5

ຮຽນ​ຮູ້​ຫຼາຍ​ຂຶ້ນ

ຖ້າ​ການ​ປິ່ນປົວ​ກ່ຽວຂ້ອງ​ກັບ​ການ​ໃຊ້​ເລືອດ ເຈົ້າ​ຈະ​ຕັດສິນ​ໃຈ​ແນວ​ໃດ.

3. ເລືອກ​ວິທີ​ການ​ປິ່ນປົວ​ທີ່​ພະເຢໂຫວາ​ພໍ​ໃຈ

ເຈົ້າ​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໄດ້​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ການ​ປິ່ນປົວ​ທີ່​ກ່ຽວຂ້ອງ​ກັບ​ການ​ໃຊ້​ເລືອດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງໆ​ຕໍ່​ໄປ​ນີ້:

  • ອະທິດຖານ​ຂໍ​ສະຕິປັນຍາ​ຈາກ​ພະເຈົ້າ.—ຢາໂກໂບ 1:5

  • ຄົ້ນ​ຄວ້າ​ຫຼັກການ​ຕ່າງໆ​ໃນ​ຄຳພີໄບເບິນ​ແລະ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໄດ້​ແນວ​ໃດ.—ສຸພາສິດ 13:16

  • ໂຮງໝໍ​ໃກ້​ເຮືອນ​ເຈົ້າ​ມີ​ວິທີ​ການ​ປິ່ນປົວ​ແບບ​ໃດ​ແດ່.

  • ຕັດສິນ​ໃຈ​ຢ່າງ​ຈະ​ແຈ້ງ​ວ່າ​ວິທີ​ການ​ປິ່ນປົວ​ແບບ​ໃດ​ແດ່​ທີ່​ເຈົ້າ​ຈະ​ບໍ່​ຮັບ.

  • ເຮັດ​ໃຫ້​ແນ່​ໃຈ​ວ່າ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ຜິດ​ຕໍ່​ພະເຈົ້າ.—ກິດຈະການ 24:16 b

  • ເມື່ອ​ຕັດສິນ​ໃຈ​ເລື່ອງ​ທີ່​ກ່ຽວກັບ​ໃຈ​ຮູ້​ຜິດ​ຮູ້​ຖືກ ເຈົ້າ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ ບໍ່​ຄວນ​ໃຫ້​ຄູ່​ແຕ່ງດອງ ຜູ້​ດູ​ແລ ຫຼື​ຄົນ​ທີ່​ມາ​ສອນ​ຄຳພີໄບເບິນ​ບອກ​ວ່າ​ເຈົ້າ​ຄວນ​ຕັດສິນ​ໃຈ​ແນວ​ໃດ.—ໂຣມ 14:12

  • ເຮັດ​ເອກະສານ​ທີ່​ບອກ​ວ່າ​ເຈົ້າ​ໄດ້​ຕັດສິນ​ໃຈ​ເລືອກ​ການ​ປິ່ນປົວ​ແບບ​ໃດ​ແດ່.

4. ພະຍານ​ພະເຢໂຫວາ​ພະຍາຍາມ​ເລືອກ​ວິທີ​ການ​ປິ່ນປົວ​ທີ່​ດີ​ທີ່​ສຸດ

ພະຍານ​ພະເຢໂຫວາ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ ເຮົາ​ພະຍາຍາມ​ເລືອກ​ວິທີ​ການ​ປິ່ນປົວ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ຈະ​ຫາ​ໄດ້​ແລະ​ບໍ່​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ. ເປີດ​ວິດີໂອ.

ອ່ານ​ຕີໂຕ 3:2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເຮົາ​ຄວນ​ລົມ​ກັບ​ແພດ​ດ້ວຍ​ຄວາມ​ສຸພາບ​ແລະ​ໃຫ້​ກຽດ​ເຂົາ​ເຈົ້າ?

ຄລິດສະຕຽນ​ທຸກ​ຄົນ​ຮັບ​ບໍ່​ໄດ້

ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ

1. ປຼາດສະມາ.

ສ່ວນ​ປະກອບ​ຍ່ອຍ​ຈາກ​ປຼາດສະມາ

2. ເມັດ​ເລືອດ​ຂາວ.

ສ່ວນ​ປະກອບ​ຍ່ອຍ​ຈາກ​ເມັດ​ເລືອດ​ຂາວ

3. ເກັດ​ເລືອດ.

ສ່ວນ​ປະກອບ​ຍ່ອຍ​ຈາກ​ເກັດ​ເລືອດ

4. ເມັດ​ເລືອດ​ແດງ.

ສ່ວນ​ປະກອບ​ຍ່ອຍ​ຈາກ​ເມັດ​ເລືອດ​ແດງ

 5. ເມື່ອ​ຕ້ອງ​ຕັດສິນ​ໃຈ​ກ່ຽວກັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ

ເລືອດ​ມີ​ສ່ວນ​ປະກອບ​ຫຼັກ 4 ຢ່າງ​ຄື ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ເກັດ​ເລືອດ ແລະ​ປຼາດສະມາ. ສ່ວນ​ປະກອບ​ຫຼັກ​ແຕ່​ລະ​ຢ່າງ​ສາມາດ​ສະກັດ​ຫຼື​ແຍກ​ຍ່ອຍ​ລົງ​ໄປ​ໄດ້​ອີກ​ເຊິ່ງ​ເຮົາ​ເອີ້ນ​ວ່າ ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ. c ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ​ບາງ​ຊະນິດ​ຖືກ​ເອົາ​ມາ​ໃຊ້​ເພື່ອ​ປິ່ນປົວ​ພະຍາດ​ຫຼື​ເພື່ອ​ຊ່ວຍ​ຫ້າມ​ເລືອດ​ຫຼື​ຫຼຸດ​ການ​ເສຍ​ເລືອດ.

ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ​ໂດຍ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ກົງ​ກັບ​ຫຼັກການ​ໃນ​ຄຳພີໄບເບິນ. ບາງຄົນ​ອາດ​ຕັດສິນ​ໃຈ​ບໍ່​ຍອມ​ຮັບ​ການ​ປິ່ນປົວ​ຫຼື​ວິທີ​ທາງ​ການ​ແພດ​ບາງ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ. ແຕ່​ບາງຄົນ​ອາດ​ຕັດສິນ​ໃຈ​ວ່າ​ຍອມ​ຮັບ​ໄດ້​ເພາະ​ຮູ້ສຶກ​ວ່າ​ບໍ່​ຂັດ​ກັບ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຂົາ​ເຈົ້າ.

ເມື່ອ​ຕ້ອງ​ຕັດສິນ​ໃຈ​ກ່ຽວກັບ​ເລື່ອງ​ນີ້ ຂໍ​ໃຫ້​ເຈົ້າ​ຖາມ​ໂຕເອງ​ດ້ວຍ​ຄຳຖາມ​ຕໍ່​ໄປ​ນີ້:

  • ຂ້ອຍ​ຈະ​ອະທິບາຍ​ໃຫ້​ໝໍ​ຟັງ​ແນວ​ໃດ​ວ່າ ເປັນ​ຫຍັງ​ຂ້ອຍ​ຕັດສິນ​ໃຈ​ຮັບ​ຫຼື​ບໍ່​ຮັບ​ສ່ວນ​ປະກອບ​ຍ່ອຍ​ບາງ​ຢ່າງ​ຂອງ​ເລືອດ?

ບາງຄົນ​ອາດ​ຖາມ​ວ່າ: “ເປັນ​ຫຍັງ​ພະຍານ​ພະເຢໂຫວາ​ຄື​ບໍ່​ໃສ່​ເລືອດ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະເຢໂຫວາ​ຢາກ​ໃຫ້​ເຮົາ​ງົດ​ເວັ້ນ​ຈາກ​ເລືອດ.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ພະເຢໂຫວາ​ເບິ່ງ​ວ່າ​ເລືອດ​ເປັນ​ສິ່ງ​ທີ່​ພິເສດ​ຫຼາຍ?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ງົດ​ເວັ້ນ​ຈາກ​ເລືອດ​ໝາຍ​ເຖິງ​ການ​ບໍ່​ໃສ່​ເລືອດ​ນຳ?

  • ຖ້າ​ເຈົ້າ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ວິທີ​ການ​ປິ່ນປົວ​ທີ່​ກ່ຽວຂ້ອງ​ກັບ​ເລືອດ ເຈົ້າ​ຄວນ​ເຮັດ​ແນວ​ໃດ​ແດ່?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ເຈົ້າ​ຄວນ​ຄິດເຖິງ​ຫຍັງ​ແດ່​ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ເລືອກ​ວິທີ​ທາງ​ການ​ແພດ​ທີ່​ກ່ຽວຂ້ອງ​ກັບ​ການ​ໃຊ້​ເລືອດ​ຂອງ​ໂຕເອງ?

“ຄຳຖາມ​ຈາກ​ຜູ້​ອ່ານ” (ຫໍສັງເກດການ 15 ຕຸລາ 2000)

ເຈົ້າ​ຄວນ​ຄິດເຖິງ​ຫຍັງ​ແດ່​ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ຫຼື​ບໍ່​ຮັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ?

“ຄຳຖາມ​ຈາກ​ຜູ້​ອ່ານ” (ຫໍສັງເກດການ 15 ມິຖຸນາ 2004)

ອັນ​ໃດ​ເຮັດ​ໃຫ້​ແພດ​ຄົນ​ໜຶ່ງ​ຍອມ​ຮັບ​ວ່າ​ມຸມ​ມອງ​ຂອງ​ພະເຢໂຫວາ​ໃນ​ເລື່ອງ​ເລືອດ​ເປັນ​ເລື່ອງ​ທີ່​ມີ​ເຫດຜົນ?

“ຂ້ອຍ​ຍອມ​ຮັບ​ມຸມ​ມອງ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ” (ຕື່ນ​ເຖີດ! 8 ທັນວາ 2003)

ມາ​ເບິ່ງ​ວ່າ​ຜູ້​ດູ​ແລ​ທີ່​ເຮັດ​ໜ້າ​ທີ່​ເປັນ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງໝໍ​ຊ່ວຍເຫຼືອ​ພີ່​ນ້ອງ​ແນວ​ໃດ.

ພະເຢໂຫວາ​ເບິ່ງ​ແຍງ​ຄົນ​ທີ່​ເຈັບ​ປ່ວຍ (10:23)

a ເບິ່ງ​ບົດ 35 “ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນ​ໃຈ​ໄດ້​ດີ?”

b ເບິ່ງ​ ຂໍ້ 5 “ເມື່ອ​ຕ້ອງ​ຕັດສິນ​ໃຈ​ກ່ຽວກັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ” ຄຳ​ອະທິບາຍ​ເພີ່ມເຕີມ 3 “ວິທີ​ທາງ​ການ​ແພດ​ທີ່​ກ່ຽວຂ້ອງ​ກັບ​ເລືອດ.”

c ແພດ​ບາງຄົນ​ເອີ້ນ​ສ່ວນ​ປະກອບ​ຫຼັກ 4 ຢ່າງ​ວ່າ​ສ່ວນ​ປະກອບ​ຍ່ອຍ. ດັ່ງນັ້ນ ເຈົ້າ​ຕ້ອງ​ອະທິບາຍ​ໃຫ້​ແພດ​ເຂົ້າໃຈ​ຈະ​ແຈ້ງ​ວ່າ​ເຈົ້າ​ຕັດສິນ​ໃຈ​ບໍ່​ໃສ່​ເລືອດ​ຄົບ​ສ່ວນ​ແລະ​ຈະ​ບໍ່​ຮັບ​ສ່ວນ​ປະກອບ​ຫຼັກ​ທັງ 4 ຢ່າງ​ນຳ​ຄື ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ເກັດ​ເລືອດ ແລະ​ປຼາດສະມາ.